ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024
ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024 ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD (ຫົກສິບເກົ້າພັນໂດລາສະຫະລັດ) ໃຫ້ແກ່ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນຜູ້ຄຸ້ມຄອງຖານຂໍ້ມູນ ແລະ ພັດທະນາສືບຕໍ່ໄປ. ໂດຍການມອບຂອງທ່ານ ເອກະສິດ ເມຖາທິລະສະຫວັດ ຜູ້ອຳນວຍການ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ຮັບໂດຍທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System)
ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System) ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ. ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ 2024 ເພື່ອໃຫ້ວຽກງານປະສົບຜົນສຳເລັດຕາມຈຸດປະສົງທີ່ຄາດໝາຍໄວ້.
ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023
ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023 ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່ ເຊີ່ງໄດ້ແລກປ່ຽນບົດຮຽນກ່ຽວກັບປະເພດຂອງວັດສະດຸຮີໄຊເຄີ້ນ, ການຄັດແຍກ-ບໍລິຫານຈັດການ, ແນວທາງການນຳເອົາສິ່ງເສດເຫຼືອໄປແປຮູບເປັນເຊື້ອໄຟທົດແທນ ຫຼື RDF ແລະ ເຄື່ອງມື, ເຕັກໂນໂລຊີທັນສະໄໝເຊັ່ນ: ເຄື່ອງບົດຫຼອດໄຟຟ້າ, ເຄື່ອງບີບອັດພາຊະນະບັນຈຸ, ເຄື່ອງຕັດສາຍໄຟ ແລະ ອື່ນໆ
ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງລາວແຫ່ງຊາດລາວ ໃນການກຳຈັດຖ່ານໄຟສາຍ
ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ
ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd
ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ມີປະສິດທິພາບຫຼາຍຂື້ນ.
ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022
ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022 ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ: ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ ທີ່ໃຊ້ເຂົ້າໃນຂະບວນການຄັດແຍກ, ກຳຈັດ ແລະ ສ້າງຜະລິດຕະພັນຈາກສິ່ງເສດເຫຼືອເພື່ອເປັນພະລັງງານທົດແທນ ຂອງບໍລິສັດ ຄາຢາມາໂຄກຽວຈຳກັດ ເຊີ່ງຄະນະທີມງານຈາກ ສປປ ລາວ ເຊິ່ງປະກອບດ້ວຍພາກລັດ ແລະ ເອກະຊົນ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ (ກະຊວງສາທາລະນະສຸກ), ກົມອຸດສາຫະກຳ ແລະ ຫັດຖະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສິ່ງແວດລ້ອມ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ (ກະຊວງແຜນການ ແລະ ການລົງທືນ),ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC, ຄສວ, ມຊ), ບໍລິສັດ Small b ທີ່ປືກສາດ້ານການລົງທຶນຈໍາກັດຜູ້ດຽວ, ບໍລິສັດ ສະຫວັນ ອີເອັມຊີ ຈໍາກັດ ທັງໝົດຈໍານວນ 13 ທ່ານ ໄດ້ລົງຢ້ຽມຢາມ ແລະ ທັດສະນະສຶກສາຕົວຈິງກ່ຽວກັບການຈັດການສິ່ງເສດເຫຼືອອຸດສາຫະກຳ/ສາທາລະນະສຸກ ທີ່ປະເທດຍີ່ປຸ່ນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ: ຮຽນຮູ້ກ່ຽວກັບ ວິທີການຄັດແຍກ, ກຳຈັດສິ່ງເສດເຫລືອອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາໂຄກຽວຈໍາກັດ ຮຽນຮູ້ກ່ຽວກັບບັນດາກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບສິ່ງເສດເຫລືອຂອງປະເທດຍີ່ປຸ່ນ ໄດ້ລົງຢ້ຽມຢາມກ່ຽວກັບການຈັດການສິ່ງເສດເຫຼືອຂອງໂຮງງານ ແລະ ໂຮງໝໍ ລົງຢ້ຽມຢາມ ສະຖານທີ່ເຜົາກຳຈັດສິ່ງເສດເຫຼືອທົ່ວໄປຈາກຊຸມຊົນ ແລະ ບັນດາຫ້ອງການຕ່າງໆພ້ອມທັງລະບົບການຈັດການກ່ຽວກັບມົນລະພິດທາງນໍ້າ ແລະ ອາກາດ ລົງເບີ່ງພື້ນທີ່ຕົວຈິງຂອງສະຖານທີ່ຝັງກົບ ຫຼັງຈາກການເຜົາສິ່ງເສດເຫຼືອທົ່ວໄປ ແລະ ລະບົບບໍາບັດນໍ້າເປື້ອນ ທັດສະນະສຶກສາກ່ຽວກັບບັນດາກິດຈະກຳ ແລະ ການຈັດການຈັດສິ່ງເສດເຫຼືອພາຍໃນໂຮງຮຽນປະຖົມ ລົງຢ້ຽມຢາມໂຮງງານຄັດແຍກ ແລະ ກຳຈັດສິ່ງເສດຈາກ ເອເລັກໂຕນິກຂອງບໍລິສັດຄາຢາມາໂຄກຽວ ທັດສະນະສຶກສາກ່ຽວກັບຂະບວນການຜະລິດ, ການຈັດການສິ່ງເສດເຫຼືອຈາກ ໂຮງງານ MS Group ທີ່ດຳເນີນການກ່ຽວກັບໂຮງງານຜະລິດແມ່ພິມຂອງຂະບວນການຜະລິດຊີ້ນສ່ວນຂອງລົດຍົນ ລົງຢ້ຽມຢາມ ໂຮງງານລີໄຊເຄີ່ນ ສິ່ງເສດເຫຼືອເອເລັກໂທນິກຂອງບໍລິສັດ Green Cycle, SONY Group