
SAVAN EMC



- ສະຫວັນ ອີເອັມຊີ ແມ່ນໃຜ?
- Who is SAVAN EMC?
ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ (SEMC) ເປັນວິສາຫະກິດທີ່ຈົດທະບຽນພາຍໃນ ສປປ.ລາວ ຖືກສ້າງຕັ້ງຂື້ນເມື່ອປີ 2018 ເພື່ອໃຫ້ບໍລິການດ້ານວິຊາການກ່ຽວກັບສິ່ງແວດລ້ອມ ເຊິ່ງໄດ້ຮັບໃບອະນຸຍາດດຳເນີນບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ເລກທີ 0516/ກຊສ.ກສລ, ລົງວັນທີ 16 ກຸມພາ 2023
ບໍລິການຂອງ SEMC ປະກອບດ້ວຍ: ບໍລິການທີ່ປຶກສາການສ້າງແຜນຄຸ້ມຄອງ ແລະ ບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ, ບໍລິການວັດແທກ, ວິເຄາະວີໄຈຄຸນນະພາບສິ່ງແວດລ້ອມ, ນ້ຳ, ອາກາດ ແລະ ມົນລະພິດອື່ນໆ, ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ, ແປຮູບສິ່ງເສດເຫຼືອ ເພື່ອເປັນຊັບພະຍາກອນທົດແທນ (Recycle, RDF, Renewable, Resource)
Savan EMC Company Limited (SEMC) was established since 2018.
SEMC Service is Consultancy service of creating the Environmental Management Plan and Environmental Impact Assessment, Measurement-Research and analysis of environmental quality (Water, air and others pollution), Transportation, Treatment and disposal of Industrial wastes and hazardous waste, Waste processing as renewable resources (Recycle, RDF, Renewable resources)
ບໍລິການຂອງ SAVAN EMC
ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳ

ຂົນສົ່ງສິ່ງເສດເຫຼືອ
ຂົນສົ່ງສິ່ງເສດເຫຼືອອຸດສາຫະກຳທັງປະເພດເປັນພິດອັນຕະລາຍ ແລະ ບໍ່ເປັນພິດອັນຕະລາຍດ້ວຍມາດຕະຖານສາກົນ

ກຳຈັດສິ່ງເສດເຫຼືອເຄມີ
ບຳບັດ, ປັບສະຖຽນເພື່ອຫຼຸດຜ່ອນຄວາມເປັນພິດອັນຕະລາຍ ແລະ ສົ່ງເຜົາກຳຈັດສິ່ງເສດເຫຼືອເຄມີ
ບໍລິການກວດກາວັດແທກຄຸນນະພາບສິ່ງແວດລ້ອມ

ກວດກາວັດແທກຄຸນນະພາບນ້ຳ
ເກັບຕົວຢ່າງ ແລະ ກວດກາວັດແທກນ້ຳເປື້ອນ, ນ້ຳໜ້າດິນ, ນ້ຳໃຕ້ດິນ, ນ້ຳດື່ມ… ພ້ອມເຮັດບົດລາຍງານ

ກວດກາວັດແທກຄຸນນະພາບອາກາດ
ເກັບຕົວຢ່າງ ແລະ ກວດກາວັດແທກຄຸນນະພາບອາກາດໃນບັນຍາກາດ, ອາກາດຈາກປ່ອງລະບາຍອາກາດ, ອາກາດໃນສະຖານທີ່ເຮັດວຽກ
ຂໍ້ມູນຂ່າວສານ
ມາດຕະຖານການກວດກາວັດແທກແສງສະຫວ່າງ ໃນສະຖານທີ່ເຮັດວຽກ
ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024
ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳປຸງແຕ່ງ ໄປຕາມທິດສີຂຽວ ແລະ ຍືນຍົງ.
ຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານຂອງສອງປະເທດ ລາວ-ຍີ່ປຸ່ນ
ຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ), ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທີ່ ສວນປະຕູໄຊ ເພື່ອສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຍີ່ປຸ່ນ-ລາວ
ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ວ່າດ້ວຍຄວາມຮ່ວມມືວິຊາການກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ
ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.
ເວັບໄຊທີ່ກ່ຽວຂ້ອງ
ລູກຄ້າຂອງພວກເຮົາ















