ຂໍ້ມູນວິຊາການ

Industrial Waste Transportation Procedures of Environmental Management Academic Center (EMAC)

Industrial Waste Transportation Procedures of the Environmental Management Academic Center (EMAC) The industrial waste transportation procedure of the Environmental Management Academic Center (EMAC) is as follows:                1. Register to use the manifest system (EMAC ID Register): A waste generator  (WG) must designate a company employee to use the system.                2. Create a catalog of waste in the system: Waste generator (WG) must prepare data on the waste type and estimated amount of waste that occurs annually and consult with EMAC’s technical staff to determine the waste code according to the system of the European waste Catalog and Hazardous waste list or EWC-HWL (Click to see the waste code) you can create waste catalog by following the steps => Click;                3. Create Manifest: Waste generator (WG) must inform the type of waste to be transported, quantity, packaging, date to be transported, select the waste transporter (WT) and waste disposal (WD) registered in the system by following the steps => Click;                 4. Check the accuracy of the information: the waste system staff (WS) checks the accuracy and completeness of Draft Manifest before approve data to system database;                 5. Waste transporter (WT) Confirm to the shipment: the waste transporter confirm the date of shipment specified in the Manifest as well as provides the vehicle and driver;                6. Waste Disposal (WD) Confirm to the shipment: the waste disposal confirm to disposal waste that specified in the Manifest;                7.  Waste Transport:                     7.1. Waste Generator (WG) scans the QR Code to authorize the delivery of the waste to the transporter (WT)                      7.2. when the waste is transported to the destination, the waste disposal (WD) checks the correctness of the waste, weight and then scans the QR to confirm the receipt of the waste from the transporter (WT);                8. Confirmation of information: the waste regulator (WR) checks the authenticity of the shipment and Certify the manifest; Remarks: – Registration using the manifest system (EMAC ID Register) is done only one time. – Creating a waste catalog is done once a year, but you can add waste categories (later through approval by the information manager or waste system staff (WS) of EMAC. – Create Manifest must be done every time before transporting industrial waste.

Continue Reading »

ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15)

ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15)                ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນມີ 15 ວິທີດັ່ງນີ້: D1 ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ; ໝາຍເຖິງ ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ D2 ການບຳບັດທີ່ດິນ ດ້ວຍວິທີການຍ່ອຍສະຫຼາຍທາງຊີວະພາບ ຂອງ ທາດແຫຼວ ຫຼື ຕະກອນຂີ້ຕົມຊິ່ງເປັນທາດແຂງ; ໝາຍເຖິງກິດຈະກຳການກຳຈັດສິ່ງເສດເຫຼືອເທິງໜ້າດິນ ເຊິ່ງບໍ່ກໍ່ໃຫ້ເກີດປະໂຫຍດຕໍ່ການກະສິກຳ ຫຼື ການປັງປຸງລະບົບນິເວດອື່ນໆ ການກຳຈັດກາກຕະກອນ ແລະ ສິ່ງເສດເຫຼືອທີ່ເປັນທາດແຫຼວທີ່ບໍ່ເປັນອັນຕະລາຍ ເຊັ່ນ: ການກຳຈັດກາກຕະກອນຈາກການອະນາໄມທໍ່ D3 ການເຈາະຮູສີດລົງພື້ນດິນເລີກ ເຊັ່ນ: ການສີດດ້ວຍປ້ຳລົງສູ່ບໍ່ເກືອທີ່ເກີດຕາມທຳມະຊາດເປັນຕົ້ນ; ໝາຍເຖິງ ການສີດສິ່ງເສດເຫຼືອເຂົ້າໄປໃນຮູທຳມະຊາດ ແລະ ທຽມ ເຊັ່ນ: ບໍ່ເກືອ, ເຫວ, ເຫມືອງ) ຫຼື ສີດເຂົ້າໄປໃນຫິນທີ່ມີຮູ  D4 ການເກັບກັກໄວ້ເທິງໜ້າດິນ ເຊັ່ນ: ການເກັບກັກທາດແຫຼວ ຫຼື ຕະກອນຂີ້ຕົມໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເປັນຕົ້ນ; ໝາຍເຖິງ ການສະສົມສິ່ງເສດເຫຼືອໃນໜອງບຶງ ຫຼື ອ່າງເກັບນ້ຳ ຫຼື ທະເລສາບເຊິ່ງເປັນແຫຼ່ງທຳມະຊາດ ເຊິ່ງເປັນວິທີການຫຼັກໃນການຈັດການຫາງແຮ່ຈາກການຂຸດຄົ້ນບໍ່ແຮ່ D5 ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊຶ່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ; ໝາຍເຖິງ ການຝັງກົບດ້ວຍວິທີພິເສດທາງວິສະວະກຳ ເຊັ່ນ: ການເກັບກັກໄວ້ໃນຕາມຫຼືບຫວ່າງດິນ ຊື່ງບາງສ່ວນກໍ່ຖືກປິດ ຫຼື ຢູ່ແຍກຈາກສິ່ງແວດລ້ອມ ການກຳຈັດແບບ D5 ມີ 3 ວິທີຄື: ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອເປັນພິດອັນຕະລາຍ ຂຸມຝັງກົບແບບອອກແບບພິເສດສຳລັບ ສິ່ງເສດເຫຼືອທີ່ຍ່ອຍສະຫຼາຍບໍ່ໄດ້ (Inert waste) D6 ການປ່ອຍລົງສູ່ພື້ນທີ່ມີນ້ຳ ຍົກເວັ້ນທະເລ/ ມະຫາສະມຸດ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ ຕະກອນທີ່ບໍ່ເປັນພິດອັນຕະລາຍອື່ນໆ ໃນນ້ຳໜ້າດິນ ລວມເຖິງພື້ນນ້ຳ ແລະ ດິນໃຕ້ນ້ຳ D7 ການປ່ອຍລົງສູ່ທະເລ/ ມະຫາສະມຸດ ລວມທັງການຖີ້ມລົງພື້ນທະເລ; ໝາຍເຖິງ ການກຳຈັດສິ່ງເສດເຫຼືອໃນທະເລ ຕາມອະນຸສັນຍາ OSPAR ເຊັ່ນ: ວັດສະດຸທີ່ຍ່ອຍສະຫຼາຍບໍ່ໄດ້ຈາກແຫຼ່ງທຳມະຊາດ) D8 ການບຳບັດທາງຊີວະພາບ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການໃດໜື່ງ ຈາກຂໍ້ D1-D7 ໝາຍເຖິງ ການບຳບັດສິ່ງເສດເຫຼືອທີ່ໃຊ້ຂະບວນການທາງຊີວະພາບແບບແອໂລບິກ ຫຼື ແບບບໍ່ໃຊ້ອົກຊີແຊນເພື່ອກຽມເອົາສິ່ງເສດເຫຼືອໄປກຳຈັດພາຍຫຼັງ ເຊັ່ນ: ການຫຼຸດປະລິມານສ່ວນປະກອບທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ຫຼື ໂດຍການຍ່ອຍສະຫຼາຍສານມົນລະພິດອົງຄະທາດ ເຊິ່ງລວມເຖິງການບຳບັດຂີ້ເຫຍື້ອຈາກຊຸມຊົນດ້ວຍວິທີທາງຊີວະພາບສຳລັບດິນ, ຕະກອນ ຫຼື ສິ່ງເສດເຫຼືອຈາກແຮ່ທີ່ປົນເປື້ອນ. D9 ການບຳບັດທາງຟີຊິກ-ເຄມີ ທີ່ພາໃຫ້ເກີດສ່ວນປະກອບສານສຸດທ້າຍ ຫຼື ສານປະສົມ ທີ່ຈະຕ້ອງຖືກກຳຈັດ ດ້ວຍວິທີການ ໄດ້ແກ່ການລະເຫີຍ, ການເຮັດໃຫ້ແຫ້ງ, ການປະສົມດ້ວຍປູນ, ການເຮັດໃຫ້ເປັນກາງ, ການຕົກຕະກອນເປັນຕົ້ນ ແລະ ອື່ນໆ; ໝາຍເຖິງ ການບຳບັດຂັ້ນຕົ້ນຂອງສິ່ງເສດເຫຼືອອັນຕະລາຍປະເພດທາດແຫຼວ ແລະ ຕະກອນເປັນຫຼັກ ໂດຍຂະບວນການທາງເຄມີ, ຄວາມຮ້ອນ ແລະ ວິທີທາງກາຍຍະພາບ ເພື່ອໃຫ້ໄດ້ສິ່ງເສດເຫຼືອທີ່ສາມາດກຳຈັດໄດ້ ໂດຍທົ່ວໄປການບຳບັດທາງເຄມີ-ກາຍຍະພາບຈະໃຊ້ກັບ emulsions, ນ້ຳມັນ/ນ້ຳ ທາດອົງຄະທາດ ແລະ ອະນົງຄະທາດໃນນ້ຳທີ່ເປັນກາງ (ນ້ຳເປື້ອນຈາກການຜະລິດ, ນ້ຳຊະຂີ້ເຫຍື້ອ ແລະ ອື່ນໆ) ໄຊຍາໄນ, ກົດ ແລະ ດ່າງ. ຂັ້ນຕອນການບຳບັດໂດຍທົ່ວໄປຄືການກຳຈັດທາດພິດ (Oxidation/reduction), ການຕົກຕະກອນ, ການເຮັດໃຫ້ເປັນກາງ, ການແຍກ emulsions, immobilisation, electrolysis ແລະ osmosis.   D10 ການຈູດເທິງໜ້າດິນ; ໝາຍເຖິງ ການເຜົາສິ່ງເສດເຫຼືອ ໂດຍຈຸດປະສົງຫຼັກຂອງການເຜົາຄືການບຳບັດສິ່ງເສດເຫຼືອດ້ວຍຄວາມຮ້ອນ ເພື່ອຫຼຸດປະລິມານ ແລະ ຄວາມເປັນພິດອັນຕະລາຍຂອງສິ່ງເສດເຫຼືອ ແລະ ເພື່ອໃຫ້ໄດ້ມາເຊິ່ງຜະລິດຕະພັນທີ່ສາມາດນຳໄປກຳຈັດໄດ້ ເຊັ່ນ: ເຕົາເຜົາສິ່ງເສດເຫຼືອຊຸມຊົນ, ໂຮງເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ, ໂຮງເຜົາຕະກອນນ້ຳເປື້ອນ, ໂຮງເຜົາສິ່ງເສດເຫຼືອຈາກການບໍລິການສາທາລະນະສຸກ ລວມເຖິງການເຜົາສິ່ງເສດເຫຼືອໃນເຕົາເຜົາຮ່ວມ ເຊິ່ງສິ່ງເສດເຫຼືອຕ້ອງຜ່ານການບຳບັດດ້ວຍຄວາມຮ້ອນແທນທີ່ຈະໃຊ້ເປັນເຊື້ອໄຟ ການກຳຈັດແບບ D10 ມີ 2 ວິທີຄື: ການເຜົາສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ການເຜົາສິ່ງເສດເຫຼືອເປັນພິດອັນຕະລາຍ D11 ການເຜົາໃນທະເລ; ການດຳເນີນການນີ້ເປັນສິ່ງຕ້ອງຫ້າມ ຕາມກົດໝາຍຂອງສະຫະພາບເອີລົບ ແລະ ອະນຸສັນຍາລະຫວ່າງປະເທດ D12 ການເກັບກັກແບບຖາວອນ ເຊັ່ນ: ການບັນຈຸໃນພາຊະນະເກັບໄວ້ໃນສະຖານທີ່ເໝາະສົມ; ໝາຍເຖິງ ການຝັງກົບສຳລັບຈັດເກັບໃຕ້ດິນອັນກວ່າງໃຫຍ່ D13 ການປັບສະຖານະພາບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ດ້ວຍສານເຄມີ ກ່ອນທີ່ຈະດຳເນີນການກຳຈັດ ຕ້ອງປະຕິບັດຕາມວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ການກະກຽມສິ່ງເສດເຫຼືອກ່ອນໄປກຳຈັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12 ໂດຍມີວັດຖຸປະສົງເພື່ອປັບສະຖານະພາບ ຫຼື ບັນຈຸສິ່ງເສດເຫຼືອເພື່ອການຂົນສົ່ງ ແລະ ການດຳເນີນການຂັ້ນພື້ນຖານກ່ອນການກຳຈັດ ລວມເຖິງ: ການຄັດແຍກ, ການບົດ ແລະ ທຳລາຍສິ່ງເສດເຫຼືອເພື່ອຫຼຸດປະລິມານສິ່ງເສດເຫຼືອທີ່ຕ້ອງຂົນສົ່ງ ແລະ ຝັງກົບ, ການປະສົມ, ການປັບສະຖານະພາບສິ່ງເສດເຫຼືອ (ການປະສົມສິ່ງເສດເຫຼືອທີ່ຄ້າຍຄຽງກັນຈາກແຫຼ່ງກຳເນີດສິ່ງເສດເຫຼືອທີ່ຕ່າງກັນ) ການເຮັດໃຫ້ເປັນເນື້ອດຽວກັນ, ການປັບສະພາບ ແລະ ເຮັດກ້ອນແຂງ. D14 ການຫຸ້ມຫໍ່ພາຊະນະບັນຈຸກ່ອນການຂົນສົ່ງ ໄປດຳເນີນການກຳຈັດ ຕ້ອງມີການພິມເຄື່ອງໝາຍອັນຕະລາຍ ຢູ່ເທິງພາຊະນະບັນຈຸ ສະຫຼາກ ຫຼື ເຄື່ອງໝາຍດັ່ງກ່າວ ຕ້ອງແໜ້ນໜາທົນທານກັບການຮຸກຖູດ້ວຍວິທີການໃດໜື່ງ ຈາກຂໍ້ D1-D12; ໝາຍເຖິງ ກິດຈະກຳການກະກຽມສິ່ງເສດເຫຼືອທີ່ມີຈຸດປະສົງຄືການປັບສະພາບ ແລະ ການບັນຈຸສິ່ງເສດເຫຼືອ ເພື່ອການຂົນສົ່ງ ແລະ ບຳບັດໃນພາຍຫຼັງ  D15 ການເກັບກັກສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງເກັບມ້ຽນໄວ້ໃນສາງທີ່ໄດ້ມາດຕະຖານ, ໃສ່ພາຊະນະບັນຈຸສະເພາະ, ຈຳນວນທີ່ເກັບຮັກສາຕ້ອງຖືກຕ້ອງຕາມມາດຕະຖານຄວາມປອດໄພ, ຕ້ອງມີພະນັກງານທີ່ມີຄວາມຮູ້ເພື່ອຄຸ້ມຄອງ ແລະ ຕ້ອງກວດກາຕາມເວລາທີ່ກຳນົດໄວ້ດ້ວຍວິທີການໃດໜື່ງຈາກຂໍ້ D1-D12; ໝາຍເຖິງ ການຈັດເກັບຊົ່ວຄາວກ່ອນນຳໄປບຳບັດດ້ວຍວິທີການໃດໜື່ງຈາກຂໍ້ D1-D12

Continue Reading »

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ?

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ           ໝາຍເຖິງ ເອກະສານທີ່ໃຫ້ລາຍລະອຽດຂໍ້ມູນອັນຕະລາຍຂອງທາດເຄມີ ທາງໃນດ້ານສຸຂະພາບ, ອັກຄີໄພ, ການເກີດປະຕິກິລິຍາ, ສິ່ງແວດລ້ອມ ແລະ ຂໍ້ມູນທີ່ມີປະໂຫຍດໃນການເຮັດວຽກກັບສານເຄມີນັ້ນໆ  ບໍ່ວ່າຈະເປັນຂໍ້ມູນພື້ນຖານຂອງສານເຄມີ, ການໃຊ້, ການເຄື່ອນຍ້າຍ, ການຈັດເກັບ, ການກຳຈັດ, ການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນ, ການປະຖົມພະຍາບານ ເບື້ອງຕົ້ນ, ຂໍ້ປະຕິບັດກໍລະນີເກີດເຫກສຸກເສີນ (ຮົ່ວໄຫຼ ຫຼື ໄຟໄໝ້)           SDS ມີຫຼາຍຮູບແບບໂດຍ OSHA ແນະນຳໃຫ້ໃຊ້ຮູບແບບ American National Standards Institute (ANSI) ສ່ວນປະກອບຂອງເອກະສານຂໍ້ມູນຄວາມປອດໄພຂອງ ANSI        ເອກະສານຂໍ້ມູນຄວາມປອດໄພທີ່ ANSI ແນະນຳໄວ້ຈະປະກອບດ້ວຍ 16 ສ່ວນດັ່ງນີ້: ສ່ວນທີ 1 : ຂໍ້ມູນຜະລິດຕະພັນ (Product Identification) ສ່ວນນີ້ຈະມີຂໍ້ມູນລາຍລະອຽດຂອງທາດ/ຜະລິດຕະພັນທາງເຄມີ, ຊື່ສາມັນ, ສູດທາດເຄມີ, ຊື່ທາງການຄ້າ, ຊື່ອື່ນໆ, ນ້ຳໜັກໂມເລກຸນ, ຊື່ ແລະ ເບີໂທລະສັບຜູ້ຜະລິດ ແລະ ຈຳໜ່າຍ  ສ່ວນທີ 2 : ສ່ວນປະກອບ ຫຼື ທາດສຳຄັນໃນສ່ວນປະສົມ ສ່ວນນີ້ຈະລະບຸທາດຕ່າງໆ ທີ່ມີຢູ່ໃນທາດປະສົມ, ທາດ (Composition/Information on Ingredients) ສຳຄັນໃນສ່ວນປະສົມ, ສ່ວນຮ້ອຍຄວາມເຂັ້ມຂຸ້ມໃນສ່ວນປະສົມ ສ່ວນທີ 3 : ອັນຕະລາຍຂອງທາດ (Hazards Identification) ສ່ວນນີ້ຈະລະບຸລັກສະນະອັນຕະລາຍທີ່ປະກົດຢ່າງເຫັນໄດ້ຊັດເຈນ ແລະ ຜົນໄດ້ຮັບທີ່ບໍ່ຕ້ອງການຕໍ່ສຸຂະພາບ ລວມເຖິງເສັ້ນທາງທີ່ທາດເຂົ້າສູ່ຮ່າງກາຍ ສ່ວນທີ 4 : ການປະຖົມພະຍາບານເບື້ອງຕົ້ນ (First Aid Measures) ສ່ວນນີ້ຈະອະທິບາຍວິທີການຮັກສາຜູ້ທີ່ໄດ້ຮັບທາດເຂົ້າໄປເມື່ອກືນກິນ, ເຂົ້າຕາ, ສູດດົມ, ສຳຜັດທາງຜິວໜັງ ສ່ວນທີ 5 : ມາດຕະການສະກັດກັ້ນໄຟໄໝ້ (Fire Fighting Measures) ສ່ວນນີ້ຈະມີຂໍ້ແນະນຳໃນການມອດໄຟ ຄຸນສົມບັດຂອງທາດທີ່ກ່ຽວຂ້ອງກັບໄຟໄໝ້ ແລະ ລະເບີດ ທາດທີ່ໃຊ້ສຳລັບມອດໄຟ ລວມເຖິງຂໍ້ລະມັດລະວັງອື່ນໆໃນການມອດໄຟ ສ່ວນທີ 6 : ມາດຕະການຈັດການທາດຮົ່ວໄຫຼໂດຍອຸປະຕິເຫດ (Accidental Release Measures) ສ່ວນນີ້ຈະມີວິທີການສຳລັບການເກັບກັກ ແລະ ກັກກັນທາດທີ່ຮົ່ວໄຫຼ, ການອະນາໄມ, ການອົບພະຍົບຄົນ ຂໍ້ແນະນຳຄວາມປອດໄພ ແລະ ການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ສ່ວນທີ 7 : ການເຄື່ອນຍ້າຍ ແລະ ການຈັດເກັບ (Handling and Storage) ສ່ວນນີ້ຈະມີຂໍ້ມູນບອກເຖິງການຈັດເກັບທາດທີ່ຖືກຕ້ອງ ແລະ ປອດໄພ ຫຼັກການປະຕິບັດໃນການຫຼີກລ້ຽງອັນຕະລາຍທີ່ອາດຈະເກີດຂື້ນກັບພາຊະນະບັນຈຸ ຫຼື ການວາງລວມກັບກຸ່ມທາດທີ່ມີປະຕິກິລິຍາຕໍ່ກັນ ສ່ວນທີ 8 : ການຄວບຄຸມການໄດ້ຮັບທາດ ແລະ ການປ້ອງກັນອັນຕະລາຍສ່ວນບຸກຄົນ (Exposure Controls and Personal Protection) ສ່ວນນີ້ຈະບອກຄ່າຈຳກັດປະລິມານການສຳຜັດທາດ ເຊັ່ນ: ຄ່າ TLVs, PELs ບອກການຄວບຄຸມທາງວິສະວະກຳເຊັ່ນ: ການລະບາຍອາກາດ, ການປັບປຸງຂະບວນການຜະລິດ ເປັນຕົ້ນ ຫຼື ໃຊ້ການບໍລິຫານຈັດການ ເຊັ່ນ: ການຝຶກອົບຮົມ, ການຕິດປ້າຍເຕືອນ ເປັນຕົ້ນ; ແລະ ມີຄຳແນະນຳໃນການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນຕ່າງໆ ສ່ວນທີ 9 : ຄຸນສົມບັດທາງກາຍຍະພາບ ແລະ ທາງເຄມີ (Physical and Chemical Properties) ສ່ວນນີ້ຈະບອກສະຖານະ, ສີ ແລະ ກີ່ນ, ຈຸດຟົດ, ຄວາມໜືດ, ຄວາມສາມາດໃນການລະລາຍນ້ຳ, ຄວາມຖ່ວງຈຳເພາະ, ຈຸດຫຼອມແຫຼວ, ພີເອັຊ (pH), ຄວາມດັນອາຍ, ຈຸດວາບໄຟ ສ່ວນທີ 10 : ຄວາມສະຖຽນ ແລະ ຄວາມໄວໃນການເຮັດປະຕິກິລິຍາ (Stability and Reactivity) ສ່ວນນີ້ຈະບອກຄວາມສະຖຽນຂອງທາດ, ບອກລາຍຊື່ທາດທີ່ມີປະຕິກິລິຍາຕໍ່ກັນ ຫຼື ໄວ້ລວມກຸ່ມກັນບໍ່ໄດ້ ແລະ ສະຖານະອັນຕະລາຍເປັນຜົນໃຫ້ເກີດການສະຫຼາຍໂຕ ສ່ວນທີ 11 : ຂໍ້ມູນດ້ານພິດວິທະຍາ (Toxicological Information) ສ່ວນນີ້ຈະສະແດງຂໍ້ມູນຜົນການສຶກສາຄວາມເປັນພິດກະທັນຫັນ, ຄວາມເປັນພິດຊ້ຳເຮື້ອ ສ່ວນທີ 12 : ຂໍ້ມູນດ້ານນິເວດວິທະຍາ (Ecological Information) ສ່ວນນີ້ຈະສະແດງຂໍ້ມູນຕໍ່ສິ່ງມີຊີວິດໃນສິ່ງແວດລ້ອມ, ຄວາມເປັນພິດໃນປາ, ສັດບໍ່ມີກະດູກສັນຫຼັງ, ໃນພືດ ແລະ ໃນສິ່ງມີຊີວິດຂະໜາດນ້ອຍ ລວມເຖິງການປ່ຽນແປງໃນສິ່ງແວດລ້ອມ ສ່ວນທີ 13 : ການກຳຈັດ (Disposal) ສ່ວນນີ້ສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນກົດໝາຍ ສ່ວນທີ 14 : ຂໍ້ມູນດ້ານການຂົນສົ່ງ (Transport Information) ສ່ວນນີ້ຈະສະແດງຂໍ້ມູນວິທີການກຳຈັດ, ການນຳກັບມາໃຊ້ໃໝ່, ຂໍ້ກຳນົດ ແລະ ລະບຽບປະຕິບັດທີ່ບັງຄັບໄວ້ໃນນິຕິກຳ ສ່ວນທີ 15 : ຂໍ້ບັງຄັບ ແລະ ລະບຽບປະຕິບັດໃນນິຕິກຳ (Regulation Information) ສ່ວນນີ້ຈະບົ່ງບອກໃຫ້ຜູ້ກ່ຽວຂ້ອງຮູ້ຂໍ້ກຳນົດ ແລະ ລະບຽບປະຕິບັດອື່ນທີ່ກ່ຽວຂ້ອງກັບທາດອັນຕະລາຍໃນນິຕິກຳຕ່າງໆ ສ່ວນທີ 16 : ຂໍ້ມູນອື່ນໆ (Other Information) ສ່ວນນີ້ໃຫ້ລາຍລະອຽດອື່ນໆຕື່ມເຊັ່ນ: ລາຍຊື່ເອກະສານອ້າງອິງ, ການຈັດລຳດັບອັນຕະລາຍຂອງທາດ ແຫຼ່ງທີ່ມາ ເອກະສານສອນຊຸດວິຊາ ການບໍລິຫານງານອະຊີວະອານະໄມ ແລະ ຄວາມປອດໄພ (Occupational Health and Safety Management), ມະຫາວິທະຍາໄລສຸໂຂໄທທຳມະທິລາດ.

Continue Reading »

ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນ ສປປ ລາວ (R1-R13)

ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນ ສປປ ລາວ (R1-R13)                ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີດັ່ງນີ້: R1 ການໃຊ້ເປັນເຊື້ອໄຟ ນອກຈາກການເຜົາໃນເຕົາເຜົາຫຼືວິທີການອື່ນທີ່ໃຫ້ພະລັງງານ (Use Principally as a fuel or other means to generate energy) ໝາຍເຖິງການເຜົາ ແລະ ການເຜົາຮ່ວມຂອງສິ່ງເສດເຫຼືອໃນໂຮງໄຟຟ້າ ແລະ ໂຮງງານອຸດສາຫະກຳເຊັ່ນ: ເຕົາເຜົາປູນຊີມັງ ເພື່ອໃຫ້ພະລັງງານທີ່ໄດ້ສາມາດເອົາມາໃຊ້ຜະລິດຄວາມຮ້ອນ ຫຼື ໄຟຟ້າໄດ້ ເຊັ່ນ: ການໃຊ້ຢາງລົດ, ນ້ຳມັນທີ່ໃຊ້ແລ້ວ ຫຼື ທາດພາລະລາຍທີ່ໃຊ້ໃນປູນຍຊີມັງ, ການເຜົາຮ່ວມກາກຕະກອນ ຫຼື ເຊື້ອໄຟຈາກສິ່ງເສດເຫຼືອ (Refuse-derived fuel (RDF) ຈາກສິ່ງເສດເຫຼືອຊຸມຊົນໃນໂຮງງານໄຟຟ້າ  ການບຳບັດແບບ R1 ມີ 4 ວິທີຄື: ໂຮງເຜົາສິ່ງເສດເຫຼືອ (Incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ໂຮງເຜົາສິ່ງເສດເຫຼືອ (Incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອເປັນພິດອັນຕະລາຍ ເຕົາເຜົາສິ່ງເສດເຫຼືອຮ່ວມ (Co-incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ເຕົາເຜົາສິ່ງເສດເຫຼືອຮ່ວມ (Co-incineration plant) ໃຊ້ເປັນເຊື້ອໄຟ – ສິ່ງເສດເຫຼືອເປັນພິດອັນຕະລາຍ R2 ການນຳໃຊ້ທາດລະລາຍ ຫຼື ການຟື້ນຟູສະພາບ (Solvent reclamation/regeneration) ໝາຍເຖິງກິດຈະກຳການບຳບັດທັງໝົດ ເຊິ່ງມີວັດຖຸປະສົງຄື ການຟື້ນຟູ ຫຼື ການເອົາທາດລະລາຍ (Solvents) ທີ່ໃຊ້ແລ້ວກັບມາໃຊ້ໃໝ່ ເຊັ່ນ: ການກັ່ນທາດລະລາຍອີກຄັ້ງເພື່ອແຍກສິ່ງປົນເປື້ອນ ແລະ ເພື່ອຄືນສະພາບທາດລະລາຍໃຫ້ມີຄຸນນະພາບຄືເກົ່າ ຫຼື ເປັນຜະລິດຕະພັນເກດຕ່ຳກວ່າເຊັ່ນ: Lacquer thinner, ການກຽມເຊື້ອໄຟແຫຼວ (secondary liquid fuels), ການປັບສະພາບຮ່ວມກັບສິ່ງເສດເຫຼືອທາດແຫຼວຊະນິດອື່ນ R3 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງອົງຄະທາດ ທີ່ບໍ່ໃຊ້ເປັນນ້ຳຢາລະລາຍ (Recycling/reclamation of organic substances which are not used as solvents including composting and other biological transformation processes) ໝາຍເຖິງການດຳເນີນການທີ່ມີຈຸດປະສົງຄືການເອົາວັດສະດຸອົງຄະທາດທີ່ຍ່ອຍສະຫຼາຍໄດ້ທາງຊີວະພາຍ ແລະ ທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ທາງຊີວະພາບກັບມາໃຊ້ໃໝ່ໄດ້ ການດຳເນີນການເຫຼົ່ານີ້ໄດ້ແກ່: ການກຽມການນຳກັບເອົາມາໃຊ້ໃໝ່, ການລີໄຊເຄີ້ນເສດເຈ້ຍ, ເຈ້ຍແຂງ, ການແປຮູບຊ້ຳ ແລະ ການຮີໄຊເຄີ້ນພລາສຕິກ, ການເຮັດຝຸ່ນໝັກຂອງສິ່ງເສດເຫຼືອຊີວະພາບ, ການໝັກຂອງສິ່ງເສດເຫຼືອຊີວະພາບເພື່ອການຜະລິດກ໊າສຊີວະພາບ (Biogas) ການບຳບັດແບບ R3 ມີ 6 ວິທີຄື: ການເຮັດປຸ໋ຍໝັກ (Composting-Aerobic) ການຍ່ອຍສະຫຼາຍແບບບໍ່ໃຊ້ອົກຊີແຊນ (Anaerobic digestion) ການເຮັດໃຫ້ເປັນກ໊າສ ຫຼື ການເຜົາແບບບໍ່ໃຊ້ອົກຊີແຊນ (Gasification or Pyrolysis)  ການກຽມການເອົາທາດອົງຄະທາດກັບມາໃຊ້ໃໝ່່ ການນຳເອົາວັດສະດຸອົງຄະທາດກັບມາໃຊ້ໃໝ່ (Recovery) ໃນຮູບແບບການທົດແທນ (Backfilling) ການລີໄຊເຄີ້ນ ຫຼື ການເອົາທາດອົງຄະທາດກັບມາໃຊ້ໃໝ່ (Reclamation) ເຊິ່ງບໍ່ໄດ້ໃຊ້ເປັນທາດລະລາຍ  ຈົນໝົດສິ່ງເສດເຫຼືອ (to end-of-waste) R4 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງໂລຫະ ແລະ ສານປະກອບໂລຫະ (Recycling/reclamation of metals and metal compounds) ໝາຍເຖິງການດຳເນີນການບຳບັດທັງໝົດທີ່ມີວັດຖຸປະສົງເພື່ອລີໄຊເຄີ້ນສິ່ງເສດເຫຼືອໂລຫະ ແລະ ຜະລິດຕະພັນທີ່ຊັບຊ້ອນດ້ວຍໂລຫະ ແລະ ວັດສະດຸເຫຼັກ ການດຳເນີນການບຳບັດປະກອບດ້ວຍຂັ້ນຕອນ ແລະ ຂະບວນການບຳບັດທາງກົນຈັກ, ຄວາມຮ້ອນ ແລະ ທາງເຄມີ ດັ່ງຕໍ່ໄປນີ້: ການກຽມການນຳກັບມາໃຊ້ໃໝ່, ການລີໄຊເຄີ້ນສິ່ງເສດເຫຼືອຈາກການຜະລິດໃນໂຮງງານເຫຼັກ, ການຍ່ອຍ ແລະ ການແປຮູບ ELV ແລະ WEEE ການໃຊ້ຄວາມຮ້ອນບຳບັດ (Thermal treatment) ສາຍເຄເບີ້ນ ຫຼື ໂລຫະທີ່ປົນເປື້ອນໃນນ້ຳມັນ, ການລີໄຊເຄີ້ນແບັດຕາລີ້, ການເອົາເງິນ (Silver) ກັບມາໃຊ້ໃໝ່ດ້ວຍໄຟຟ້າ (electrolytic recovery) ການບຳບັດແບບ R4 ມີ 2 ວິທີຄື: ການກຽມໂລຫະ ແລະ ທາດປະກອບໂລຫະກັບມານຳໃຊ້ໃໝ່ ການລີໄຊເຄີ້ນ ຫຼື ການນຳເອົາໂລຫະ ແລະ ສ່ວນປະກອບໂລຫະກັບມານຳໃຊ້ໃໝ່ ຈົນໝົດສິ່ງເສດເຫຼືອ (to end-of-waste) R5 ການນຳມາໃຊ້ປະໂຫຍດຄືນໃໝ່ ຫຼື ການຟື້ນຟູສະພາບຂອງທາດອະນົງຄະທາດ ອື່ນໆ (Recycling/reclamation of other inorganic materials) ໝາຍເຖິງການດຳເນີນການທີ່ມີວັດຖຸປະສົງຄືການນຳເອົາສິ່ງເສດເຫຼືອອະນົງຄະທາດ ອະໂລຫະ ກັບມາໃຊ້ໃໝ່ ແລະ ບໍ່ໄດ້ຮັບການບຳບັດດ້ວຍວິທີ R6, R8 ແລະ R10 ໄດ້ແກ່: ສິ່ງເສດເຫຼືອຈາກຂະບວນການທາງຄວາມຮ້ອນ ເຊັ່ນຕະກັນ (Slag), ຂີ້ເຖົ່າ, ຊາຍ, ຝຸ່ນ…), ສິ່ງເສດເຫຼືອຈາກການກໍ່ສ້າງ ແລະ ການທັບມ້າງອາຄານ, ສິ່ງເສດເຫຼືອຈາກການເຮັດບໍ່ແຮ່. ຂະບວນການບຳບັດໄດ້ແກ່ ການກຽມການນຳກັບມາໃຊ້ໃໝ່, ການເອົາເສດແກ້ວໄປແປຮູບ, ການນຳກັບມາໃຊ້ໃໝ່ໂດຍໃຊ້ເປັນວັດຖຸດິບທົດແທນ (Raw material)  ການບຳບັດແບບ R5 ມີ 3 ວິທີຄື:  ການລີໄຊເຄີ້ນ ຫຼື ການເອົາທາດອະນົງຄະທາດກັບມາໃຊ້ໃໝ່ (Reclamation) ເຊັ່ນ: ການຟື້ນຟູດິນ ແລະ ການຮີໄຊເຄີ້ນວັດສະດຸກໍ່ສ້າງອະນົງຄະທາດ) ຈົນໝົດສິ່ງເສດເຫຼືອ (to end-of-waste) ການກຽມການເອົາວັດສະດຸອະນົງຄະທາດກັບມານຳໃຊ້ໃໝ່  ການນຳເອົາວັດສະດຸອະນົງຄະທາດກັບມາໃຊ້ໃໝ່ (Recovery) ໃນຮູບແບບການທົດແທນ (Backfilling) R6 ການປ່ຽນສະພາບກົດ-ດ່າງໃຫ້ໃຊ້ຄືນໃໝ່ (Regeneration of acids or bases) ໝາຍເຖິງການດຳເນີນການທີ່ມີຈຸດປະສົງເພື່ອການຟື້ນຟູ ແລະ ການເອົາກົດ/ດ່າງທີ່ໃຊ້ແລ້ວກັບມາໃຊ້ໃໝ່ໃນພາຍຫຼັງເພື່ອວັດຖຸປະສົງເກົ່າ ຫຼື ເພື່ອວັດຖຸປະສົງອື່ນ ຕົວຢ່າງເຊັ່ນ: ການເຮັດໃຫ້ກົດທີ່ໃຊ້ແລ້ວກັບມາມີຄວາມເຂັ້ມຂຸ້ນອີກຄັ້ງ ເຊັ່ນ: ການສະຫຼາຍໂຕດ້ວຍຄວາມຮ້ອນຂອງກົດຊັນຟູຮິກທີ່ໃຊ້ແລ້ວ ເພື່ອໃຊ້ເປັນວັດຖຸດິບຕັ້ງຕົ້ນໃນການຜະລິດກົດຊັນຟູຣິກ R7 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ສານທີ່ໃຊ້ໃນການຄວບຄຸມມົນລະພິດ (Recovery of components used for pollution abatement) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງຄືການຟື້ນຟູວັດສະດຸຫຼຸດມົນລະພິດ ເຊັ່ນ: ຖ່ານກຳມັນ ແລະ ເລຊິ່ນແລກປ່ຽນໄອອອນ R8 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ປະເພດສານທີ່ເລັ່ງປະຕິກິລິຍາ (Recovery of components from catalysts) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງຄືການສ້າງສານເລັ່ງປະຕິກິລິຍາໃໝ່ ການເອົາສ່ວນປະກອບຂອງທາດເລັ່ງປະຕິກິລິຍາກັບມາໃຊ້ໃໝ່ ເຊິ່ງສ່ວນໃຫຍ່ເປັນສ່ວນປະກອບທີ່ເປັນໂລຫະ ເຊັ່ນ: ການຮີໄຊເຄີ້ນໂລຫະມີຄ່າຈາກທາດເລັ່ງປະຕິກິລິຍາໃນອາຍເສຍລົດຍົນ R9 ການນຳມາໃຊ້ປະໂຫຍດຄືນໃໝ່ຂອງ ນ້ຳມັນເກົ່າໃຊ້ແລ້ວທີ່ຜ່ານການກັ່ນ (Oil re-refining or other reuses of oil) ໝາຍເຖິງການດຳເນີນການບຳບັດທີ່ມີຈຸດປະສົງເພື່ອເອົານ້ຳມັນທີ່ໃຊ້ແລ້ວກັບມາໃຊ້ໃໝ່ ເຊິ່ງມີ 2 ວິທີຄື: ການກັ່ນນ້ຳມັນທີ່ໃຊ້ແລ້ວອີກຄັ້ງ ແລະ ການກຽມເຊື້ອໄຟຈາກນ້ຳມັນທີ່ໃຊ້ແລ້ວ. ການກັ່ນຊ້ຳຈະປ່ຽນນ້ຳມັນເສຍໃຫ້ເປັນນ້ຳມັນພື້ນຖານ (base oils) ເຊິ່ງສາມາດເອົາມາໃຊ້ໃນການຜະລິດຜະລິດຕະພັນຫຼໍ່ລື່ນ (lubricating) ໄດ້, ໃຊ້ຜະລິດເຊື້ອໄຟທົດແທນການໃຊ້ຖ່ານຫິນ, ນ້ຳມັນກາຊວນ ແລະ ເຊື້ອໄຟເບົາ (light fuel) ໄດ້  R10 ການບຳບັດໜ້າດິນເກີດປະໂຫຍດໃຫ້ແກ່ການປັບປຸງ ດິນກະສິກຳ ແລະ ລະບົບນິເວດ (Land treatment resulting in benefit to agriculture or ecological improvement) ໝາຍເຖິງການໃຊ້ສິ່ງເສດເຫຼືອອົງຄະທາດ ແລະ ແຮ່ທາດເປັນປຸ໋ຍ ຫຼື ສານປັບປຸງດິນໃນການກະເສດ, ການໃຊ້ສິ່ງເສດເຫຼືອອື່ນໆ ໃນດິນທີ່ບໍ່ມີການປູກພືດ ເພື່ອປັບປຸງລະບົບນິເວດ R11 ການໃຊ້ສານຕົກຄ້າງທີ່ໄດ້ຈາກການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R10 (Uses of waste obtained from any of the operations numbered R1 to R10) ໝາຍເຖິງການນຳເອົາສິ່ງເສດເຫຼືອທີ່ຕົກຄ້າງຈາກການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R10 ມາໃຊ້ປະໂຫຍດຄືນໃໝ່ R12 ການແລກປ່ຽນສິ່ງເສດເຫຼືອ ເພື່ອການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R11 (Exchange of waste for submission to any of the operations numbered R1 to R11) ໝາຍເຖິງກິດຈະກຳການບຳບັດສິ່ງເສດເຫຼືອຂັ້ນຕົ້ນກ່ອນການນຳໃຊ້ຄືນໃໝ່ ເຊັ່ນ: ກິດຈະກຳການຂັດແຍກພື້ນຖານ, ການປະສົມສິ່ງເສດເຫຼືອຈາກຫຼາຍແຫຼ່ງທີ່ມາກ່ອນຈະຖືກສົ່ງໄປສະຖານທີ່ຮີໄຊເຄິ້ນ, ການຂົນຍ້າຍ ແລະ ການບົດອັດສິ່ງເສດເຫຼືອ, ການບົດເສດໄມ້ກ່ອນນຳມາໃຊ້ຜະລິດພະລັງງານ ການບຳບັດແບບ R12 ມີ 4 ວິທີຄື: ການປັບສະຖຽນທາງຊີວະພາບ ການຜະລິດເຊື້ອໄຟຈາກສິ່ງເສດເຫຼືອລວມເຖິງ SRF ແລະ RDF ການທັບມ້າງພາຫະນະໃຊ້ແລ້ວ ລວມເຖິິງພາຫະນະທີ່ໝົດອາຍຸ ການແລກປ່ຽນສິ່ງເສດເຫຼືອເພື່ອສົ່ງຕໍ່ໄປດຳເນີນການດ້ວຍວິທີໃດໜື່ງ (R1-R11) R13 ການເກັບສະສົມສານ ແລະ ວັດຖຸອຸປະກອນ ເພື່ອການດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ດ້ວຍວິທີການໃດໜື່ງ ຈາກຂໍ້ R1-R11 (Storage of waste pending any of the operations numbered R1 to R11) ໝາຍເຖິງການຈັດເກັບສິ່ງເສດເຫຼືອເພື່ອລໍຖ້າດຳເນີນການກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບດ້ວຍວິທີໃດໜື່ງ (R1-R11)

Continue Reading »

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ມີຄວາມໝາຍດັ່ງຕໍ່ໄປນີ້: ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ມີທັງໝົດ 20 ໝວດ ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz) ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳສາມາດປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:      1. ຂັ້ນຕອນທີ 1 ປຽບທຽບຂະບວນການ ຫຼື ກິດຈະກຳສະເພາະທີ່ເຮັດໃຫ້ເກີດສິ່ງເສດເຫຼືອໃນໝວດທີ 01 ຮອດ 12 ແລະ 17 ຮອດ 20 ຖ້າຂະບວນການ ຫຼື ກິດຈະກຳຢູ່ໃນຂອບເຂດຂອງໝວດດັ່ງກ່າວ ໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ ຖ້າຂະບວນການ ຫຼື ກິດຈະກຳນັ້ນຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍ ໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ ໃນຂັ້ນຕອນນີ້ບໍ່ຄວນເລືອກໃຊ້ລະຫັດທົ່ວໄປ (xx xx 99) ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 2 ຕໍ່ໄປ      2. ຂັ້ນຕອນທີ 2 ປຽບທຽບປະເພດຂອງສິ່ງເສດເຫຼືອສະເພາະໃນໝວດ 13 ຮອດ 15 ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດດັ່ງກ່າວໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ ອາດຈະໃຊ້ລະຫັດທົ່ວໄປ (xx xx 99) ໄດ້ຕາມຄວາມເໝາະສົມ (ການກຳນົດລະຫັດທົ່ວໄປ ຈະຕ້ອງເປັນທາງເລືອກສຸດທ້າຍ ແລະ ຄວນຫຼີກລ້ຽງການນຳໃຊ້ລະຫັດດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດ) ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 3 ຕໍ່ໄປ       3. ຂັ້ນຕອນທີ 3 ກວດເບີ່ງວ່າສິ່ງເສດເຫຼືອຢູ່ໃນຂອບເຂດໝວດຍ່ອຍ ພາຍໃນໝວດໃຫຍ່ 16 ຫຼື ບໍ່ ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດຍ່ອຍດັ່ງກ່າວໃຫ້ຊອກຫາລະຫັດທີ່ເໝາະສົມ ຖ້າບໍ່ມີລະຫັດທີ່ເໝາະສົມໃນດຳເນີນການໃນຂັ້ນຕອນທີ 4 ຕໍ່ໄປ      4. ຂັ້ນຕອນທີ 4 ກັບໄປຂັ້ນຕອນທີ 1 ແລະ ກຳນົດລາຍການທົ່ວໄປ xx xx 99 ຈາກໝວດໃຫຍ່ ແລະ ໝວດຍ່ອຍທີ່ເໝາະສົມກັບຂະບວນການ ຫຼື ກິດຈະກຳທີ່ເຮັດໃຫ້ເກີດສິ່ງເສດເຫຼືອ ກຳນົດລະຫັດ xx xx 99 ກວດກາໃຫ້ແນ່ໃຈວ່າໄດ້ພິຈາລະນາຕາມຂັ້ນຕອນ 1 ຮອດ 3 ແລ້ວ Click ເພື່ອເບີ່ງບັນຊີລາຍຊື່ສິ່ງເສດເຫຼືອ

Continue Reading »

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້:           1. ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln) ວັດສະດຸທີ່ບໍ່ໃຊ້ແລ້ວທີ່ຈະເອົາໄປເປັນວັດຖຸດິບທົດແທນໃນເຕົາເຜົາປູນຊີມັງຈະຕ້ອງມີອົງປະກອບຂອງວັດຖຸດິບທີ່ໃຊ້ໃນການຜະລິດປູນຊີມັງ ໄດ້ແກ່: ແຄວຊຽມ, ອະລູມິນາ, ເຫຼັກ ຫຼື ຊິລິກ້າ           2. ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery) ການເອົາສິ່ງເສດເຫຼືອທີ່ມີຄ່າຄວາມຮ້ອນ ແລະ ມີສະພາບເໝາະສົມໄປເປັນເຊື້ອໄຟທົດແທນໃນເຕົາເຜົາປູນຊີມັງ           3. ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement kiln) ການເອົາວັດສະດຸທີ່ບໍ່ໃຊ້ແລ້ວ ເຊີ່ງບໍ່ມີຄຸນລັກສະນະ ຫຼື ຄຸນສົມບັດເປັນວັດຖຸດິບທົດແທນ ຫຼື ເປັນເຊື້ອໄຟທົດແທນສຳລັບໃຊ້ເຜົາໃນເຕົາເຜົາປູນຊີມັງ ໄປຜ່ານຂະບວນການປັບສະພາບເພື່ອໃຫ້ຢູ່ໃນຮູບແບບທີ່ສາມາດເອົາໄປເຜົາທຳລາຍໃນເຕົາເຜົາປູນຊີມັງໄດ້ ເຊັ່ນ ການຈັດການສິ່ງເສດເຫຼືອແບບບໍ່ມີການເຫຼືອຖີ້ມ (ZERO LANDFILL) ໂດຍການເຜົາໃນເຕົາປູນຊີມັງ (Cement kiln) ວິທີການເອົາສິ່ງເສດເຫຼືອມາເຜົາກຳຈັດໃນເຕົາເຜົາປູນຊີມັງເປັນອີກວິທີການໜື່ງທີ່ດີທີ່ສຸດ ເພາະເຮົາສາມາດເອົາສິ່ງເສດເຫຼືອຫຼາຍຊະນິດມາເຜົາກຳຈັດໃນເຕົາເຜົາປູນເມັດ ທີ່ອຸນຫະພູມສູງເຖິງ 1450 ອົງສາເຊ ໂດຍຂີ້ເຖົ່າທີ່ເຫຼືອ ຈະຖືກເຜົາໄໝ້ປະສົມກັບວັດຖຸດິບ ລວມເປັນເນື້ອດຽວກັບປູນຊີມັງ ຈື່ງບໍ່ມີການຖີ້ມ ສິ່ງເສດເຫຼືອອກສູ່ພາຍນອກ (ZERO LANDFILL) ທີ່ມາຂອງຮູບ https://www.researchgate.net/figure/Co-Processing-through-Cement-Kiln_fig5_305889378

Continue Reading »