ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງລາວແຫ່ງຊາດລາວ ໃນການກຳຈັດຖ່ານໄຟສາຍ
ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ
ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd
ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ມີປະສິດທິພາບຫຼາຍຂື້ນ.
ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ
ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້: 1.ນຳເຂົ້າ ຫຼື ນຳໃຊ້ເຄມີອັນຕະລາຍຢູ່ໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກຍຶດເຄມີອັນຕະລາຍ ພ້ອມທັງປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 5,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 10,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 15,000,000 ກີບ/ຄັ້ງ; 2. ກໍ່ສ້າງ, ດັດແກ້ ຫຼື ຕິດຕັ້ງເຄື່ອງຈັກ ລະບົບບຳບັດສິ່ງເສດເຫຼືອກ່ອນໄດ້ຮັບໃບຢັ້ງຢືນດ້ານເຕັກນິກກ່ຽວກັບລະບົບບຳບັດສິ່ງເສດເຫຼືອ ຈະຖືກປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 3,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 5,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 7,000,000 ກີບ/ຄັ້ງ; 3. ປ່ອຍມົນລະພິດ ຫຼື ຖີ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ ຕາມກົດໝາຍ ແລະ ລະບຽບການ ຈະຖືກປັບໃໝ ດັ່ງນີ້: ໂຮງງານຂະໜາດນ້ອຍ, ໂຮງງານແບບຄອບຄົວ ຈະຖືກປັບໃໝ 10,000,000 ກີບ/ຄັ້ງ; ໂຮງງານຂະໜາດກາງ ຈະຖືກປັບໃໝ 15,000,000 ກີບ/ຄັ້ງ; ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 20,000,000 ກີບ/ຄັ້ງ; ຖ້າຜູ້ດຳເນີນກິດຈະການໂຮງງານ ຫາກມີພຶດຕິກຳທີ່ເປັນການລະເມີດລະບຽບການດັ່ງກ່າວຄັ້ງທີສອງ ແລະ ຄັ້ງທີສາມ ຈະຖືກປັບໃໝເພີ່ມຕາມແຕ່ລະກໍລະນີ ໂດຍການລະເມີດຄັ້ງທີສອງ ຈະຖືກປັບໃໝ 2 ເທົ່າ ແລະ ລະເມີດຄັ້ງທີສາມ ຈະຖືກປັບໃໝ 5 ເທົ່າ. ເຊິ່ງໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດ ດາວໂຫລດ: ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023
ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ
ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ (Paul J. RICHARDS / AFP) ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ ເຊິ່ງວິທີດຽວທີ່ຈະຮັກສາເຜົ່າພັນຂອງໝີຂົ້ວໂລກໄດ້ຄືການຢຸດພາວະໂລກຮ້ອນ ນັກວິທະຍາສາດເຜີຍແຜ່ຜົນງານວິໄຈລົງວາລະສານວິຊາການເນເຈີໄຄເມດເຊງ (Nature Climate Change) ລະບຸວ່າການປ່ຽນແປງພູມອາກາດເຮັດໃຫ້ໝີຂາວທີ່ກຳລັງຂາດອາຫານໃນຕອນນີ້ສ່ຽງທີ່ຈະສູນພັນພາຍໃນຊົ່ວອາຍຸຄົນປະຈຸບັນ ບາງພື້ນທີ່ຍັງພົບບັນຫາຊ້ຳຊ້ອນວ່າທະເລນ້ຳກ້ອນກຳລັງຫຼຸດລົງ ເຮັດໃຫ້ໝີຂາວມີເວລາໃນການລ່າແມວນ້ຳນ້ອຍລົງ ເຊິ່ງຮ່າງກາຍທີ່ຈ່ອຍຂອງໝີຂາວນັ້ນ ເຮັດໃຫ້ໝີມີໂອກາດຢູ່ລອດໜ້ອຍລົງໃນຊ່ວງລະດູໜາວອັນຮ້າຍແຮງຂອງອາກຕິກທີ່ບໍ່ມີອາຫານ Steven Amstrup ຜູ້ເລີ່ມການສຶກສາເລື່ອງນີ້ ແລະ ເປັນນັກວິທະຍາສາດຫຼັກຂອງອົງກອນໝີຂາວລະຫວ່າງປະເທດ (Polar Bears International) ກ່າວວ່າ ໝີຂາວຕ້ອງພົບກັບຊ່ວງເວລາອົດອາຫານ ຫຼື ຈຳສີນທີ່ດົນຂື້ນ ກ່ອນທີ່ນ້ຳກ້ອນຈະກັບມາກໍ່ໂຕໃຫ້ໝີໄດ້ມີໂອກາດອອກໄປລ່າອາຫານໄດ້ອີກຄັ້ງ ການສຶກສາຄັ້ງພົບວ່າຈາກທ່າອ່ຽງປະຈຸບັນກຸ່ມປະຊາກອນໝີຂາວ 12 ໃນ 13 ກຸ່ມຍ່ອຍ ຈະຖືກທຳລາຍລົງພາຍໃນ 80 ປີ ເນື່ອງຈາກການປ່ຽນແປງດ້ວຍອັດຕາເລັ່ງຂອງແຖບອາກຕິກ ເຊີ່ງຮ້ອນຂື້ນກວ່າບໍລິເວນອື່ນໆ ຂອງໂລກເຖິງ 2 ເທື່ອ ໂດຍ Amstrup ລະບຸວ່າໃນປີ 2100 ຫຼາຍແຫຼ່ງອາໄສຂອງໝີຂາວເກືອບບໍ່ມີຄວາມຫວັງທີ່ຈະມີປະຊາກອນເກີດໃຫມ່ ຫຼື ເກີດຂື້ນໄດ້ໜ້ອຍ ຍົກເວັ້ນປະຊາກອນກຸ່ມຍ່ອຍທີ່ເກາະ Queen Elizabeth ໃນໝູ່ເກາະອາກຕິກຂອງແຄນນາດາ ຮູບສາຍອະນາຄົດຄາດຄະເນລ່ວງໜ້າວ່າອຸນຫະພູມໜ້າດິນສະເລ່ຍຂອງໂລກຈະເພີ່ມຂື້ນໄປ 3.3 ອົງສາເຊ ນັບຈາກຍຸກກ່ອນປະຕິວັດອຸດສາຫະກໍາ ໂດຍ 1 ອົງສາເຊທີ່ເພີ່ມຂື້ນ ກະຕຸ້ນໃຫ້ເກີດຄື່ນຄວາມຮ້ອນທີ່ຮຸນແຮງ, ໄພແລ້ງ ທີ່ເຮັດໃຫ້ເກີດຄວາມຮ້າຍແຮງຫຼາຍຂື້ນ ຫຼາຍຂື້ນເນື່ອງຈາກລະດັບນ້ຳທະເລທີ່ເພີ່ມສູງຂື້ນ ເຖິງແມ່ນວ່າມະນຸດຈະຊ່ວຍການຫຼຸດຜ່ອນການເພີ່ມຂື້ນຂອງອຸນຫະພູມໜ້າດິນຂອງໂລກສະເລ່ຍໄວ້ຢູາ 2.4 ອົງສາເຊ ເຊິ່ງສູງກວ່າເປົ້າໝາຍຕາມຂໍ້ຕົກລົງປາຮີ (Paris Agreement) ພຽງ 0.5 ອົງສາເຊ ແຕ່ຄວາມຮ້າຍແຮງຂອງໄພທຳມະຊາດຕ່າງໆ ຍັງຄົງຄືເກົ່າ ພຽງແຕ່ອາດຈະຫຼຸດການສູນພັນຂອງໝີຂາວໄວ້ໄດ້ແດ່ບໍ່ຫຼາຍກໍ່ໜ້ອຍ Amstrup ສະຫຼຸບວ່າ ສິ່ງທີ່ຄຸກຄາມໝີຂາວບໍ່ແມ່ນການເພີ່ມຂື້ນຂອງອຸນຫະພູມໜ້າດິນສະເລ່ຍຂອງໂລກໂດຍກົງ ແຕ່ເປັນເພາະໝີຂາວບໍ່ສາມາດປັບໂຕ ຕໍ່ການປ່ຽນແປງສະພາບແວດລ້ອມທີ່ເກີດຂື້ນຢ່າງກະທັນຫັນ ເຊິ່ງປະຕິຫານອາດຈະຍັງຄົງມີຢູ່ ຖ້າທະເລນ້ຳກ້ອນບໍ່ລະລາຍເລີຍ ເຖິງແມ່ນວ່າອຸນຫະພູມຈະເພີ່ມສູງຂື້ນ ແຕ່ວ່າໃນຄວາມເປັນຈິງ ແຫຼ່ງອາໄສຂອງໝີຂາວກໍ່ຍັງຄົງລະລາຍຢູ່ດີ ນອກຈາກນັ້ນ, ມີສັດບົກຂະໜາດໃຫຍ່ທີ່ເປັນສັດປະຈຳຖີ່ນຫຼາຍກວ່າເຄີ່ງໜື່ງຂອງໂລກທີ່ຖືກຈັດໃຫ້ຢູ່ໃນສະຖານະຖືກຄຸກຄາມໃກ້ສູນພັນ ແຕ່ມີພຽງໝີຂາວຊະນິດດຽວທີ່ຖືກຈັດວ່າສ່ຽງສູນພັນເນື່ອງຈາກການປ່ຽນແປງພູມອາກາດ ແຕ່ວ່ານັກວິໄຈກໍ່ເຕືອນວ່າສະຖານະດັ່ງກ່າວອາດຢູ່ໄດ້ບໍ່ດົນ ແລະ ເຮົາຍັງຕ້ອງສຶກສາຕໍ່ໄປວ່າການປ່ຽນແປງ ພູມອາກາດນັ້ນສົ່ງຜົນກະທົບຕໍ່ສັດຊະນິດອື່ນແບບໃດແດ່ໃນອີກຫຼາຍສິບປີຂ້າງໜ້າ ໝີຂາວມີວິວັດທະນາການເພື່ອການຢູ່ລອດມາເປັນລ້ານປີ ຊື່ທາງວິທະຍາສາດຂອງໝີຂາວຄື (Ursus maritimus) ປະຈຸບັນມີໝີຂາວເຫຼືອຢູ່ໃນທຳມະຊາດ 25,000 ໂຕ ເຊີ່ງການວິໄຈລ່າສຸດທີ່ມີພື້ນຖານຈາກການວິໄຈຂອງ Amstrup ເມື່ອປະມານ 10 ປີກ່ອນ ເປັນການວີໄຈທີ່ຊີ້ເຖິງຈຸດຈົບຂອງໝີຂາວ ໂດຍມີການຊ້ອນທັບກັນຂອງ 2 ຊຸດຂໍ້ມູນ ຊຸດຂໍ້ມູນທຳອິດຄືໄລຍະເວລາອົດອາຫານ ຫຼື ຈຳສິນທີ່ດົນນານຂື້ນ ໂດຍປ່ຽນແປງໄປຕາມສະພາບພື້ນທີ່ຂອງແຕ່ລະພູມິພາກ ໂດຍມີໄລຍະເວລາຕັ້ງແຕ່ເຄິ່ງປີ ຫຼື ອາດຈະດົນນານກວ່ານັ້ນ ອີກຊຸດຂໍ້ມູນຄື ຄາດການການປ່ຽນແປງພູມອາກາດທີ່ຕິດຕາມການຫຼຸດລົງຂອງທະເລນ້ຳກ້ອນໄປຈົນໝົດສະຕະວັດ ໂດຍອ້າງອິງຮູບສາຍອະນາຄົດການສຶກສາຂອງຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ຂອງສະຫະປະຊາຊາດ Peter Molnar ຫົວໜ້າທີມສຶກສາໃນການວິໄຈນີ້ຈາກມະຫາວິທະຍາໄລ Toronto ແຄນນາດາ ອະທິບາຍເຖິງການຄິດໄລ່ອັດຕາການລອດຊີວິດຂອງໝີຂາວວ່າ ພິຈາລະນາຈາກຄວາມຕຸ້ຍຈອຍຂອງໝີຂາວທີ່ຈະເປັນໄປໄດ້ ແລະ ສ້າງແບບຈຳລອງການໃຊ້ພະລັງງານຂອງໝີຂາວ ຈາກນັ້ນຈື່ງຄິດໄລ່ຫາຈຳນວນວັນທີ່ໝີຂະໜາດໃຫຍ່ເຕັມທີ່ ແລະ ລູກໝີສາມາດອົດອາຫານ ຫຼື ຈຳສີນໄດ້ກ່ອນທີ່ຈະເລີ່ມຕາຍ ຕົວຢ່າງທີ່ນັກວິໄຈພົບຄື ກໍລະນີໝີຂາວໂຕຜູ້ໃນກຸ່ມປະຊາກອນທີ່ອ່າວ West Hudson ມີນ້ຳໜັກໜ້ອຍຄວາມປົກກະຕິ 20% ເມື່ອເລີ່ມຕົ້ນລະດູການຈຳສິນ ໝີຂາວໂຕດັ່ງກ່າວຈະມີພະລັງງານພຽງພໍສຳລັບຈຳສີນພຽງ 125 ມື້ ແທນທີ່ຈະເປັນ 200 ມື້ ຂະນະທີ່ລູກໝິີເກີິດໃຫມ່ຍັງໄດ້ຮັບຜົນກະທົບຫຼາຍກວ່າ ໂດຍການສຶກສາພົບວ່າແມ່ໝີຕຸ້ຍບໍ່ພໍທີ່ຈະຜະລິດນ້ຳນົມທີ່ເຕັມໄປດ້ວຍສານອາຫານໄດ້ ແຕ່ວ່າມີຂາວໂຕແມ່ທີ່ບໍ່ມີລູກກໍ່ສາມາດທົນຕໍ່ການອົດອາຫານໄດ້ຫຼາຍຂື້ນ. ຮູບພາບຈາກ: Russia’s Arctic plans add to polar bears’ climate woes (phys.org) ຮູບພາບຈາກ: https://weird-facts.org/post/140850634451/this-photo-by-kerstin-langenberger-shows-how-polar ທີ່ມາ: https://mgronline.com/science/detail/9630000074747
ລາຍງານໃໝ່ເຕືອນ ຖ້າຍັງບໍ່ຢຸດປ່ອຍຄາບອນ ໂລກຈະພົບກັບການສູນພັນຄັ້ງໃຫຍ່
ລາຍງານໃໝ່ເຕືອນ ຖ້າຍັງບໍ່ຢຸດປ່ອຍຄາບອນ ໂລກຈະພົບກັບການສູນພັນຄັ້ງໃຫຍ່ ລາຍງານໃໝ່ເຕືອນ ລະດັບຄາບອນໄຊ (CO2) ຕອນນີ້ທີ່ກຳລັງສູງຂື້ນເລື້ອຍໆ ອາດນຳພາໄປສູ່ການສູນພັນຄັ້ງໃຫຍ່ຄືກັນກັບທີ່ເຄີຍເກີດຂື້ນ 19 ຄັ້ງໃນ ຊ່ວງ 534 ລ້ານປີທີ່ຜ່ານມາເຊິ່ງມີປະລິມານ CO2 ສູງເຊັ່ນດຽວກັນ William Jackson Davis ນັກຊີວະວິທະຍາໄດ້ຂຽນລາຍງານໃນວາລະສານ Earth’s Future ໄວ້ວ່າ CO2 ໃນຊັ້ນບັນຍາກາດລະດັບສູງຈະເຮັດໃຫ້ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບດ້ວຍການເຮັດໃຫ້ມະຫາສະໝຸດເປັນກົດຫຼາຍຂື້ນເພາະດູດຊັບ CO2 ທີ່ຫຼາຍຂື້ນ ບໍ່ພຽງແຕ່ເທົ່ານັ້ນມັນຍັງໄປຍາດຈັບໂຕກັບແຄວຊຽມຄາບໍເນດໄອອອນ ທາດທີ່ຈຳເປັນຕໍ່ການສ້າງໂຄງກະດູກ ແລະ ເປືອກຫອຍຂອງສິ່ງທີ່ມີຊີວິດນ້ອຍໆ ເຊິ່ງເຮັດໃຫ້ພວກມັນມີຈຳນວນຫຼຸດລົງ ເພາະບໍ່ສາມາດສ້າງຮ່າງກາຍໄດ້ ຈາກນັ້ນກໍ່ຈະກະທົບກັບຕ່ອງໂສ້ອາຫານທັງໝົດ ນຳພາໄປສູ່ການສູນພັນຄັ້ງໃຫຍ່ ຈາກການຂາດອາຫານ Jackson Davis ລະບຸວ່າຄວາມເຂັ້ມຂຸ້ນຂອງ CO2 ນັ້ນກ່ຽວຂ້ອງກັບການສູນພັນຄັ້ງໃຫຍ່ 19 ຄັ້ງໃນຊ່ວງ 534 ລ້ານປີທີ່ຜ່ານມາໂດຍມີຫຼັກຖານບັນທຶກຢູ່ໃນຊາກດຶກດຳບັນ “ເມື່ອຄາບອນໄດອອກໄຊເພີ່ມຂື້ນ ການສູນພັນກໍ່ເພີ່ມຂື້ນ ແລະ ເມື່ອຄາບອນໄດອອກໄຊຫຼຸດລົງ ການສູນພັນກໍ່ຫຼຸດລົງ” Jackson Davis ຂຽນ ເຮັດໃຫ້ເກີດຄວາມກັງວົນວ່າມະນຸດກຳລັງຈະກ້າວໜ້າສູ່ການສູນພັນເຊັ່ນດຽວກັນ ເນື່ອງຈາກການປ່ອຍທາດອາຍເຮືອນແກ້ວ ໂດຍປະຈຸບັນຄວາມເຂັ້ມຂຸ້ນຂອງ CO2 ໃນຊັ້ນບັນຍາກາດຢູ່ທີ່ 421 ppmv (ສ່ວນລ້ານຕໍ່ລ້ານສ່ວນໂດຍບໍລິມາດ) ແລະ ຖ້າເຮົາຍັງບໍ່ເຮັດຫຍັງ ປະລິມານ CO2 ອາດຈະຂື້ນໄປຮອດ 800 ppmv ພາຍໃນປີ 2100, ເຊິ່ງໃກ້ຄຽງກັບ 870 ppmv ໃນຊ່ວງທີ່ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບທາງທະເລເມື່ອ 534 ລ້ານປີກ່ອນ ເຊິ່ງເປັນຜົນເຮັດໃຫ້ເກີດ ຂະບວນຂ້າສິ່ງທີ່ມີຊີວິດທັນທີ ຫາຍໄປປະມານ 6.4 % ຂອງທັງໝົດ ດັ່ງນັ້ນ, ໃນອະນາຄົດເຮົາອາດຈະເຫັນສັດຕາຍຫຼາຍຂື້ນເລື້ອຍໆ ທັງທີ່ພວກມັນບໍ່ແມ່ນຕົ້ນເຫດ Current CO2 levels are already causing losses in biodiversity, the study says.(Image credit: OsakaWayne Studios via Getty Images)ທີ່ມາ: https://web.facebook.com/photo/?fbid=591591423183156&set=a.521543393521293
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະ ລະບົບນິເວດ, ບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍໝວດຕ່າງໆ ດັ່ງນີ້: ໝວດທີ 1 ບົດບັນຍັດທົ່ວໄປ ໝວດທີ 2 ການສຳຫຼວດ, ການຂື້ນບັນຊີ ແລະ ແຜນຄຸ້ມຄອງຄຸນນະພາບນ້ຳ ໝວດທີ 3 ການປົກປັກຮັກສາ, ການຟື້ນຟູ ແລະ ການຕິດຕາມກວດກາຄຸນນະພາບນ້ຳ ໝວດທີ 4 ການສຳຫຼວດ ການຂື້ນບັນຊີ, ແຜນຄຸ້ມຄອງການປ່ອຍນ້ຳເປື້ອນ ແລະ ການບຳບັດນ້ຳເປື້ອນ ໝວດທີ 5 ການອະນຸຍາດປ່ອຍນ້ຳເປື້ອນ ໝວດທີ 6 ການກວດກາວິຊາການການປ່ອຍນ້ຳເປື້ອນ, ການເກັບຄ່າທຳນຽມ ແລະ ຄ່າບໍລິການ ໝວດທີ 7 ບົດບັນຍັດສຸດທ້າຍ ເຊິ່ງໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມຊັບພະຍາກອນນ້ຳ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍຈະມີການກວດກາຄືນບັນດາໂຄງການ ແລະ ກິດຈະການຕ່າງໆ ທີ່ຍັງບໍ່ໄດ້ຮັບອະນຸຍາດປ່ອຍນ້ຳເປື້ອນ ໃນໄລຍະຜ່ານມາ ແລະ ແຈ້ງໃຫ້ເຈົ້າຂອງໂຄງການ ຫຼື ກິດຈະການດັ່ງກ່າວດຳເນີນການຂໍອະນຸຍາດປ່ອຍນ້ຳເປື້ອນ ໃຫ້ສຳເລັດພາຍໃນ ຫົກ ເດືອນ ນັບແຕ່ໄດ້ຮັບແຈ້ງການ ເປັນຕົ້ນໄປ. ຖ້າໂຄງການ ຫຼື ກິດຈະການໃດ ບໍ່ປະຕິບັດຕາມແຈ້ງການ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃນກຳນົດເວລາ 6 ເດືອນ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງພິຈາລະນາຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດນຳໃຊ້ນໍ້າຕາມກົດໝາຍ ແລະ ລະບຽບການ. ດາວໂຫລດ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄຸນນະພາບນໍ້າ ແລະ ການປ່ອຍນໍ້າເປື້ອນ ເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023