ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ
ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ (Paul J. RICHARDS / AFP) ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ ເຊິ່ງວິທີດຽວທີ່ຈະຮັກສາເຜົ່າພັນຂອງໝີຂົ້ວໂລກໄດ້ຄືການຢຸດພາວະໂລກຮ້ອນ ນັກວິທະຍາສາດເຜີຍແຜ່ຜົນງານວິໄຈລົງວາລະສານວິຊາການເນເຈີໄຄເມດເຊງ (Nature Climate Change) ລະບຸວ່າການປ່ຽນແປງພູມອາກາດເຮັດໃຫ້ໝີຂາວທີ່ກຳລັງຂາດອາຫານໃນຕອນນີ້ສ່ຽງທີ່ຈະສູນພັນພາຍໃນຊົ່ວອາຍຸຄົນປະຈຸບັນ ບາງພື້ນທີ່ຍັງພົບບັນຫາຊ້ຳຊ້ອນວ່າທະເລນ້ຳກ້ອນກຳລັງຫຼຸດລົງ ເຮັດໃຫ້ໝີຂາວມີເວລາໃນການລ່າແມວນ້ຳນ້ອຍລົງ ເຊິ່ງຮ່າງກາຍທີ່ຈ່ອຍຂອງໝີຂາວນັ້ນ ເຮັດໃຫ້ໝີມີໂອກາດຢູ່ລອດໜ້ອຍລົງໃນຊ່ວງລະດູໜາວອັນຮ້າຍແຮງຂອງອາກຕິກທີ່ບໍ່ມີອາຫານ Steven Amstrup ຜູ້ເລີ່ມການສຶກສາເລື່ອງນີ້ ແລະ ເປັນນັກວິທະຍາສາດຫຼັກຂອງອົງກອນໝີຂາວລະຫວ່າງປະເທດ (Polar Bears International) ກ່າວວ່າ ໝີຂາວຕ້ອງພົບກັບຊ່ວງເວລາອົດອາຫານ ຫຼື ຈຳສີນທີ່ດົນຂື້ນ ກ່ອນທີ່ນ້ຳກ້ອນຈະກັບມາກໍ່ໂຕໃຫ້ໝີໄດ້ມີໂອກາດອອກໄປລ່າອາຫານໄດ້ອີກຄັ້ງ ການສຶກສາຄັ້ງພົບວ່າຈາກທ່າອ່ຽງປະຈຸບັນກຸ່ມປະຊາກອນໝີຂາວ 12 ໃນ 13 ກຸ່ມຍ່ອຍ ຈະຖືກທຳລາຍລົງພາຍໃນ 80 ປີ ເນື່ອງຈາກການປ່ຽນແປງດ້ວຍອັດຕາເລັ່ງຂອງແຖບອາກຕິກ ເຊີ່ງຮ້ອນຂື້ນກວ່າບໍລິເວນອື່ນໆ ຂອງໂລກເຖິງ 2 ເທື່ອ ໂດຍ Amstrup ລະບຸວ່າໃນປີ 2100 ຫຼາຍແຫຼ່ງອາໄສຂອງໝີຂາວເກືອບບໍ່ມີຄວາມຫວັງທີ່ຈະມີປະຊາກອນເກີດໃຫມ່ ຫຼື ເກີດຂື້ນໄດ້ໜ້ອຍ ຍົກເວັ້ນປະຊາກອນກຸ່ມຍ່ອຍທີ່ເກາະ Queen Elizabeth ໃນໝູ່ເກາະອາກຕິກຂອງແຄນນາດາ ຮູບສາຍອະນາຄົດຄາດຄະເນລ່ວງໜ້າວ່າອຸນຫະພູມໜ້າດິນສະເລ່ຍຂອງໂລກຈະເພີ່ມຂື້ນໄປ 3.3 ອົງສາເຊ ນັບຈາກຍຸກກ່ອນປະຕິວັດອຸດສາຫະກໍາ ໂດຍ 1 ອົງສາເຊທີ່ເພີ່ມຂື້ນ ກະຕຸ້ນໃຫ້ເກີດຄື່ນຄວາມຮ້ອນທີ່ຮຸນແຮງ, ໄພແລ້ງ ທີ່ເຮັດໃຫ້ເກີດຄວາມຮ້າຍແຮງຫຼາຍຂື້ນ ຫຼາຍຂື້ນເນື່ອງຈາກລະດັບນ້ຳທະເລທີ່ເພີ່ມສູງຂື້ນ ເຖິງແມ່ນວ່າມະນຸດຈະຊ່ວຍການຫຼຸດຜ່ອນການເພີ່ມຂື້ນຂອງອຸນຫະພູມໜ້າດິນຂອງໂລກສະເລ່ຍໄວ້ຢູາ 2.4 ອົງສາເຊ ເຊິ່ງສູງກວ່າເປົ້າໝາຍຕາມຂໍ້ຕົກລົງປາຮີ (Paris Agreement) ພຽງ 0.5 ອົງສາເຊ ແຕ່ຄວາມຮ້າຍແຮງຂອງໄພທຳມະຊາດຕ່າງໆ ຍັງຄົງຄືເກົ່າ ພຽງແຕ່ອາດຈະຫຼຸດການສູນພັນຂອງໝີຂາວໄວ້ໄດ້ແດ່ບໍ່ຫຼາຍກໍ່ໜ້ອຍ Amstrup ສະຫຼຸບວ່າ ສິ່ງທີ່ຄຸກຄາມໝີຂາວບໍ່ແມ່ນການເພີ່ມຂື້ນຂອງອຸນຫະພູມໜ້າດິນສະເລ່ຍຂອງໂລກໂດຍກົງ ແຕ່ເປັນເພາະໝີຂາວບໍ່ສາມາດປັບໂຕ ຕໍ່ການປ່ຽນແປງສະພາບແວດລ້ອມທີ່ເກີດຂື້ນຢ່າງກະທັນຫັນ ເຊິ່ງປະຕິຫານອາດຈະຍັງຄົງມີຢູ່ ຖ້າທະເລນ້ຳກ້ອນບໍ່ລະລາຍເລີຍ ເຖິງແມ່ນວ່າອຸນຫະພູມຈະເພີ່ມສູງຂື້ນ ແຕ່ວ່າໃນຄວາມເປັນຈິງ ແຫຼ່ງອາໄສຂອງໝີຂາວກໍ່ຍັງຄົງລະລາຍຢູ່ດີ ນອກຈາກນັ້ນ, ມີສັດບົກຂະໜາດໃຫຍ່ທີ່ເປັນສັດປະຈຳຖີ່ນຫຼາຍກວ່າເຄີ່ງໜື່ງຂອງໂລກທີ່ຖືກຈັດໃຫ້ຢູ່ໃນສະຖານະຖືກຄຸກຄາມໃກ້ສູນພັນ ແຕ່ມີພຽງໝີຂາວຊະນິດດຽວທີ່ຖືກຈັດວ່າສ່ຽງສູນພັນເນື່ອງຈາກການປ່ຽນແປງພູມອາກາດ ແຕ່ວ່ານັກວິໄຈກໍ່ເຕືອນວ່າສະຖານະດັ່ງກ່າວອາດຢູ່ໄດ້ບໍ່ດົນ ແລະ ເຮົາຍັງຕ້ອງສຶກສາຕໍ່ໄປວ່າການປ່ຽນແປງ ພູມອາກາດນັ້ນສົ່ງຜົນກະທົບຕໍ່ສັດຊະນິດອື່ນແບບໃດແດ່ໃນອີກຫຼາຍສິບປີຂ້າງໜ້າ ໝີຂາວມີວິວັດທະນາການເພື່ອການຢູ່ລອດມາເປັນລ້ານປີ ຊື່ທາງວິທະຍາສາດຂອງໝີຂາວຄື (Ursus maritimus) ປະຈຸບັນມີໝີຂາວເຫຼືອຢູ່ໃນທຳມະຊາດ 25,000 ໂຕ ເຊີ່ງການວິໄຈລ່າສຸດທີ່ມີພື້ນຖານຈາກການວິໄຈຂອງ Amstrup ເມື່ອປະມານ 10 ປີກ່ອນ ເປັນການວີໄຈທີ່ຊີ້ເຖິງຈຸດຈົບຂອງໝີຂາວ ໂດຍມີການຊ້ອນທັບກັນຂອງ 2 ຊຸດຂໍ້ມູນ ຊຸດຂໍ້ມູນທຳອິດຄືໄລຍະເວລາອົດອາຫານ ຫຼື ຈຳສິນທີ່ດົນນານຂື້ນ ໂດຍປ່ຽນແປງໄປຕາມສະພາບພື້ນທີ່ຂອງແຕ່ລະພູມິພາກ ໂດຍມີໄລຍະເວລາຕັ້ງແຕ່ເຄິ່ງປີ ຫຼື ອາດຈະດົນນານກວ່ານັ້ນ ອີກຊຸດຂໍ້ມູນຄື ຄາດການການປ່ຽນແປງພູມອາກາດທີ່ຕິດຕາມການຫຼຸດລົງຂອງທະເລນ້ຳກ້ອນໄປຈົນໝົດສະຕະວັດ ໂດຍອ້າງອິງຮູບສາຍອະນາຄົດການສຶກສາຂອງຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ຂອງສະຫະປະຊາຊາດ Peter Molnar ຫົວໜ້າທີມສຶກສາໃນການວິໄຈນີ້ຈາກມະຫາວິທະຍາໄລ Toronto ແຄນນາດາ ອະທິບາຍເຖິງການຄິດໄລ່ອັດຕາການລອດຊີວິດຂອງໝີຂາວວ່າ ພິຈາລະນາຈາກຄວາມຕຸ້ຍຈອຍຂອງໝີຂາວທີ່ຈະເປັນໄປໄດ້ ແລະ ສ້າງແບບຈຳລອງການໃຊ້ພະລັງງານຂອງໝີຂາວ ຈາກນັ້ນຈື່ງຄິດໄລ່ຫາຈຳນວນວັນທີ່ໝີຂະໜາດໃຫຍ່ເຕັມທີ່ ແລະ ລູກໝີສາມາດອົດອາຫານ ຫຼື ຈຳສີນໄດ້ກ່ອນທີ່ຈະເລີ່ມຕາຍ ຕົວຢ່າງທີ່ນັກວິໄຈພົບຄື ກໍລະນີໝີຂາວໂຕຜູ້ໃນກຸ່ມປະຊາກອນທີ່ອ່າວ West Hudson ມີນ້ຳໜັກໜ້ອຍຄວາມປົກກະຕິ 20% ເມື່ອເລີ່ມຕົ້ນລະດູການຈຳສິນ ໝີຂາວໂຕດັ່ງກ່າວຈະມີພະລັງງານພຽງພໍສຳລັບຈຳສີນພຽງ 125 ມື້ ແທນທີ່ຈະເປັນ 200 ມື້ ຂະນະທີ່ລູກໝິີເກີິດໃຫມ່ຍັງໄດ້ຮັບຜົນກະທົບຫຼາຍກວ່າ ໂດຍການສຶກສາພົບວ່າແມ່ໝີຕຸ້ຍບໍ່ພໍທີ່ຈະຜະລິດນ້ຳນົມທີ່ເຕັມໄປດ້ວຍສານອາຫານໄດ້ ແຕ່ວ່າມີຂາວໂຕແມ່ທີ່ບໍ່ມີລູກກໍ່ສາມາດທົນຕໍ່ການອົດອາຫານໄດ້ຫຼາຍຂື້ນ. ຮູບພາບຈາກ: Russia’s Arctic plans add to polar bears’ climate woes (phys.org) ຮູບພາບຈາກ: https://weird-facts.org/post/140850634451/this-photo-by-kerstin-langenberger-shows-how-polar ທີ່ມາ: https://mgronline.com/science/detail/9630000074747
ລາຍງານໃໝ່ເຕືອນ ຖ້າຍັງບໍ່ຢຸດປ່ອຍຄາບອນ ໂລກຈະພົບກັບການສູນພັນຄັ້ງໃຫຍ່
ລາຍງານໃໝ່ເຕືອນ ຖ້າຍັງບໍ່ຢຸດປ່ອຍຄາບອນ ໂລກຈະພົບກັບການສູນພັນຄັ້ງໃຫຍ່ ລາຍງານໃໝ່ເຕືອນ ລະດັບຄາບອນໄຊ (CO2) ຕອນນີ້ທີ່ກຳລັງສູງຂື້ນເລື້ອຍໆ ອາດນຳພາໄປສູ່ການສູນພັນຄັ້ງໃຫຍ່ຄືກັນກັບທີ່ເຄີຍເກີດຂື້ນ 19 ຄັ້ງໃນ ຊ່ວງ 534 ລ້ານປີທີ່ຜ່ານມາເຊິ່ງມີປະລິມານ CO2 ສູງເຊັ່ນດຽວກັນ William Jackson Davis ນັກຊີວະວິທະຍາໄດ້ຂຽນລາຍງານໃນວາລະສານ Earth’s Future ໄວ້ວ່າ CO2 ໃນຊັ້ນບັນຍາກາດລະດັບສູງຈະເຮັດໃຫ້ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບດ້ວຍການເຮັດໃຫ້ມະຫາສະໝຸດເປັນກົດຫຼາຍຂື້ນເພາະດູດຊັບ CO2 ທີ່ຫຼາຍຂື້ນ ບໍ່ພຽງແຕ່ເທົ່ານັ້ນມັນຍັງໄປຍາດຈັບໂຕກັບແຄວຊຽມຄາບໍເນດໄອອອນ ທາດທີ່ຈຳເປັນຕໍ່ການສ້າງໂຄງກະດູກ ແລະ ເປືອກຫອຍຂອງສິ່ງທີ່ມີຊີວິດນ້ອຍໆ ເຊິ່ງເຮັດໃຫ້ພວກມັນມີຈຳນວນຫຼຸດລົງ ເພາະບໍ່ສາມາດສ້າງຮ່າງກາຍໄດ້ ຈາກນັ້ນກໍ່ຈະກະທົບກັບຕ່ອງໂສ້ອາຫານທັງໝົດ ນຳພາໄປສູ່ການສູນພັນຄັ້ງໃຫຍ່ ຈາກການຂາດອາຫານ Jackson Davis ລະບຸວ່າຄວາມເຂັ້ມຂຸ້ນຂອງ CO2 ນັ້ນກ່ຽວຂ້ອງກັບການສູນພັນຄັ້ງໃຫຍ່ 19 ຄັ້ງໃນຊ່ວງ 534 ລ້ານປີທີ່ຜ່ານມາໂດຍມີຫຼັກຖານບັນທຶກຢູ່ໃນຊາກດຶກດຳບັນ “ເມື່ອຄາບອນໄດອອກໄຊເພີ່ມຂື້ນ ການສູນພັນກໍ່ເພີ່ມຂື້ນ ແລະ ເມື່ອຄາບອນໄດອອກໄຊຫຼຸດລົງ ການສູນພັນກໍ່ຫຼຸດລົງ” Jackson Davis ຂຽນ ເຮັດໃຫ້ເກີດຄວາມກັງວົນວ່າມະນຸດກຳລັງຈະກ້າວໜ້າສູ່ການສູນພັນເຊັ່ນດຽວກັນ ເນື່ອງຈາກການປ່ອຍທາດອາຍເຮືອນແກ້ວ ໂດຍປະຈຸບັນຄວາມເຂັ້ມຂຸ້ນຂອງ CO2 ໃນຊັ້ນບັນຍາກາດຢູ່ທີ່ 421 ppmv (ສ່ວນລ້ານຕໍ່ລ້ານສ່ວນໂດຍບໍລິມາດ) ແລະ ຖ້າເຮົາຍັງບໍ່ເຮັດຫຍັງ ປະລິມານ CO2 ອາດຈະຂື້ນໄປຮອດ 800 ppmv ພາຍໃນປີ 2100, ເຊິ່ງໃກ້ຄຽງກັບ 870 ppmv ໃນຊ່ວງທີ່ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບທາງທະເລເມື່ອ 534 ລ້ານປີກ່ອນ ເຊິ່ງເປັນຜົນເຮັດໃຫ້ເກີດ ຂະບວນຂ້າສິ່ງທີ່ມີຊີວິດທັນທີ ຫາຍໄປປະມານ 6.4 % ຂອງທັງໝົດ ດັ່ງນັ້ນ, ໃນອະນາຄົດເຮົາອາດຈະເຫັນສັດຕາຍຫຼາຍຂື້ນເລື້ອຍໆ ທັງທີ່ພວກມັນບໍ່ແມ່ນຕົ້ນເຫດ Current CO2 levels are already causing losses in biodiversity, the study says.(Image credit: OsakaWayne Studios via Getty Images)ທີ່ມາ: https://web.facebook.com/photo/?fbid=591591423183156&set=a.521543393521293
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະ ລະບົບນິເວດ, ບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍໝວດຕ່າງໆ ດັ່ງນີ້: ໝວດທີ 1 ບົດບັນຍັດທົ່ວໄປ ໝວດທີ 2 ການສຳຫຼວດ, ການຂື້ນບັນຊີ ແລະ ແຜນຄຸ້ມຄອງຄຸນນະພາບນ້ຳ ໝວດທີ 3 ການປົກປັກຮັກສາ, ການຟື້ນຟູ ແລະ ການຕິດຕາມກວດກາຄຸນນະພາບນ້ຳ ໝວດທີ 4 ການສຳຫຼວດ ການຂື້ນບັນຊີ, ແຜນຄຸ້ມຄອງການປ່ອຍນ້ຳເປື້ອນ ແລະ ການບຳບັດນ້ຳເປື້ອນ ໝວດທີ 5 ການອະນຸຍາດປ່ອຍນ້ຳເປື້ອນ ໝວດທີ 6 ການກວດກາວິຊາການການປ່ອຍນ້ຳເປື້ອນ, ການເກັບຄ່າທຳນຽມ ແລະ ຄ່າບໍລິການ ໝວດທີ 7 ບົດບັນຍັດສຸດທ້າຍ ເຊິ່ງໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມຊັບພະຍາກອນນ້ຳ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍຈະມີການກວດກາຄືນບັນດາໂຄງການ ແລະ ກິດຈະການຕ່າງໆ ທີ່ຍັງບໍ່ໄດ້ຮັບອະນຸຍາດປ່ອຍນ້ຳເປື້ອນ ໃນໄລຍະຜ່ານມາ ແລະ ແຈ້ງໃຫ້ເຈົ້າຂອງໂຄງການ ຫຼື ກິດຈະການດັ່ງກ່າວດຳເນີນການຂໍອະນຸຍາດປ່ອຍນ້ຳເປື້ອນ ໃຫ້ສຳເລັດພາຍໃນ ຫົກ ເດືອນ ນັບແຕ່ໄດ້ຮັບແຈ້ງການ ເປັນຕົ້ນໄປ. ຖ້າໂຄງການ ຫຼື ກິດຈະການໃດ ບໍ່ປະຕິບັດຕາມແຈ້ງການ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃນກຳນົດເວລາ 6 ເດືອນ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງພິຈາລະນາຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດນຳໃຊ້ນໍ້າຕາມກົດໝາຍ ແລະ ລະບຽບການ. ດາວໂຫລດ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄຸນນະພາບນໍ້າ ແລະ ການປ່ອຍນໍ້າເປື້ອນ ເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023
ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022
ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022 ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ: ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ ທີ່ໃຊ້ເຂົ້າໃນຂະບວນການຄັດແຍກ, ກຳຈັດ ແລະ ສ້າງຜະລິດຕະພັນຈາກສິ່ງເສດເຫຼືອເພື່ອເປັນພະລັງງານທົດແທນ ຂອງບໍລິສັດ ຄາຢາມາໂຄກຽວຈຳກັດ ເຊີ່ງຄະນະທີມງານຈາກ ສປປ ລາວ ເຊິ່ງປະກອບດ້ວຍພາກລັດ ແລະ ເອກະຊົນ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ (ກະຊວງສາທາລະນະສຸກ), ກົມອຸດສາຫະກຳ ແລະ ຫັດຖະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສິ່ງແວດລ້ອມ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ (ກະຊວງແຜນການ ແລະ ການລົງທືນ),ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC, ຄສວ, ມຊ), ບໍລິສັດ Small b ທີ່ປືກສາດ້ານການລົງທຶນຈໍາກັດຜູ້ດຽວ, ບໍລິສັດ ສະຫວັນ ອີເອັມຊີ ຈໍາກັດ ທັງໝົດຈໍານວນ 13 ທ່ານ ໄດ້ລົງຢ້ຽມຢາມ ແລະ ທັດສະນະສຶກສາຕົວຈິງກ່ຽວກັບການຈັດການສິ່ງເສດເຫຼືອອຸດສາຫະກຳ/ສາທາລະນະສຸກ ທີ່ປະເທດຍີ່ປຸ່ນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ: ຮຽນຮູ້ກ່ຽວກັບ ວິທີການຄັດແຍກ, ກຳຈັດສິ່ງເສດເຫລືອອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາໂຄກຽວຈໍາກັດ ຮຽນຮູ້ກ່ຽວກັບບັນດາກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບສິ່ງເສດເຫລືອຂອງປະເທດຍີ່ປຸ່ນ ໄດ້ລົງຢ້ຽມຢາມກ່ຽວກັບການຈັດການສິ່ງເສດເຫຼືອຂອງໂຮງງານ ແລະ ໂຮງໝໍ ລົງຢ້ຽມຢາມ ສະຖານທີ່ເຜົາກຳຈັດສິ່ງເສດເຫຼືອທົ່ວໄປຈາກຊຸມຊົນ ແລະ ບັນດາຫ້ອງການຕ່າງໆພ້ອມທັງລະບົບການຈັດການກ່ຽວກັບມົນລະພິດທາງນໍ້າ ແລະ ອາກາດ ລົງເບີ່ງພື້ນທີ່ຕົວຈິງຂອງສະຖານທີ່ຝັງກົບ ຫຼັງຈາກການເຜົາສິ່ງເສດເຫຼືອທົ່ວໄປ ແລະ ລະບົບບໍາບັດນໍ້າເປື້ອນ ທັດສະນະສຶກສາກ່ຽວກັບບັນດາກິດຈະກຳ ແລະ ການຈັດການຈັດສິ່ງເສດເຫຼືອພາຍໃນໂຮງຮຽນປະຖົມ ລົງຢ້ຽມຢາມໂຮງງານຄັດແຍກ ແລະ ກຳຈັດສິ່ງເສດຈາກ ເອເລັກໂຕນິກຂອງບໍລິສັດຄາຢາມາໂຄກຽວ ທັດສະນະສຶກສາກ່ຽວກັບຂະບວນການຜະລິດ, ການຈັດການສິ່ງເສດເຫຼືອຈາກ ໂຮງງານ MS Group ທີ່ດຳເນີນການກ່ຽວກັບໂຮງງານຜະລິດແມ່ພິມຂອງຂະບວນການຜະລິດຊີ້ນສ່ວນຂອງລົດຍົນ ລົງຢ້ຽມຢາມ ໂຮງງານລີໄຊເຄີ່ນ ສິ່ງເສດເຫຼືອເອເລັກໂທນິກຂອງບໍລິສັດ Green Cycle, SONY Group
ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ
ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ, ແຂວງຄໍາມ່ວນ ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື ບໍ່ມີຄ່າຄວາມຮ້ອນ, ສິ່ງເສດເຫຼືອອຸດສາຫະກໍາທີ່ສາມາດໃຊ້ເປັນວັດຖຸດິບທົດແທນ, ເຊື້ອໄຟທົດແທນ ການກຳຈັດສິ່ງເສດເຫຼືອອຸດສາຫະກຳໃນເຕົາປູນຊີມັງນັ້ນຈະຕ້ອງຜ່ານການວິເຄາະ ແລະ ກວດກາຄຸນສົມບັດທາງເຄມີ ແລະ ກາຍຍະພາບ ເພື່ອປຽບທຽບຄຸນສົມບັດກັບເກນທີ່ບໍລິສັດແມ່ ຫຼື ບໍລິສັດ ປູນຊີເມນໄທ ຈຳກັດ (SCG) ກຳນົດໄວ້ ເພື່ອໃຫ້ໝັ່ນໃຈວ່າ ສາມາດກຳຈັດສິ່ງເສດເຫຼືອອຸດສາຫະກຳໄດ້ໂດຍບໍ່ສົ່ງຜົນກະທົບໃດໆ ທັງທາງດ້ານຄວາມປອດໄພ ອະຊິວະອະນາໄມ ແລະ ສິ່ງແວດລ້ອມ ລວມເຖິງຄຸນນະພາບຂອງປູນຊີມັງ ເຊິ່ງໜ້າທີ່ໃນການກວດກາວິເຄາະ ແລະ ປັບສະພາບສິ່ງເສດເຫຼືອກ່ອນນຳສົ່ງໄປເຜົາກຳຈັດທີ່ໂຮງງານຊີມັງດັ່ງກ່າວ ແມ່ນໜ້າທີ່ຂອງ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ພາຍໃຕ້ໂຄງການຕົ້ນແບບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳຢ່າຮອບດ້ານ ສະຖານີິຄົ້ນຄວ້າ-ວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ເຊິ່ງຕັ້ງຢູ່ບ້ານ ດົງຄວາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ (ຫຼັກ 33) ຂໍ້ດີຂອງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາໃນເຕົາເຜົາປູນຊີມັງຄື ມີອຸນຫະພູມສະເລ່ຍທີ່ສູງຮອດ 1,450 ອົງສາເຊ, ຫິນປູນທີ່ເປັນວັດຖຸດິບຫຼັກໃນການຜະລິດປູນຊີມັງ ຈະເປັນຕົວປັບສະຖຽນລົດຄວາມເປັນພິດຂອງສິ່ງເສດເຫຼືອໄດ້ເປັນຢ່າງດີ ລວມເຖິງ ຂີ້ເຖົ່າທີ່ເກີດຈາກການກຳຈັດສິ່ງເສດເຫຼືອອຸດສາຫະກຳຍັງຖືກປະສົມຢູ່ໃນວັດຖຸດິບໃນປູນຊີມັງອີກດ້ວຍ ຈື່ງບໍ່ມີສິ່ງເສດເຫຼືອທີ່ຈະຕ້ອງເອົາໄປຝັງກົບອີກ.
ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ?
ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ? ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ ເມື່ອວັນທີ 6 ພຶດສະພາ 2023 ທີ່ສະໂມສອນ ເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນການສະແດງເຖິງເປົ້າໝາຍຊັດເຈນຕາມວັດຖຸປະສົງການຮ່ວມມືກັນໃນລະດັບພາຄີ ພາຍໃຕ້ການພັດທະນາໂຄງການຂອງສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ການເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້໋ງນີ້ ມາຈາກ 8 ພາກສ່ວນດ້ວຍກັນ ຂອບເຂດໃນການເຊັນບົດບັນທຶກຄວາມເຂົ້າໃຈມີຜົນບັງຄັບໃຊ້ເປັນເວລາ 5 ປີ ນັບແຕ່ລົງລາຍເຊັນເປັນຕົ້ນມາ ແລະ ເຄື່ອນໄຫວກິດຈະກຳຕ່າງໆຕາມຂອບການຮ່ວມກັນ ພ້ອມທັງຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນເຊີ່ງກັນແລະກັນໃນແຕ່ລະໄລຍະ ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ນອກຈາກ 8 ພາກສ່ວນຕົ້ນຕໍແລ້ວ ຍັງມີພາກສ່ວນຕ່າງໆທີ່ຕາງໜ້າກົມ ກອງ ຈາກບັນດາກະຊວງ ແລະ ມີພາກສ່ວນເອກກະຊົນ ພາກສ່ວນຄະນະພາກວິຊາອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ ແລະ ກຸ່ມສາມາຄົມການຈັດການສິ່ງເສດເຫຼືອຈາກປະເທດໄທ ເຂົ້າຮ່ວມສຶກສາຂໍ້ມູນ ຕາມເປົ້າໝາຍການຮ່ວມມືກັນພັດທະນາ ສ້າງສັງຄົມມີຄວາມສະອາດງາມຕາ ຕິດພັນກັບເສດຖະກິດການຕະຫຼາດຢ່າງເໝາະສົມ ໃນໂອກາດນີ້ຫຼາຍພາກສ່ວນຍັງໄດ້ຊຸກຍູ້ປັດໃຈຕໍ່ຍອດໃຫ້ແກ່ໂຄງການ ແລະ ການສຶກສາຄະນະວິທະຍາສາດສິ່ງແວດລ້ອມອີກດ້ວຍ… ກົດທີ່ນີ້ https://fb.watch/lVXrqskO-J/ ເພື່ອເບີ່ງວິດີໂອເພີ່ມເຕີມ