ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳ

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene)

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene) 1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ            ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ. 2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື: ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ; ການຄວບຄຸມ ແລະ ປ້ອງກັນທີ່ທາງຜ່ານຂອງອັນຕະລາຍ: ເປັນການຄວບຄຸມອັນຕະລາຍ ບໍ່ວ່າຈະເປັນທາດພິດທີ່ຢູ່ໃນອາກາດ ຫຼື ມົນລະພິດທາງສຽງທີ່ມາຈາກແຫຼ່ງກຳເນີດສຽງ ໂດຍການໃຊ້ວິທີການລະບາຍອາກາດທົ່ວໄປ, ການກວດສະພາບແວດລ້ອມໃນການເຮັດວຽກ ຫຼື ການຕິດຕັ້ງສັນຍານເຕືອນໄພ; ການຄວບຄຸມ ແລະ ປ້ອງກັນທີ່ຜູ້ອອກແຮງງານ: ເປັນການຄວບຄຸມບໍ່ໃຫ້ຜູ້ອອກແຮງງານໄດ້ຮັບອັນຕະລາຍຈາກການສຳຜັດກັບທາດພິດຈົນເກີດການເຈັບເປັນ ເຊັ່ນ: ການໃສ່ອຸປະກອນປ້ອງກັນໄພສ່ວນບຸກຄົນ (Personal Protective Equipment: PPE), ການໃຫ້ການສຶກສາ ແລະ ອົບຮົມ, ການກວດສຸຂະພາບປະຈຳປີຂອງແຮງງານ. 3. ມາດຕະການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳມີ 2 ມາດຕະການໃຫຍ່ໆ ໄດ້ແກ່ ມາດຕະການຄວບຄຸມທາງວິສະວະກຳ: ເປັນການຄວບຄຸມອັນຕະລາຍທີ່ຈະເລີ່ມຕົ້ນຕັ້ງແຕ່ ຂັ້ນຕອນການອອກແບບລາຍລະອຽດ ຫຼື ການໃຊ້ວິທີການທົດແທນ, ການແຍກຂະບວນການທີ່ເປັນອັນຕະລາຍ, ການຈັດລະບົບລະບາຍອາກາດສະເພາະຈຸດ ແລະ ການປິດສ່ວນທີ່ເປັນອັນຕະລາຍ ຫຼື ການລະບາຍອາກາດເຊັ່ນ: ການປະສົມສານເຄມີໂດຍໃຊ້ເຄື່ອງຈັກອັດຕະໂນມັດແທນການໃຊ້ຄົນ, ການໃຊ້ວັດສະດຸດູດຊັບສຽງ ຫຼື ເຮັດຫ້ອງເກັບສຽງເພື່ອແຍກຂະບວນການຜະລິດທີ່ມີສຽງດັງ; ມາດຕະການຄວບຄຸມທາງດ້ານບໍລິຫານ: ເປັນການຄວບຄຸມອັນຕະລາຍທີ່ຈະຫຼຸດການສຳຜັດຂອງຜູ້ອອກແຮງງານ ໂດຍຫຼຸດຊ່ວງເວລາການເຮັດວຽກໃນບໍລິເວນທີ່ເປັນອັນຕະລາຍ ລວມທັງຝຶກອົບຮົມ ແລະ ໃຫ້ຄວາມຮູ້ກ່ຽວກັບການຄຳນຶງເຖິງອັນຕະລາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດທີ່ຈະຊ່ວຍຫຼຸດການສຳຜັດກັບສິ່ງອັນຕະລາຍ, ການເບີ່ງແຍງຄວາມເປັນລະບຽບຮຽບຮ້ອຍ ຈົນຮອດການນຳໃຊ້ອຸປະກອນປ້ອງກັນໄພສ່ວນບຸກຄົນ (PPE) ໂດຍສາມາດໃຊ້ມາດຕະການນີ້ຄຽງຄູ່ໄປກັບມາດຕະການຄວບຄຸມທາງວິສະວະກຳ ເຊັ່ນ: ການອະນາໄມເຄື່ອງດູດຝຸ່ນເປັນປະຈຳ, ການໃຫ້ພະນັກງານໃຊ້ແວ່ນຕາກັນສານເຄມີເມື່ອເຮັດວຽກກັບສານເຄມີ. ແຫຼ່ງທີ່ມາ: หลักการควบคุมด้านสุขศาสตร์อุตสาหกรรม

Continue Reading »

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ            ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້. 2. ປະເພດຂອງໂຮງງານອຸດສາຫະກໍາ           ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ, ການຊຸບ, ການໜີບ, ການຮີດ, ການພັບ, ການຕັດ, ການເຈາະ, ການຊ່ຽນ, ການຂັດ, ການຍົກຍໍ ແລະ ອື່ນໆ. ໂດຍຂະແໜງທຸລະກິດ (LSIC, Laos Standard for Industrial Classification) ໄດ້ຈັດແບ່ງໂຮງງານອຸດສາຫະກໍາປຸງແຕ່ງເຫຼັກອອກເປັນ 13 ປະເພດຍ່ອຍຄື: 24101 ການຜະລິດເຫຼັກກ້າ 24109 ການຜະລິດເຫຼັກຂັ້ນພື້ນຖານ ແລະ ເຫຼັກກ້າ 24310 ການຫຼອມເຫຼັກ ແລະ ເຫຼັກກ້າ 25111 ການຜະລິດປະຕູເຫຼັກ, ປ່ອມຢ້ຽມ ແລະ ຂອບຂອງມັນ 25112 ການຜະລິດໂຄງການເຫຼັກ 25119 ການຜະລິດ ຜະລິດຕະພັນໂລຫະທີ່ເປັນໂຄງສ້າງອື່ນໆທີ່ຍັງບໍ່ຈັດເຂົ້າບ່ອນໃດ 25120 ການຜະລິດຖັງ, ອ່າງເກັບນ້ຳ ແລະ ເຄື່ອງບັນຈຸທີ່ເຮັດດ້ວຍໂລຫະ 25910 ການຕີ, ໜີບ, ການຢໍ້າ ແລະ ການມ້ວນໂລຫະ, ການຫຼອມເສດມຸ່ນໂລຫະ 25920 ການສ້ອມແຊມຕົບແຕ່ງ ແລະ ເຄືອບໂລຫະ 25930 ການຜະລິດເຄື່ອງມີຄົມ, ເຄື່ອງມື ແລະ ເຄື່ອງໃຊ້ໂລຫະທົ່ວໄປ 25991 ການຜະລິດເຫຼັກຕະປູ 25992 ການຜະລິດ ໂລຫະໃຊ້ຄົວເຮືອນ 25999 ການຜະລິດຜະລິດຕະພັນອື່ນໆ 3. ການດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ           ອິງໃສ່ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ດັ່ງນີ້: ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດ 3,000 – 5,000 ໂຕນ/ປີ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດຫຼາຍກວ່າ 5,000 ໂຕນ/ປີ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ອິງໃສ່ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 0948/ອຄ ໂຮງງານອຸດສາຫະກຳປຸງແຕ່ງເຫຼັກຖືກກຳນົດວ່າເປັນໂຮງງານອຸດສາຫະກຳປຸງແຕ່ງທີ່ມີຜົນກະທົບຕໍ່ສິ່ງແວດລ້ອມໃນລະດັບປານກາງ ແລະ ສູງຕາມເງື່ອນໄຂດັ່ງຕໍ່ໄປນີ້: ໂຮງງານອຸດສາຫະກຳປຸງແຕ່ງເຫຼັກດັ່ງກ່າວຕ້ອງຈັດຕັ້ງປະຕິບັດການຄຸ້ມຄອງສິ່ງແວດລ້ອມດັ່ງນີ້:  ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບປານກາງ ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມເປັນແຕ່ລະໄລຍະ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດສິບແມັດ ໂຮງງານທີ່ມີຄວາມສ່ຽງຜົນກະທົບສິ່ງແວດລ້ອມໃນລະດັບສູງ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ ແລະ ຕ້ອງມີເຂດກັນຊົນບໍ່ຫຼຸດຊາວແມັດ ຕາມແຕ່ລະກໍລະນີ 4. ຕົວຢ່າງຂະບວນການຜະລິດຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ 4.1. ຕົວຢ່າງຂະບວນການຫຼອມເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 4.2. ຕົວຢ່າງຂະບວນລີດ, ດຶງເຫຼັກ ໝາຍເຫດ: ຕົວເລກ 6 ຕົວ ໝາຍເຖິງລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue 5. ມົນລະພິດທີ່ເກີດຂື້ນຈາກການປະກອບກິດຈະການ 5.1. ມົນລະພິດທາງອາກາດ 5.2. ນ້ຳເປື້ອນ ແລະ ສິ່ງເສດເຫຼືອປະເພດທາດແຫຼວ 5.3. ສິ່ງເສດເຫຼືອປະເພດທາດແຂງ 6. ໜ່ວຍຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ           ອິງໃສ່ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານສະບັບເລກທີ 1155/ອຄ ໄດ້ກຳນົດໃຫ້ໂຮງງານອຸດສາຫະກຳຫຼອມເຫຼັກທີ່ມີຄວາມສາມາດຜະລິດ 50 ໂຕນ/ມື້ ຫຼຶ ຫຼາຍກວ່າ (ໂຮງງານທີ່ນຳໃຊ້ຄວາມຮ້ອນຈາກເຕົາ (Furnace) ຫຼື ຫຼອມເຫຼັກທີ່ມີຄວາມສາມາດຜະລິດ 5 ໂຕນ/ໝໍ້ ຫຼື ຫຼາຍກວ່າ) ຕ້ອງມີວິຊາການຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ 7. ການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ           ອິງໃສ່ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ ໂຮງງານຕ້ອງກວດກາວັດແທກທາດອາຍພິດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳຂອງຕົນເອງ ຢ່າງໜ້ອຍປີລະ 2 ຄັ້ງ.           ອິງໃສ່ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ ໂຮງງານຕ້ອງກວດກາ ແລະ ວິໄຈຄຸນນະພາບນ້ຳເປື້ອນເປັນປະຈຳ ແລະ ລາຍງານຜົນວິໄຈຕໍ່ກົມອຸດສາຫະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງທຸກໆ 3 ເດືອນ.           ອິງໃສ່ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ ໄດ້ກຳນົດຄວາມຖີ່ໃນການຕິດຕາມກວດກາສະພາບແວດລ້ອມໃນການເຮັດວຽກດັ່ງຕໍ່ໄປນີ້:           1. ໂຮງງານຜະລິດ ແລະ ສ້ອມແປງຜະລິດຕະພັນທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂຮງງານປະກອບກິດຈະການກ່ຽວກັບຜະລິດຕະພັນໂລຫະ ແລະ ອະໂລຫະ ເປັນໂຮງງານອຸດສາຫະກຳສະເພາະ ຕ້ອງໄດ້ວັດແທກສຽງດັງຢ່າງໜ້ອຍ 2 ຄັ້ງ/ປີ;           2. ໂຮງງານຫຼອມ, ດຶງ, ຮີດເຫຼັກ, ໂລຫະມີສີ ແລະ ອະໂລຫະ ແລະ ໂຮງງານຜະລິດ, ຕົບແຕ່ງ, ດັດແປງເຄື່ອງມື, ອຸປະກອນ, ຊິ້ນສ່ວນ ແລະ ເຄື່ອງໃຊ້ຕ່າງໆ ທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ແລະ ໂລຫະອື່ນໆ ຕ້ອງໄດ້ວັດແທກອຸນຫະພຸມຢ່າງໜ້ອຍ 2 ຄັ້ງ/ປີ. ອ້າງອີງຈາກ:           1. ຂໍ້ຕົກລົງ ວ່າດ້ວຍມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ເລກທີ 2074/ອຄ download           2. ຂໍ້ຕົກລົງ ບັນຊີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເລກທີ 0358/ກຊສ download           3. ກົດໝາຍ ວ່າດ້ວຍອຸດສາຫະກຳປຸງແຕ່ງ ເລກທີ 28/ສພຊ download           4. EHS Guidelines for Metal, Plastic, and rubber products manufacturing download           5. ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ເຄມີປະຈຳໂຮງງານ ເລກທີ 1155/ອຄ download           6. ຂໍ້ຕົກລົງວ່າດ້ວຍ ມາດຕະຖານອາດທີ່ປ່ອຍອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 2062/ອຄ download           7. ຂໍ້ກຳນົດກ່ຽວກັບການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນອອກຈາກໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 326/ອຫ download           8. ຂໍ້ຕົກລົງວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສະບັບເລກທີ 0168/ອຄ download

Continue Reading »

ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ

ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບ 0948/ອຄ, ລົງວັນທີ 12 ຕຸລາ 2021 ໂດຍມີຈຸດປະສົງເພື່ອຜັນຂະຫຍາຍ ມາດຕາ 24 ຂອງກົດໝາຍວ່າອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ເຊິ່ງແບ່ງຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອອກເປັນ 3 ລະດັບ ດັ່ງນີ້: ລະດັບໜື່ງ ແມ່ນໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບຕໍ່າ ຊຶ່ງຕ້ອງປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຄວບຄຸມໂຮງງານໃຫ້ເຂັ້ມງວດ ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບປານກາງ ຊຶ່ງຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມເປັນແຕ່ລະໄລຍະ ລະດັບສາມ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບສູງ ຊຶ່ງຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕາມສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້: ມາດຕາ 1 ຈຸດປະສົງ ມາດຕາ 2 ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 3 ຕາຕະລາງລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 4 ການປັບປຸງຕາຕະລາງການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ມາດຕາ 5 ການຈັດຕັ້ງປະຕິບັດ ມາດຕາ 6 ຜົນສັກສິດ ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ດາວໂຫລດ: ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບເລກທີ 0948/ອຄ, ລົງວັນທີ 12 ຕຸລາ 2021

Continue Reading »

ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ອິງຕາມການສະເໜີຂອງກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023 ໂດຍມີຈຸດປະສົງເພື່ອກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້: ມາດຕາ 1 ຈຸດປະສົງ ມາດຕາ 2 ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ມາດຕາ 3 ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ມາດຕາ 4 ການດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໃນໂຄງການລົງທຶນ ຫຼື ກິດຈະການທີ່ບໍ່ໄດ້ກຳນົດໄວ້ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ແລະ ກິດຈະການຕ່າງໆ ມາດຕາ 5 ການຈັດຕັ້ງປະຕິບັດ ມາດຕາ 6 ຜົນສັກສິດ ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມສິ່ງແວດລ້ອມປະສານສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ເຊິ່ງຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງສະບັບເລກທີ 8056/ກຊສ, ລົງວັນທີ 17 ທັນວາ 2013 ວ່າດ້ວຍການຮັບຮອງ ແລະ ການປະກາດໃຊ້ບັນຊີໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຈະຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ໂດຍຂໍ້ກຳນົດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ ດາວໂຫລດ: ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023

Continue Reading »