ການຄຸ້ມຄອງສານເຄມີ ແລະ ວັດຖຸອັນຕະລາຍ

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ?

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ           ໝາຍເຖິງ ເອກະສານທີ່ໃຫ້ລາຍລະອຽດຂໍ້ມູນອັນຕະລາຍຂອງທາດເຄມີ ທາງໃນດ້ານສຸຂະພາບ, ອັກຄີໄພ, ການເກີດປະຕິກິລິຍາ, ສິ່ງແວດລ້ອມ ແລະ ຂໍ້ມູນທີ່ມີປະໂຫຍດໃນການເຮັດວຽກກັບສານເຄມີນັ້ນໆ  ບໍ່ວ່າຈະເປັນຂໍ້ມູນພື້ນຖານຂອງສານເຄມີ, ການໃຊ້, ການເຄື່ອນຍ້າຍ, ການຈັດເກັບ, ການກຳຈັດ, ການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນ, ການປະຖົມພະຍາບານ ເບື້ອງຕົ້ນ, ຂໍ້ປະຕິບັດກໍລະນີເກີດເຫກສຸກເສີນ (ຮົ່ວໄຫຼ ຫຼື ໄຟໄໝ້)           SDS ມີຫຼາຍຮູບແບບໂດຍ OSHA ແນະນຳໃຫ້ໃຊ້ຮູບແບບ American National Standards Institute (ANSI) ສ່ວນປະກອບຂອງເອກະສານຂໍ້ມູນຄວາມປອດໄພຂອງ ANSI        ເອກະສານຂໍ້ມູນຄວາມປອດໄພທີ່ ANSI ແນະນຳໄວ້ຈະປະກອບດ້ວຍ 16 ສ່ວນດັ່ງນີ້: ສ່ວນທີ 1 : ຂໍ້ມູນຜະລິດຕະພັນ (Product Identification) ສ່ວນນີ້ຈະມີຂໍ້ມູນລາຍລະອຽດຂອງທາດ/ຜະລິດຕະພັນທາງເຄມີ, ຊື່ສາມັນ, ສູດທາດເຄມີ, ຊື່ທາງການຄ້າ, ຊື່ອື່ນໆ, ນ້ຳໜັກໂມເລກຸນ, ຊື່ ແລະ ເບີໂທລະສັບຜູ້ຜະລິດ ແລະ ຈຳໜ່າຍ  ສ່ວນທີ 2 : ສ່ວນປະກອບ ຫຼື ທາດສຳຄັນໃນສ່ວນປະສົມ ສ່ວນນີ້ຈະລະບຸທາດຕ່າງໆ ທີ່ມີຢູ່ໃນທາດປະສົມ, ທາດ (Composition/Information on Ingredients) ສຳຄັນໃນສ່ວນປະສົມ, ສ່ວນຮ້ອຍຄວາມເຂັ້ມຂຸ້ມໃນສ່ວນປະສົມ ສ່ວນທີ 3 : ອັນຕະລາຍຂອງທາດ (Hazards Identification) ສ່ວນນີ້ຈະລະບຸລັກສະນະອັນຕະລາຍທີ່ປະກົດຢ່າງເຫັນໄດ້ຊັດເຈນ ແລະ ຜົນໄດ້ຮັບທີ່ບໍ່ຕ້ອງການຕໍ່ສຸຂະພາບ ລວມເຖິງເສັ້ນທາງທີ່ທາດເຂົ້າສູ່ຮ່າງກາຍ ສ່ວນທີ 4 : ການປະຖົມພະຍາບານເບື້ອງຕົ້ນ (First Aid Measures) ສ່ວນນີ້ຈະອະທິບາຍວິທີການຮັກສາຜູ້ທີ່ໄດ້ຮັບທາດເຂົ້າໄປເມື່ອກືນກິນ, ເຂົ້າຕາ, ສູດດົມ, ສຳຜັດທາງຜິວໜັງ ສ່ວນທີ 5 : ມາດຕະການສະກັດກັ້ນໄຟໄໝ້ (Fire Fighting Measures) ສ່ວນນີ້ຈະມີຂໍ້ແນະນຳໃນການມອດໄຟ ຄຸນສົມບັດຂອງທາດທີ່ກ່ຽວຂ້ອງກັບໄຟໄໝ້ ແລະ ລະເບີດ ທາດທີ່ໃຊ້ສຳລັບມອດໄຟ ລວມເຖິງຂໍ້ລະມັດລະວັງອື່ນໆໃນການມອດໄຟ ສ່ວນທີ 6 : ມາດຕະການຈັດການທາດຮົ່ວໄຫຼໂດຍອຸປະຕິເຫດ (Accidental Release Measures) ສ່ວນນີ້ຈະມີວິທີການສຳລັບການເກັບກັກ ແລະ ກັກກັນທາດທີ່ຮົ່ວໄຫຼ, ການອະນາໄມ, ການອົບພະຍົບຄົນ ຂໍ້ແນະນຳຄວາມປອດໄພ ແລະ ການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ສ່ວນທີ 7 : ການເຄື່ອນຍ້າຍ ແລະ ການຈັດເກັບ (Handling and Storage) ສ່ວນນີ້ຈະມີຂໍ້ມູນບອກເຖິງການຈັດເກັບທາດທີ່ຖືກຕ້ອງ ແລະ ປອດໄພ ຫຼັກການປະຕິບັດໃນການຫຼີກລ້ຽງອັນຕະລາຍທີ່ອາດຈະເກີດຂື້ນກັບພາຊະນະບັນຈຸ ຫຼື ການວາງລວມກັບກຸ່ມທາດທີ່ມີປະຕິກິລິຍາຕໍ່ກັນ ສ່ວນທີ 8 : ການຄວບຄຸມການໄດ້ຮັບທາດ ແລະ ການປ້ອງກັນອັນຕະລາຍສ່ວນບຸກຄົນ (Exposure Controls and Personal Protection) ສ່ວນນີ້ຈະບອກຄ່າຈຳກັດປະລິມານການສຳຜັດທາດ ເຊັ່ນ: ຄ່າ TLVs, PELs ບອກການຄວບຄຸມທາງວິສະວະກຳເຊັ່ນ: ການລະບາຍອາກາດ, ການປັບປຸງຂະບວນການຜະລິດ ເປັນຕົ້ນ ຫຼື ໃຊ້ການບໍລິຫານຈັດການ ເຊັ່ນ: ການຝຶກອົບຮົມ, ການຕິດປ້າຍເຕືອນ ເປັນຕົ້ນ; ແລະ ມີຄຳແນະນຳໃນການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນຕ່າງໆ ສ່ວນທີ 9 : ຄຸນສົມບັດທາງກາຍຍະພາບ ແລະ ທາງເຄມີ (Physical and Chemical Properties) ສ່ວນນີ້ຈະບອກສະຖານະ, ສີ ແລະ ກີ່ນ, ຈຸດຟົດ, ຄວາມໜືດ, ຄວາມສາມາດໃນການລະລາຍນ້ຳ, ຄວາມຖ່ວງຈຳເພາະ, ຈຸດຫຼອມແຫຼວ, ພີເອັຊ (pH), ຄວາມດັນອາຍ, ຈຸດວາບໄຟ ສ່ວນທີ 10 : ຄວາມສະຖຽນ ແລະ ຄວາມໄວໃນການເຮັດປະຕິກິລິຍາ (Stability and Reactivity) ສ່ວນນີ້ຈະບອກຄວາມສະຖຽນຂອງທາດ, ບອກລາຍຊື່ທາດທີ່ມີປະຕິກິລິຍາຕໍ່ກັນ ຫຼື ໄວ້ລວມກຸ່ມກັນບໍ່ໄດ້ ແລະ ສະຖານະອັນຕະລາຍເປັນຜົນໃຫ້ເກີດການສະຫຼາຍໂຕ ສ່ວນທີ 11 : ຂໍ້ມູນດ້ານພິດວິທະຍາ (Toxicological Information) ສ່ວນນີ້ຈະສະແດງຂໍ້ມູນຜົນການສຶກສາຄວາມເປັນພິດກະທັນຫັນ, ຄວາມເປັນພິດຊ້ຳເຮື້ອ ສ່ວນທີ 12 : ຂໍ້ມູນດ້ານນິເວດວິທະຍາ (Ecological Information) ສ່ວນນີ້ຈະສະແດງຂໍ້ມູນຕໍ່ສິ່ງມີຊີວິດໃນສິ່ງແວດລ້ອມ, ຄວາມເປັນພິດໃນປາ, ສັດບໍ່ມີກະດູກສັນຫຼັງ, ໃນພືດ ແລະ ໃນສິ່ງມີຊີວິດຂະໜາດນ້ອຍ ລວມເຖິງການປ່ຽນແປງໃນສິ່ງແວດລ້ອມ ສ່ວນທີ 13 : ການກຳຈັດ (Disposal) ສ່ວນນີ້ສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນກົດໝາຍ ສ່ວນທີ 14 : ຂໍ້ມູນດ້ານການຂົນສົ່ງ (Transport Information) ສ່ວນນີ້ຈະສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນນິຕິກຳ ສ່ວນທີ 15 : ຂໍ້ບັງຄັບ ແລະ ລະບຽບປະຕິບັດໃນນິຕິກຳ (Regulation Information) ສ່ວນນີ້ຈະບົ່ງບອກໃຫ້ຜູ້ກ່ຽວຂ້ອງຮູ້ຂໍ້ກຳນົດ ແລະ ລະບຽບປະຕິບັດອື່ນທີ່ກ່ຽວຂ້ອງກັບທາດອັນຕະລາຍໃນນິຕິກຳຕ່າງໆ ສ່ວນທີ 16 : ຂໍ້ມູນອື່ນໆ (Other Information) ສ່ວນນີ້ໃຫ້ລາຍລະອຽດອື່ນໆຕື່ມເຊັ່ນ: ລາຍຊື່ເອກະສານອ້າງອິງ, ການຈັດລຳດັບອັນຕະລາຍຂອງທາດ ແຫຼ່ງທີ່ມາ ເອກະສານສອນຊຸດວິຊາ ການບໍລິຫານງານອະຊີວະອານະໄມ ແລະ ຄວາມປອດໄພ (Occupational Health and Safety Management), ມະຫາວິທະຍາໄລສຸໂຂໄທທຳມະທິລາດ.

Continue Reading »

ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ

ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ           ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້:  ການຈັດເກັບແບບແຍກບໍລິເວນ (Separate storage) ຮູບແບບການຈັດເກັບແບບນີ້ຈະຕ້ອງເຮັດດການແຍກສິ່ງທີ່ເກັບອອກຈາກກັນດ້ວຍຝາທົນໄຟ ຫຼື ໄລຍະທາງ ຂື້ນກັບວ່າເປັນການຈັດເກັບພາຍໃນອາຄານ ຫຼື ຢູ່ກາງແຈ້ງຄື: ຖ້າຈັດເກັບໃນອາຄານສາງສິນຄ້າດຽວກັນ ທາດເຄມີ ແລະ ວັດຖຸອັນຕະລາຍນັ້ນຈະຕ້ອງຖືກຈັດແຍກອອກຈາກທາດອື່ນໆ ໂດຍມີຝາທົນໄຟເຊິ່ງສາມາດທົນໄຟໄດ້ຢ່າງນ້ອຍ 90 ນາທີ ຖ້າຈັດເກັບຢູ່ກາງແຈ້ງ (ພາຍນອກອາຄານສາງສິນຄ້າ) ຕ້ອງຈັດເກັບສາງດັ່ງກ່າວແຍກອອກຈາກບໍລິເວນອື່ນດ້ວຍໄລຍະທາງທີ່ເໝາະສົມ ການຈັດເກັບແບບແຍກຫ່າງ (Segregate storage) ຮູບແບບນີ້ເປັນການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍຕັ້ງແຕ່ 2 ປະເພດຂື້ນໄປໃນບໍລິເວນດຽວກັນ ເຊິ່ງຕ້ອງມີມາດຕະການປ້ອງກັນທີ່ພຽງພໍສຳລັບການຈັດເກັບ ໂດຍຕ້ອງເອົາຂໍ້ກຳນົດພິເສດຕື່ມສຳລັບການຈັດເກັບສະເພາະປະເພດຕາມຄຸນສົມບັດສະເພາະ ມາພິຈາລະນາປະກອບຕາມເງື່ອນໄຂທີ່ກຳນົດໄວ້ໃນຕາຕະລາງການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍດັ່ງນີ້:           ຊ່ອງທີ່ມີຕົວເລກໃຫ້ຈັດເກັບຕາມເງື່ອນໄຂດັ່ງຕໍ່ໄປນີ້ ການຈັດເກັບທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ສາມາດຈັດເກັບໄດ້ໂດຍມີເງື່ອນໄຂດັ່ງນີ້: ຕ້ອງຈັດໃຫ້ມີການລະບາຍ ແລະ ປະລິມານຈັດເກັບຕ້ອງບໍ່ກາຍ 60 ສ່ວນຮ້ອຍຂອງປະລິມານການຈັດເກັບທັງໝົດ ໂດຍປະລິມານລວມຂອງທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ຕ້ອງບໍ່ກາຍ 100,000 ລິດ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ເກັບປະປົນກັບທາດພິດໄດ້ໂດຍມີເງື່ອນໄຂດັ່ງຕໍ່ໄປນີ້: ຫ້ອງທີ່ມີຝາທົນໄຟ ຂະໜາດເນື້ອທີ່ຕ້ອງບໍ່ກາຍ 60 ຕາແມັດ ແລະ ປະລິມານການຈັດເກັບທາດທີ່ບໍ່ກາຍ 60 ສ່ວນຮ້ອຍ ຂອງປະລິມານຈັດເກັບທັງໝົດ, ອຸນຫະພຸມຫ້ອງຕ້ອງບໍ່ກາຍ 50 ອົງສາເຊ ຕ້ອງມີການລະບາຍອາກາດ ແລະ ຕ້ອງມີທາງອອກສຸກເສີນ 2 ທາງ, ທາງອອກສຸກເສີນທັງສອງທາງຕ້ອງມີອຸປະກອນມອດໄຟປະເພດຜົງເຄມີແຫ້ງ ABC ຂະໜາດ 6 ກິໂລກຮາມ ບ່ອນລ່ະ 1 ເຄື່ອງ ຖ້າຫ້ອງເກັບມີຂະໜາດໃຫຍ່ກວ່າ 60 ຕາແມັດ ການເກັບວັດຖຸອັນຕະລາຍເຫຼົ່ານີ້ຕ້ອງຈັດເກັບແບບແຍກຫ່າງດ້ວຍວິທີການທີ່ເໝາະສົມ ຫຼື ແຍກບໍລິເວນ ວັດສະດຸທີ່ເປັນສາເຫດໃຫ້ເກີດການລຸກຕິດໄຟ ຫຼື ລຸກລາມຢ່າງໄວ ເຊັ່ນ: ວັດສະດຸທີ່ໃຊ້ເຮັດພາຊະນະບັນຈຸ ຄວນຈັດເກັບແຍກບໍລິເວນອອກຈາກທາດພິດ ຫຼື ທາດແຫຼວໄວໄຟ ຜະລິດຕະພັນທີ່ບໍ່ເຮັດປະຕິກິລິຍາກັບທາດອື່ນໆໃນຂະນະເກີດອຸປະຕິເຫດສາມາດເກັບປະປົນກັນໄດ້ໂດຍການຈັດເກັບແບບແຍກຫ່າງ ເຊັ່ນ: ແຍກອອກຈາກກັນໂດຍມີກຳແພງກັ້ນ, ເວັ້ນໄລຍະປອດໄພໃຫ້ຫ່າງ ເກັບໃນອ່າງທີ່ແຍກອອກຈາກກັນ ຫຼື ໃນຕູ້ເກັບທີ່ປອດໄພ ຫ້ອງເກັບຮັກສາວັດຖຸອັນຕະລາຍ ໃຫ້ຈັດເກັບອາຍພາຍໃຕ້ຄວາມດັນໄດ້ບໍ່ກາຍ 50 ທໍ່ ໃນຈຳນວນດັ່ງກ່າວອະນຸຍາດໃຫ້ເກັບເປັນອາຍພາຍໃຕ້ຄວາມດັນທີ່ມີຄຸນສົມບັດໄວໄຟ, ອອກຊິໄດຊ໌ ຫຼື ອາຍພິດ ເກັບລວມກັນໄດ້ບໍ່ກາຍ 25 ທໍ່, ທາດຕິດໄຟໄດ້ (ປະເພດ 8A ແລະ 11) (ຍົກເວັ້ນທາດແຫຼວໄວໄຟ) ອາດເອົາມາເກັບລວມໄວ້ ໂດຍຈັດເກັບແບບແຍກຫ່າງຈາກອາຍພາຍໃຕ້ຄວາມດັນດ້ວຍຝາ ທີ່ເຮັດຈາກວັດສະດຸທີ່ບໍ່ຕິດໄຟ ທີ່ມີຄວາມສູງຢ່າງນ້ອຍ 2 ແມັດ ແລະ ມີໄລຍະຫ່າງຈາກຝາ ຢ່າງນ້ອຍ 5 ແມັດ  ອະນຸຍາດໃຫ້ເກັບປະປົນກັນໄດ້ ຖ້າມີຂໍ້ກຳນົດຄວາມປອດໄພສຳລັບສິນຄ້າຄ້າງສາງທັງໝົດໂດຍໃຫ້ເປັນໄປຕາມຂໍ້ກຳນົດການຈັດເກັບວັດຖຸອັນຕະລາຍປະເພດ 2B ອະນຸຍາດໃຫ້ເກັບປະປົນກັບທາດແຫຼວໄວໄຟທີ່ມີຈຸດວາບໄຟສູງກວ່າ 61 ອົງສາເຊ ຖ້າການເກັບປະປົນກັນດັ່ງກ່າວບໍ່ເຮັດໃຫ້ເກີດປະຕິກິລິຍາທີ່ເປັນອັນຕະລາຍ (ການລຸກຕິດໄຟ ແລະ/ຫຼື ໃຫ້ຄວາມຮ້ອນອອກມາ ຫຼື ໃຫ້ອາຍໄວໄຟ ຫຼື ໃຫ້ອາຍທີ່ເຮັດໃຫ້ເກີດພາວະການຂາດອົກຊີແຊນ ຫຼື ໃຫ້ອາຍພິດ ຫຼື ເຮັດໃຫ້ເກີດບັນຍາກາດຂອງການກັດຫ້ຽນ ຫຼື ເຮັດໃຫ້ເກີດທາດທີ່ບໍ່ສະຖຽນ ຫຼື ເພີ່ມຄວາມດັນຈົນເປັນອັນຕະລາຍ) ຖ້າພົບວ່າມີໂອກາດເກີດອັນຕະລາຍຕາມທີ່ກ່າວມາໃຫ້ຈັດເກັບໂດຍເວັ້ນໄລຍະຫ່າງທີ່ປອດໄພ (5 ແມັດ) ທາດຕິດໄຟທີ່ມີຄຸນສົມບັດເປັນພິດເກັບປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ຫ້າມເກັບທາດແຫຼວໄວໄຟ (ປະເພດ 3A) ປະປົນກັບທາດກັດຫ້ຽນທີ່ບັນຈຸໃນພາຊະນະທີ່ແຕກງ່າຍ ຍົກເວັ້ນມີມາດຕະການປ້ອງກັນບໍ່ໃຫ້ທາດເຮັດປະຕິກິລິຍາກັນໄດ້ ໃນກໍລະນີທີ່ເກີດອຸປະຕິເຫດຂື້ນ ອະນຸຍາດໃຫ້ເກັບມ້ຽນປະປົນກັນໄດ້ ຍົກເວັ້ນອາຍໄວໄຟ ຕ້ອງສ້າງມາດຕະການປ້ອງກັນຕື່ມເພື່ອໃຫ້ເກີດຄວາມປອດໄພໃນການເກັບຮັກສາ ແລະ ໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ວັດຖຸອັນຕະລາຍຂອງທາດແຂງໄວໄຟ (ປະເພດ 4.1A) ທີ່ມີຄຸນສົມບັດການລະເບີດອາດຈະເກັບປະປົນກັບວັດຖຸອັນຕະລາຍອື່ນຄື: ປະເພດ 3B, 4.1, 8A, 8B, 10, 11, 12 ຫຼື 13 ໄດ້ຖ້າໄລຍະຫ່າງທີ່ປອດໄພເຊີ່ງຈັດໄວ້ເພື່ອປ້ອງກັນອັນຕະລາຍທີ່ຈະມີຕໍ່ບໍລິເວນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ອາດຈະຕ້ອງກຳນົດໃຫ້ຫຼາຍຂື້ນ ເຊິ່ງຕ້ອງກວດກາເປັນແຕ່ລະກໍລະນີ ອະນຸຍາດໃຫ້ເກັບວັດຖຸອັນຕະລາຍເປີອອກໄຊອົງຄະທາດ (ປະເພດ 5.2) ປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ອະນຸຍາດໃຫ້ເກັບປະປົນກັບດິນຊັບ (Propellants) ແລະ ໂຕເລີ່ມປະຕິກິລິຍາ (Radical Initiators) ຖ້າທາດນັ້ນບໍ່ມີສ່ວນປະສົມຂອງໂລຫະໜັກ ການເກັບທາດອອກຊີໄດ ປະເພດ 5.1B ອາດຈະອະນຸຍາດໃຫ້ເກັບປະປົນກັບວັດຖຸອັນຕະລາຍປະເພດ 6.1A, 6.1B ໄດ້ ເຊີ່ງສາມາດເກັບໄດ້ປະລິມານສູງເຖິງ 20 ໂຕນ ໂດຍຕ້ອງມີມາດຕະການຄວາມປອດໄພດັ່ງນີ້: ອາຄານສາງສິນຄ້າຕ້ອງມີລະບົບເຕືອນໄພໄຟໄໝ້, ລະບົບມອດໄຟອັດຕະໂນມັດ ແລະ ທີມປະຈົນໄຟເຄີ່ງມືອາຊີບຂອງບໍລິສັດ (ພະນັກງານບໍລິສັດທີ່ເຮັດໜ້າທີ່ມອດໄຟຢ່າງດຽວພ້ອມມີລົດມອດໄຟຂອງບໍລິສັດ) ຖ້າມີທາດທີ່ບໍ່ຮອດ 1 ໂຕນ ບໍ່ຕ້ອງມີມາດຕະການເສີມດັ່ງກ່າວ. ການເກັບວັດຖຸອັນຕະລາຍປະເພດ ເປີອອກໄຊອົງຄະທາດລວມກັບວັດຖຸອັນຕະລາຍອື່ນໆ ຈຳເປັນຕ້ອງອອກແບບ ແລະ ກວດກາແຕ່ລະກໍລະນີວ່າໄລຍະຫ່າງປອດໄພ (ລະຫວ່າງອາຄານສາງສິນຄ້າ ແລະ ຊຸມຊົນ) ທີ່ກຳນົດຂື້ນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ຕ້ອງກຳນົດໃຫ້ຫຼາຍຂື້ນ ເພື່ອປ້ອງກັນໂອກາດທີ່ຈະເກີດອັນຕະລາຍ ໃຫ້ພິຈາລະນາຕາມຂໍ້ກຳນົດດ້ານຄວາມປອດໄພສະເພາະວັດຖຸອັນຕະລາຍແຕ່ລະປະເພດ ວັດຖຸກຳມັນຕະພາບລັງສີ ຄວນແຍກຈັດເກັບຕາມຂໍ້ກຳນົດດ້ານຄວາມປອດໄພຂອງໜ່ວບງານ IAEA ແລະ ໄດ້ຮັບການອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download ບົດຄວາມທີ່ກ່ຽວຂ້ອງ ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ Click

Continue Reading »

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ           ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR)           ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ           ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ.            ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ           ສຳລັບຄຸນສົມບັດກ່ຽວກັບການລະຄາຍເຄືອງ, ຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມເປັນອັນຕະລາຍຕໍ່ສິ່ງແວດລ້ອມບໍ່ເອົາມາພິຈາລະນາໃນການແຍກປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ມີດັ່ງນີ້:           1. ປະເພດ 1 ວັດຖຸລະເບີດ (Explosive substances) ໝາຍເຖິງ ວັດຖຸລະເບີດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of dangerous Goods) ພາກທີ 2.1: Class 1 – Explosive           2. ປະເພດ 2A ອາຍອັດ, ອາຍແຫຼວ ຫຼື ອາຍທີ່ລະລາຍໃນຄວາມດັນ (Compressed, liquefied and dissolved gases) ໝາຍເຖິງ ອາຍຊື່ງມີສະພາບອາຍໂດຍສົມບູນທີ່ອຸນຫະພູມ 20 ອົງສາເຊ ພາຍໃຕ້ຄວາມດັນບັນຍາກາດມາດຕະຖານ 101.3 ກິໂລປາສະການ ອາຍທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.2: Class 2 – Gases            3. ປະເພດ 2B ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) (Pressurized small gas containers; aerosol can/aerosol container) ພາຊະນະປິດ ທີ່ມີຄວາມດັນ (Pressure receptacles) ອຸປະກອນສິດລະອອງລາຍ (Aerosol dispensers) ພາຊະນະທີ່ເຮັດດ້ວຍໂລຫະ, ແກ້ວ ຫຼື ປລາສຕິກ ທີ່ອອກແບບໃຫ້ນຳໃຊ້ຄັ້ງດຽວ ເຊິ່ງພາຍໃນພາຊະນະບັນຈຸນັ້ນ ປະກອບດ້ວຍອາຍອັດ, ອາຍແຫຼວ ແລະ ອາຍທີ່ລະລາຍພາຍໃຕ້ຄວາມດັນທີ່ອັດລົງໄປໃນພາຊະນະບັນຈຸນັ້ນ            4. ປະເພດ 3A ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມບໍ່ກາຍ 60 ອົງສາເຊ (ກວດກາວັດແທກແບບ Closed cup)            5. ປະເພດ 3B ທາດແຫຼວໄວໄຟ (Flammable Liquids) ໝາຍເຖິງ ທາດແຫຼວທີ່ມີຈຸດວາບໄຟໃນອຸນຫະພູມ 60-93 ອົງສາເຊ (ກວດກາວັດແທກແບບ Closed cup) ແລະ ມີຄຸນສົມບັດເຂົ້າກັບນ້ຳບໍ່ໄດ້            6. ປະເພດ 4.1A ທາດແຂງໄວໄຟ (Flammable Liquids) ທີ່ມີຄຸນສົມບັດລະເບີດ ໝາຍເຖິງທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ມີຄຸນສົມບັດລະເບີດໄດ້ແກ່: ວັດຖຸລະເບີດທີ່ເຮັດໃຫ້ Inertia ດ້ວຍນ້ຳ ຫຼື ແອລກໍຣໍ ຫຼື ຖືກເຈືອຈາງດ້ວຍທາດອື່ນເພື່ອຫຼຸດຄຸນສົມບັດການລະເບີດ (Solid Desensitized Explosive)            7. ປະເພດ 4.1B ທາດແຂງໄວໄຟ (Flammable Solids) ທີ່ບໍ່ມີຄຸນສົມບັດລະເບີດ ໝາຍເຖິງ: ທາດແຂງທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (Un-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.1 – Flammable solids, Self-reactive substances, solid desensitized explosives and polymerizing substances ທີ່ບໍ່ມີຄຸນສົມບັດລະເບີດ ສາມາດລຸກໄໝ້ງ່າຍຈາກການສຽດສີກັນ ຫຼື ເມື່ອລຸກໄໝ້ສາມາດລຸກລາມອອກໄປຢ່າງວ່ອງໄວ ໂດຍຜົນການທົດສອບເວລາຂອງການເຜົາໄໝ້ໜ້ອຍກວ່າ 45 ວິນາທີໃນໄລຍະທາງ 100 ມິນລີແມັດ ຫຼື ອັດຕາຄວາມໄວການເຜົາໄໝ້ຫຼາຍກວ່າ 2.2 ມິນລີແມັດ/ວິນາທີ ຖ້າທາດແຂງນັ້ນເປັນຜົງໂລຫະຕ້ອງສາມາດລຸກໄໝ້ ແລະ ລຸກລາມໄປຕາມຄວາມຍາວຂອງຕົວຢ່າງທີ່ເອົາມາທົດສອບໃນເວລາບໍ່ຫຼາຍກວ່າ 10 ນາທີ            8. ປະເພດ 4.2 ທາດທີ່ມີຄວາມສ່ຽງຕໍ່ການລຸກໄໝ້ໄດ້ເອງ (Substances liable to spontaneous combustion) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the Transport of Dangerous Goods) ພາກທີ 2.4: Class 4: Division 4.2 – Substances liable to spontaneous combustion) ໄດ້ແກ່: ທາດ Pyrophoric ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດ ເຊິ່ງພາຍໃນ 5 ນາທີ ອຸນຫະພູມຈະສູງຂື້ນຈົນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature). ທາດ Self-heating ທີ່ເກີດຄວາມຮ້ອນຈາກການທີ່ໂຕທາດເອງເຮັດປະຕິກິລິຍາກັບອົກຊີແຊນໃນອາກາດທີ່ອຸນຫະພູມອ້ອມໂຕ ຄວາມຮ້ອນທີ່ເກີດຂື້ນບໍ່ສາມາດລະບາຍອອກໄປໄດ້ທັນ ແລະ ສະສົມຢ່າງຕໍ່ເນື່ອງຢູ່ພາຍໃນ ຈົນເຮັດໃຫ້ອຸນຫະພູມສູງຂື້ນຮອດອຸນຫະພູມທີ່ສາມາດລຸກຕິດໄຟໄດ້ດ້ວຍໂຕເອງ (Auto-Ignition Temperature) ທາດເຫຼົ່ານີ້ຈະລຸກໄໝ້ໄດ້ເມື່ອມີຂະໜາດໃຫຍ່ (ຫຼາຍກິໂລກຮາມ) ແລະ ອົບຢູ່ເປັນເວລາດົນນານ (ຫຼາຍຊົ່ວໂມງ ຫຼື ຫຼາຍມື້).            9. ປະເພດ 4.3 ທາດເຄມີທີ່ສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ແລ້ວເກີດທາດອາຍໄວໄຟ (Substances which in contact with water emit flammable gases) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.4: Class 4: Division 4.3 – substances which in contact with water emit flammable gases ເຊິ່ງເມື່ອສຳຜັດກັບນ້ຳ ຫຼື ຄວາມຊຸ່ມໃນອາກາດ ສາມາດໃຫ້ທາດອາຍໄວໄຟເປັນສ່ວນປະສົມຂອງອາກາດໃນລະດັບຄວາມເຂັ້ມຂຸ້ນທີ່ສາມາດລະເບີດເປັນອັນຕະລາຍຕໍ່ມະນຸດ ແລະ ສິ່ງແວດລ້ອມໄດ້.            10. ປະເພດ 5.1A, 5.1B, 5.1C ທາດອອກຊິໄດ (Oxidizing substances) ໝາຍເຖິງ ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of Dangerous Goods) ພາກທີ 2.5: Class 5: Division 5.1 – substances which in contact with water emit flammable gases ເປັນທາດທີ່ຕົວເອງບໍ່ຈຳເປັນຕ້ອງຕິດໄຟ ໂດຍທົ່ວໄປປ່ອຍອົກຊີແຊນ ຊື່ງເປັນສາເຫດທີ່ເຮັດໃຫ້ເກີດການລຸກໄໝ້ຂອງທາດເຄມີ ຫຼື ວັດຖຸອື່ນໆ ທາດປະເພດນີ້ບາງຊະນິດອາດຈະລວມຢູ່ເປັນສ່ວນໜື່ງຂອງທາດປະສົມອື່ນໄດ້. ປະເພດ 5.1A ເປັນທາດອອກຊິໄດ ທີ່ມີຄວາມໄວຫຼາຍການເຮັດປະຕິກິລິຍາ ເຊັ່ນ: Barium Chlorate, Barium perchlorate, Barium Peroxide… ປະເພດ 5.1B ເປັນທາດອອກຊິໄດ ທີ່ມີຄວາມໄວປານກາງໃນການເຮັດປະຕິກິລິຍາ ເຊັ່ນ: Aluminum Nitrate, Barium Nitrate…. ປະເພດ 5.1C ຄືທາດ Ammonium Nitrate ແລະ ທາດປະສົມທີ່ມີ Ammonium Nitrate ເປັນສ່ວນປະກອບ            11. ປະເພດ 5.2 ທາດເປີອອກໄຊດ໌ອົງຄະທາດ (Organic peroxides) ໝາຍເຖິງ: ທາດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendation on the Transport of dangerous Goods) ພາກທີ 2.5: Class 5: Division 5.2 – Organic peroxides ທາດອົງຄະທາດທີ່ມີໂຄງສ້າງອົກຊີແຊນສອງອາໂຕມ ດັ່ງນີ້: -O-O (ເປີອອກໄຊດ໌) ຊື່ງອາດຈະຖືໄດ້ວ່າເປັນທາດທີ່ມີອະນຸພັນຂອງໄຮໂດຮເຈນເປີອອກໄຊດ໌ ໂດຍອາໂຕມຂອງໄຮໂດຣເຈນນີ້ຖືກແທນທີ່ດ້ວຍອະນຸມູນອົງຄະທາດ 1 ຫຼື 2 ໂຕ ທາດປະສົມທີ່ມີທາດເປີອອກໄຊດ໌ອົງຄະທາດຫຼາຍກວ່າ ຫຼື ເທົ່າກັບ 5 ສ່ວນຮ້ອຍຂື້ນໄປ            12. ປະເພດ 6.1A ແລະ 6.1B ທາດພິດ (Toxic Substances) ໝາຍເຖິງ ວັດຖຸທີ່ອາດຈະເຮັດໃຫ້ເສຍຊີວິດ ຫຼື ເຮັດໃຫ້ເກີດການເຈັບປ່ວຍຢ່າງຮ້າຍແຮງແບບທັນທີ ຫຼື ຊຳເຮື້ອເມື່ອເຂົ້າສູ່ຮ່າງກາຍໂດຍການສຳຜັດຜິວໜັງ ຫຼື ຫາຍໃຈ ຫຼື ກິນເຂົ້າໄປ. ປະເພດ 6.1A ຄື ທາດຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Combustible toxic substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 60 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 6.1B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດຄວາມເປັນພິດ (Non-Combustible toxic substances) ໄດ້ແກ່: ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            13. ປະເພດ 6.2 ທາດຕິດເຊື້ອ (Infectious Substances) ໝາຍເຖິງ ທາດທີ່ເປັນຈຸລິນຊີ ຫຼື ມີຈຸລິນຊີເປັນສ່ວນປະກອບ ຫຼື ພະຍາດ ທີ່ເປັນສາເຫດການເກີດພະຍາດໃນມະນຸດ ແລະ ສັດ ຈຸລິນຊີເຫຼົ່ານີ້ໄດ້ແກ່: Bacteria, virus, rickettsia, ເຊື້ອຮາ ລວມໄປຮອດຈຸລິນຊີທີ່ໄດ້ຮັບການປ່ຽນແປງທາງກຳມະພັນ.            14. ປະເພດ 7 ທາດກຳມັນຕະພາບລັງສີ (Radioactive Substances) ໝາຍເຖິງ ທາດ ຫຼື ທາດປະກອບໃດໆທີ່ມີອົງປະກອບສ່ວນໜື່ງມີໂຄງສ້າງພາຍໃນອາໂຕມທີ່ຍັງບໍ່ຄົງໂຕ ແລະ ສະຫຼາຍໂຕໂດຍປົດປ່ອຍລັງສີອອກມາ.            15. ປະເພດ 8A ແລະ 8B ທາດກັດຫ້ຽນ (Corrosive Substances) ໝາຍເຖິງ ທາດຊື່ງໂດຍປະຕິກິລິຍາເຄມີ ຈະເປັນສາເຫດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງເມື່ອສຳຜັດກັບເນື້ອເຍື່ອຂອງສິ່ງມີຊີວິດ ຫຼື ໃນກໍລະນີເກີດການຮົ່ວໄຫຼຈະເກີດການເສຍຫາຍຕໍ່ວັດສະດຸ ຫຼື ພາຫະນະທີ່ໃຊ້ຂົນສົ່ງ ທາດພວກນີ້ອາດຈະເຮັດອັນຕະລາຍຢ່າງອື່ນໄດ້ອີກ ປະເພດ 8A ຄື ທາດຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Combustible corrosive substances) ໄດ້ແກ່ ທາດແຫຼວໄວໄຟທີ່ປະສົມເຂົ້າກັບນ້ຳໄດ້ ມີຈຸດວາບໄຟສູງກວ່າ 30 ຮອດ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຫຼວຕິດໄຟທີ່ບໍ່ສາມາດເຂົ້າກັບນ້ຳໄດ້ ຈຸດວາຍໄຟສູງກວ່າ 93 ອົງສາເຊ (ທົດສອບແບບຖ້ວຍປິດ Closed cup) ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B ປະເພດ 8B ຄື ທາດບໍ່ຕິດໄຟທີ່ມີຄຸນສົມບັດກັດຫ້ຽນ (Non-Combustible corrosive substances) ໄດ້ແກ່ ທາດແຫຼວບໍ່ຕິດໄຟ ແລະ ທາດແຂງບໍ່ຕິດໄຟ            15. ປະເພດ 9 ວັດຖຸອັນຕະລາຍປະເພດອື່ນໆ ໝາຍເຖິງ ທາດ ຫຼື ສິ່ງຂອງທີ່ໃນຂະນະຂົນສົ່ງເປັນທາດອັນຕະລາຍເຊື່ງບໍ່ຈັດຢູ່ໃນປະເພດທີ 1 ເຖິງປະເພດທີ 8 ຕົວຢ່າງເຊັ່ນ: ຝຸ່ນແອມໂມນຽມໄນເຕດ ເປັນຕົ້ນ ລວມທັງທາດທີ່ຕ້ອງຄວບຄຸມໃຫ້ມີອຸນຫະພູມບໍ່ຕ່ຳກວ່າ 100 ອົງສາເຊໃນສະພາບທາດແຫຼວ ຫຼື ມີອຸນຫະພູມບໍ່ຕ່ຳກວ່າ 240 ອົງສາເຊ ໃນສະພາບທາດແຂງໃນລະຫວ່າງການຂົນສົ່ງ ໂດຍຈະບໍ່ຖືກເອົາມາພິຈາລະນາໃນການເກັບຮັກສາ            16. ປະເພດ 10 ທາດແຫຼວຕິດໄຟ (Combustible liquid) ໝາຍເຖິງ ທາດແຫຼວຕິດໄຟທີ່ບໍ່ຢູ່ໃນກຸ່ມ 3A ແລະ 3B            17. ປະເພດ 11 ທາດແຂງຕິດໄຟ (Combustible Solids) ໝາຍເຖິງ ທາດແຂງຕິດໄຟທີ່ບໍ່ຢູ່ໃນກຸ່ມ 4.1B            18. ປະເພດ 12 ທາດແຫຼວບໍ່ຕິດໄຟ (ືNon-Combustible liquids) ໝາຍເຖິງ ທາດແຫຼວທີ່ບໍ່ຕິດໄຟ            19. ປະເພດ 13 ທາດແຂງບໍ່ຕິດໄຟ (Non-Combustible liquids) ໝາຍເຖິງ ທາດແຂງທີ່ບໍ່ຕິດໄຟ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download UN-Recommendations on the Transport of dangerous goods 22nd edition (2021) Volume I download

Continue Reading »