ການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota)
ການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/ 2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC 3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ 4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມປະລິມານສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມປະລິມານສິ່ງເຫຼືອປະເພດເປັນພິດອັນຕະລາຍ ກໍ່ໃຫ້ກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ 5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 6. ກົດປຸ່ມ ຮູບຕາ ທີ່ຊະນິດສິ່ງເສດເຫຼືອທີ່ຕ້ອງການເພີ່ມປະລິມານ 7. ກົດປຸ່ມ “Extend” ໃນຊ່ອງຂອງ Quota Waste (Kg/year) 8. ໃສ່ນ້ຳໜັກທີ່ຂໍມາໃໝ່ 9. ກົດປຸ່ມ “ສົ່ງຄຳຂໍ” ໝາຍເຫດ: – ນ້ຳໜັກທີ່ຂໍມາໃໝ່ຕ້ອງຫລາຍກວ່ານ້ຳໜັກເກົ່າ – ເມື່ອກົດ “ສົ່ງຄຳຂໍ” ເພີ່ມປະລິມານສິ່ງເສດເຫຼືອແລ້ວ ຜູ້ຄຸ້ມຄອງຂໍ້ມູນ (WS) ຈະຄົ້ນຄວ້າ ແລະ ອະນຸມັດຄຳຂໍ ໂດຍຜູ້ສ້າງສິ່ງເສດເຫຼືອ (WG) ສາມາດຕິດຕາມການອະນຸມັດຄຳຂໍ ແລະ ປະຫວັດການຂໍເພີ່ມປະລິມານສິ່ງເສດເຫຼືອໄດ້ໂດຍ ກົດເຂົ້າໄປແຖບດ້ານຂ້າງ > ລາຍລະອຽດສິ່ງເສດເຫຼືອ > ການຂໍຕໍ່ລາຍການສິ່ງເສດເຫຼືອ
ການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories)
ການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories) ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste Categories) ເຂົ້າໄປໃນລາຍການສິ່ງເສດເຫຼືອ (Waste Catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/ 2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC 3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ 4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມຊະນິດສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມສິ່ງເສດເຫຼືອຊະນິດເປັນພິດອັນຕະລາຍຕ້ອງກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ 5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 6. ກົດປຸ່ມ “ແກ້ໄຂ” 7. ເພີ່ມຊະນິດສິ່ງເສດເຫຼືອ ໂດຍວິທີດັ່ງຕໍ່ໄປນີ້: 7.1. ກົດປຸ່ມ “ເພີ່ມ+” 7.2. ພິມລະຫັດສິ່ງເສດເຫຼືອ 6 ຫຼັກ 7.3. ໃສ່ປະລິມານສິ່ງເສດເຫຼືອທີ່ຄາດວ່າຈະເກີດຂື້ນ ແລະ ນຳອອກໄປກຳຈັດພາຍນອກພາຍໃນປີດັ່ງກ່າວທີ່ຊ່ອງ “ນ້ຳໜັກທີ່ກຳນົດໄວ້ (ກິໂລ/ປີ)” 7.4. ໃສ່ຊື່ສິ່ງເສດເຫຼືອໃນຊ່ອງ “ລາຍລະອຽດສະເພາະ” ຊື່ດັ່ງກ່າວຈະສະແດງໃນໃບຕິດຕາມການຂົນສົ່ງ ຫຼື Manifest 7.5. ກົດປຸ່ມ “ເພີ່ມ +” ເພື່ອເພີ່ມສິ່ງເສດເຫຼືອ 7.6. ເຮັດຊ້ຳຂັ້ນຕອນທີ 7.1 – 7.5 ຈົນກວ່າສິ່ງເສດເຫຼືອຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ: – ຊື່ຂອງສິ່ງເສດເຫຼືອທີ່ໂຮງງານຕັ້ງຂື້ນບໍ່ສາມາດປ່ຽນແປງໄດ້ ຈົນກວ່າຈະມີການສ້າງລາຍການໃຫມ່ໃນປີຕໍ່ໄປ – ລາຍລະອຽດຂອງສິ່ງເສດເຫຼືອ ໝາຍເຖິງ ຊື່ກາງຂອງສິ່ງເສດເຫຼືອຕາມລະບົບສາກົນ ຜູ້ສ້າງສິ່ງເສດເຫຼືອສາມາດຕັ້ງຊື່ຕາມຊື່ດັ່ງກ່າວ ຫຼື ນຳໃຊ້ຊື່ສະເພາະທີ່ຕົວເອງໃຊ້ເອີ້ນໄດ້ – ສ້າງວັນທີ ໝາຍເຖິງ ວັນທີທີ່ເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການໂດຍຈະສະແດງອັດຕະໂນມັດ – ວັນທີໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸການຈັດເກັບສິ່ງເສດເຫຼືອຊະນິດດັ່ງກ່າວ ໂດຍຈະຄິດໄລ່ອັດຕະໂນມັດນັບຈາກວັນທີເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການ 90 ມື້ ເຊີ່ງຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງຂົນສິ່ງເສດເຫຼືອອອກໄປກຳຈັດກ່ອນວັນທີດັ່ງກ່າວ ຫຼື ຕ້ອງຂໍຂະຫຍາຍເວລາຈັດເກັບຖ້າມີຄວາມຈຳເປັນ 8. ກົດປຸ່ມ “ບັນທຶກ” ໝາຍເຫດ: – ເມື່ອກົດ “+ ບັນທຶກ” ສິ່ງເສດເຫຼືອຊະນິດດັ່ງກ່າວຈະໄດ້ຮັບສະຖານະເປັນ “ໂຄງຮ່າງ” ໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງແລ້ວອະນຸມັດ ເມື່ອອະນຸມັດແລ້ວ ສະຖານະສິ່ງເສດເຫຼືອຊະນິດດັ່ງກ່າວຈະປ່ຽນເປັນ “ກຳລັງໃຊ້ງານ”
ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest)
ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ພາຍຫຼັງຜູ້ສ້າງສິ່ງເສດເຫຼືອ (WG) ສ້າງລາຍການສິ່ງເສດເຫຼືອ (Create catalog) ແລ້ວ ກ່ອນຈະເຮັດການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ຕ້ອງແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/ 2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC 3. ເຂົ້າໄປແຖບດ້ານຂ້າງ > Manifest 4. ກົດປຸ່ມ “+ Create Manifest” 5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ທີ່ຈະເຮັດການຂົນສົ່ງ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: NHz ສຳລັບສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ Hz ສຳລັບສິ່ງເສດເຫຼືອເປັນພິດອັນຕະລາຍ 6. ໃສ່ລາຍລະອຽດຂອງການຂົນສົ່ງ (ຖ້າມີ) ກໍລະນີບໍ່ມີໃຫ້ພິມ “-“ 7. ເລືອກວັນທີທີ່ຈະເຮັດການຂົນສົ່ງ 8. ໃສ່ລະຫັດອຸປະກອນຊີນລົດຂົນສົ່ງ (Security seal) (ຖ້າມີ) ກໍລະນີບໍ່ມີໃຫ້ພິມ “-“ ໝາຍເຫດ: – ອຸປະກອນຊີນລົດຂົນສົ່ງ (Security seal) ໃຊ້ເພື່ອຄວາມປອດໄພ ແລະ ປ້ອງກັນການລັກລອບຖີ້ມສິ່ງເສດເຫຼືອລະຫວ່າງຂົນສົ່ງ ສຳລັບການຂົນສົ່ງທີ່ມີໄລຍະທາງໄກ ໂດຍຈະໃສ່ Security seal ໄວ້ຕັ້ງແຕ່ຕົ້ນທາງໂດຍຜູ້ສ້າງສິ່ງເສດເຫຼືອ (WG) ເມື່ອສິ່ງເສດເຫຼືອຮອດປາຍທາງແລ້ວ ຜູ້ບຳບັດ-ກຳຈັດ (WD) ຈະກວດກາສະພາບຊີນ ແລະ ຄວາມຖືກຕ້ອງຂອງລະຫັດຊີນກ່ອນຮັບສິ່ງເສດເຫຼືອ 9. ເພີ່ມສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງໃນຮອບດັ່ງກ່າວ ໂດຍວິທີດັ່ງຕໍ່ໄປນີ້: 9.1. ເລືອກຊະນິດສິ່ງເສດເຫຼືອຈາກລາຍການທີ່ໄດ້ສ້າງໄວ້ແລ້ວ / ເບີ່ງຂັ້ນຕອນການສ້າງລາຍການສິ່ງເສດເຫຼືອ (Create Catalog) => Click 9.2. ປະເພດພາຊະນະບັນຈຸສິ່ງເສດເຫຼືອ ໂດຍມີໃຫ້ເລືອກດັ່ງຕໍ່ໄປນີ້: – ຖັງ 200 ລິດ (Drum) – ຖັງ 20 ລິດຂື້ນໄປ (Jerrican) – ຖັງແກລລອນຂະໜາດນ້ອຍ (Gallon) – ຖັງ 1,000 ລິດ (IBC Tank) – ຖັງຂີ້ເຫຍື້ອ (Waste bin) – ຖັງລັກເກີ (Lugger) – ກ່ອງ (Box) – ທໍ່ (Cylinder) – ຖົງຂະໜາດໃຫຍ່ (Big bag) – ກອງ ຫຼື ພາເລດ (Bulk or pallet) – ແທັງທີ່ຍົກ ແລະ ເຄື່ອນຍ້າຍໄດ້ (Tank Container) – ອື່ນໆ (Other) 9.3. ລະບຸປະເພດພາຊະນະ ກໍລະນີທີ່ເລືອກພາຊະນະອື່ນໆ (Other) ໃນຂໍ້ 9.2 9.4. ລະບຸປະລິມານສິ່ງເສດເຫຼືອ ຕົວຢ່າງຮູບດ້ານລຸ່ມ ໝາຍເຖິງ ມີສິ່ງເສດເຫຼືອຊະນິດເສດກາວ ຈຳນວນ 5 ຖົງ 9.5. ລະບຸນ້ຳໜັກລວມຂອງສິ່ງເສດເຫຼືອຊະນິດດັ່ງກ່າວ ຕົວຢ່າງຮູບດ້ານລຸ່ມ ໝາຍເຖິງ ມີສິ່ງເສດເຫຼືອຊະນິດເສດກາວ ຈຳນວນລວມທັງໝົດ 410 ກິໂລກຮາມ 9.6. ເລືອກສະຖານະສິ່ງເສດເຫຼືອ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: ທາດແຂງ (Solid) ແລະ ທາດແຫຼວ (Liquid) 9.7. ກົດປຸ່ມ “+ ເພີ່ມ” ເພື່ອເພີ່ມສິ່ງເສດເຫຼືອ 9.8. ເຮັດຊ້ຳຂັ້ນຕອນທີ 9.1 – 9.7 ຈົນກວ່າສິ່ງເສດເຫຼືອທີ່ຈະຂົນສົ່ງຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ: – ກໍລະນີທີ່ຕ້ອງການສົ່ງສິ່ງເສດເຫຼືອທີ່ບໍ່ມີໃນລາຍການສິ່ງເສດເຫຼືອ (Catalog) ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ເພີ່ມຊະນິດສິ່ງເສດເຫຼືອເຂົ້າມາໃນລາຍການ / ເບີ່ງຂັ້ນຕອນການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories) => Click – ກໍລະນີສິ່ງເສດເຫຼືອທີ່ຈະເຮັດການຂົນສົ່ງ ມີປະລິມານຫຼາຍກວ່າປະລິມານສິ່ງເສດເຫຼືອທີ່ສາມາດຂົນສົ່ງໄດ້ໃນລະບົບ ຈະມີແຈ້ງເຕືອນວ່າ Error Out limit of weight that you have provided ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ເພີ່ມປະລິມານສິ່ງເສດເຫຼືອໃນລາຍການ / ເບີ່ງຂັ້ນຕອນການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) => Click 10. ລະບຸຜູ້ຂົນສົ່ງສິ່ງເສດເຫຼືອ (WT) ດັ່ງຕໍ່ໄປນີ້: 10.1. ເລືອກຜູ້ຂົນສົ່ງ 10.2. ກົດປຸ່ມ “+ ເພີ່ມ” ໝາຍເຫດ: – ກໍລະນີທີ່ຕ້ອງການຂົນສົ່ງສິ່ງເສດເຫຼືອໂດຍຜູ້ຂົນສົ່ງ (WT) ອື່ນ ທີ່ບໍ່ມີໃນລາຍການ ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງເພີ່ມ WT ໃນລາຍການສິ່ງເສດເຫຼືອກ່ອນ / ເບີ່ງຂັ້ນຕອນການເພີ່ມຜູ້ຂົນສົ່ງສິ່ງເສດເຫຼືອ (WT) (Add Waste Transport) => Click 11. ລະບຸຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) ດັ່ງຕໍ່ໄປນີ້: 11.1. ເລືອກຜູ້ບຳບັດ-ກຳຈັດ 11.2. ກົດປຸ່ມ “+ ເພີ່ມ” ໝາຍເຫດ: – ກໍລະນີທີ່ຕ້ອງການບຳບັດ-ກຳຈັດສິ່ງເສດເຫຼືອໂດຍຜູ້ບຳບັດ-ກຳຈັດ (WD) ອື່ນ ທີ່ບໍ່ມີໃນລາຍການ ໃຫ້ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງເພີ່ມ WD ໃນລາຍການສິ່ງເສດເຫຼືອກ່ອນ / ເບີ່ງຂັ້ນຕອນການເພີ່ມຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) (Add Waste Disposal) => Click 12. ກົດປຸ່ມ “+ ສ້າງ” ໝາຍເຫດ: – ເມື່ອກົດ “+ ສ້າງ” ເອກະສານຕິດຕາມການຂົນສົ່ງ (Manifest) ຮຽບຮ້ອຍແລ້ວ, Manifest ສະບັບດັ່ງກ່າວຈະຂື້ນສະຖານະ “Draft” ໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລ້ວອະນຸມັດ ສະຖານະ Manifest ຈະປ່ຽນເປັນ “Requested” ຫຼັງຈາກນັ້ນ WT ແລະ WD ຕ້ອງເຂົ້າມາໃນລະບົບເພື່ອກົດຢືນຢັນການຂົນສົ່ງ ແລະ ບຳບັດກຳຈັດ ສະຖານະຈື່ງຈະປ່ຽນເປັນ “Ready” ໝາຍເຖິງກຽມພ້ອມທີ່ຈະເຮັດການຂົນສົ່ງແລ້ວ – WG ສາມາດແກ້ໄຂ Manifest ທີ່ຢູ່ໃນສະຖານະ “Draft” ໄດ້ ແຕ່ພາຍຫຼັງ Manifest ຖືກປ່ຽນສະຖານະເປັນ “Requested” ຈະບໍ່ສາມາດແກ້ໄຂຂໍ້ມູນພາຍໃນ Manifest ໄດ້ ກໍລະນີຕ້ອງການຍົກເລີກ ຫຼື ແກ້ໄຂ ກະລຸນາຕິດຕໍ່ຜູ້ຄຸ້ມຄອງຂໍ້ມູນ (WS) ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)
ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)
ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ມີດັ່ງຕໍ່ໄປນີ້: 1. ຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມບຸກຄົນເພື່ອມານຳໃຊ້ລະບົບດັ່ງກ່າວ; 2. ສ້າງລາຍການສິ່ງເສດເຫຼືອໃນລະບົບ (Create Catalog): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມຂໍ້ມູນຊະນິດ, ປະລິມານຄາດການສິ່ງເສດເຫຼືອອຸດສາຫະກຳທີ່ເກີດຂື້ນຕໍ່ປີ ພ້ອມດ້ວຍປຶກສາຫາລືກັບວິຊາການຂອງ EMAC ເພື່ອກຳນົດລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue and Hazardous Waste List ຫຼື EWC-HWL (Click ເພື່ອເບີ່ງລະຫັດສິ່ງເສດເຫຼືອ) ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => Click; 3. ແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງແຈ້ງຂໍ້ມູນຊະນິດສິ່ງເສດເຫຼືອທີ່ຈະຂົນສົ່ງ, ປະລິມານ, ການບັນຈຸ, ວັນທີທີ່ຈະຂົນສົ່ງ, ເລືອກຜູ້ຂົນສົ່ງ (WT) ແລະ ຜູ້ບຳບັດ-ກຳຈັດ (WD) ທີ່ໄດ້ຂື້ນທະບຽນໃນລະບົບແລ້ວ ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => Click; 4. ກວດກາຄວາມຖືກຕ້ອງຂອງຂໍ້ມູນ: ຜູ້ຄຸ້ມຄອງຂໍ້ມູນ (WS) ກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນກ່ອນອະນຸມັດຂໍ້ມູນເຂົ້າສູ່ລະບົບ; 5. ຜູ້ຂົນສົ່ງ (WT) ຕອບຮັບການຂົນສົ່ງ: ຜູ້ຂົນສົ່ງສິ່ງເສດເຫຼືອຕອບຮັບເພື່ອຢືນຢັນການຂົນສົ່ງໃນວັນທີຖືກລະບຸໄວ້ໃນ Manifest ພ້ອມທັງລະບຸລົດທີ່ຈະນຳໃຊ້ ແລະ ຄົນຂັບ; 6. ຜູ້ບຳບັດ-ກຳຈັດ (WD) ຕອບຮັບການບຳບັດ-ກຳຈັດ: ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຕອບຮັບເພື່ອຢືນຢັນການຮັບບຳບັດ-ກຳຈັດສິ່ງເສດເຫຼືອທີ່ຖືກລະບຸໄວ້ໃນ Manifest; 7. ຂົນສົ່ງສິ່ງເສດເຫຼືອ: 7.1. ຜູ້ສ້າງສິ່ງເສດເຫຼືອ (WG) ສະແກນ QR Code ເພື່ອຍັ້ງຢືນການສົ່ງສິ່ງເສດເຫຼືອໃຫ້ແກ່ຜູ້ຂົນສົ່ງ (WT) 7.2. ເມື່ອສິ່ງເສດເຫຼືອຖືກຂົນສົ່ງຮອດສະຖານທີ່ປາຍທາງແລ້ວຜູ້ກຳຈັດ-ບຳບັດສິ່ງເສດເຫຼືອ (WD) ກວດກາຄວາມຖືກຕ້ອງຂອງສິ່ງເສດເຫຼືອ ແລະ ຊັ່ງນ້ຳໜັກ ແລ້ວສະແກນ QR Code ເພື່ອຍັ້ງຢືນການຮັບສິ່ງເສດເຫຼືອຈາກຜູ້ຂົນສົ່ງ (WT); 8. ຮັບຮອງຂໍ້ມູນ: ຜູ້ຕິດຕາມກວດກາ (WR) ກວດກາຄວາມຖືກຕ້ອງຂອງການຂົນສົ່ງ ແລະ ຮັບຮອງເອກະສານຕິດຕາມການຂົນສົ່ງ; ໝາຍເຫດ: – ການຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register) ແມ່ນເຮັດຄັ້ງດຽວ – ການສ້າງລາຍການສິ່ງເສດເຫຼືອ (Create catalog) ແມ່ນເຮັດປີລ່ະຄັ້ງ ແຕ່ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste categories) ພາຍຫຼັງໄດ້ ໂດຍຜ່ານການຮັບຮອງໂດຍຜູ້ຄຸ້ມຄອງຂໍ້ມູນ (WS) ຂອງ EMAC – ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕ້ອງເຮັດທຸກຄັ້ງກ່ອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ
ການສ້າງລາຍການສິ່ງເສດເຫຼືອ (Create Catalog)
ການສ້າງລາຍການສິ່ງເສດເຫຼືອ (Create Catalog) ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/ 2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC 3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ 4. ກົດປຸ່ມ “ສ້າງລາຍການສິ່ງເສດເຫຼືອ” 5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ໂດຍມີໃຫ້ເລືອກຢູ່ 2 ຢ່າງຄື: NHz ສຳລັບສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ ແລະ Hz ສຳລັບສິ່ງເສດເຫຼືອເປັນພິດອັນຕະລາຍ 6. ໃສ່ຊື່ລາຍການ ເຊັ່ນ: ລາຍການສິ່ງເສດເຫຼຶອບໍ່ເປັນພິດອັນຕະລາຍ ຫຼື ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ ເປັນຕົ້ນ 7. ໃສ່ຄຳອະທິບາຍຂອງລາຍການ ກໍລະນີບໍ່ຕ້ອງການໃສ່ໃຫ້ພິມ “-” ໝາຍເຫດ: – ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດສ້າງລາຍການສິ່ງເສດເຫຼືອຂື້ນມາໄດ້ ປະເພດລ່ະ 1 ລາຍການເທົ່ານັ້ນ (ໃນລາຍການດັ່ງກ່າວປະກອບດ້ວຍສິ່ງເສດເຫຼືອຫລາຍຊະນິດ) – ວັນທີລາຍການໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸຂອງລາຍການສິ່ງເສດເຫຼືອ ເຊິ່ງຈະຖືກກຳນົດໄວ້ອັດຕະໂນມັດເປັນວັນທີ 31 ທັນວາ ຂອງປີນັ້ນໆ ພາຍຫຼັງທີ່ລາຍການໝົດອາຍຸຜູ້ສ້າງສິ່ງເສດເຫຼືອ (WG) ຈະຕ້ອງສ້າງລາຍການສິ່ງເສດເຫຼືອທັງໝົດຂື້ນມາໃຫມ່ ຈື່ງຈະສາມາດນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest) ໄດ້. 8. ເພີ່ມສິ່ງເສດເຫຼືອແຕ່ລ່ະຊະນິດທີ່ຢູ່ໃນໂຮງງານເຂົ້າໄປໃນລາຍການດັ່ງຕໍ່ໄປນີ້: 8.1. ພິມລະຫັດສິ່ງເສດເຫຼືອ 6 ຫຼັກ 8.2. ໃສ່ຊື່ສິ່ງເສດເຫຼືອໃນຊ່ອງ “ລາຍລະອຽດສະເພາະ” ຊື່ດັ່ງກ່າວຈະສະແດງໃນໃບຕິດຕາມການຂົນສົ່ງ ຫຼື Manifest 8.3. ໃສ່ປະລິມານສິ່ງເສດເຫຼືອທີ່ຄາດວ່າຈະເກີດຂື້ນ ແລະ ນຳອອກໄປກຳຈັດພາຍນອກພາຍໃນປີດັ່ງກ່າວທີ່ຊ່ອງ “ນ້ຳໜັກທີ່ກຳນົດໄວ້ (ກິໂລ/ປີ)” 8.4. ກົດປຸ່ມ “+ ADD” ເພື່ອເພີ່ມສິ່ງເສດເຫຼືອ 8.5. ເຮັດຊ້ຳຂັ້ນຕອນທີ 8.1 – 8.4 ຈົນກວ່າສິ່ງເສດເຫຼືອຈະຖືກເພີ່ມຈົນຄົບທຸກຊະນິດ ໝາຍເຫດ: – ຊື່ຂອງສິ່ງເສດເຫຼືອທີ່ໂຮງງານຕັ້ງຂື້ນບໍ່ສາມາດປ່ຽນແປງໄດ້ ຈົນກວ່າຈະມີການສ້າງລາຍການໃຫມ່ໃນປີຕໍ່ໄປ – ລາຍລະອຽດຂອງສິ່ງເສດເຫຼືອ ໝາຍເຖິງ ຊື່ກາງຂອງສິ່ງເສດເຫຼືອຕາມລະບົບສາກົນ ຜູ້ສ້າງສິ່ງເສດເຫຼືອສາມາດຕັ້ງຊື່ຕາມຊື່ດັ່ງກ່າວ ຫຼື ນຳໃຊ້ຊື່ສະເພາະທີ່ຕົວເອງໃຊ້ເອີ້ນໄດ້ – ປະເພດຂອງສິ່ງເສດເຫຼືອ ໝາຍເຖິງ ສິ່ງເສດເຫຼືອເປັນພິດອັນຕະລາຍ (Hz) ຫຼື ສິ່ງເສດເຫຼືອບໍ່ເປັນພິດອັນຕະລາຍ (NHz) ເຊິ່ງຈະສະແດງອັດຕະໂນມັດຕາມປະເພດລາຍການສິ່ງເສດເຫຼືອທີ່ເລືອກສ້່ງ – ສ້າງວັນທີ ໝາຍເຖິງ ວັນທີທີ່ເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການໂດຍຈະສະແດງອັດຕະໂນມັດ – ວັນທີໝົດອາຍຸ ໝາຍເຖິງ ວັນທີໝົດອາຍຸການຈັດເກັບສິ່ງເສດເຫຼືອຊະນິດດັ່ງກ່າວ ໂດຍຈະຄິດໄລ່ອັດຕະໂນມັດນັບຈາກວັນທີເພີ່ມສິ່ງເສດເຫຼືອເຂົ້າໄປໃນລາຍການ 90 ມື້ ເຊີ່ງຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງຂົນສິ່ງເສດເຫຼືອອອກໄປກຳຈັດກ່ອນວັນທີດັ່ງກ່າວ ຫຼື ຕ້ອງຂໍຂະຫຍາຍເວລາຈັດເກັບຖ້າມີຄວາມຈຳເປັນ 9. ເພີ່ມລາຍຊື່ຜູ້ຂົນສົ່ງສິ່ງເສດເຫຼືອ (WT) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້: 9.1. ເລືອກຜູ້ຂົນສົ່ງທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ 9.2. ກົດປຸ່ມ “+ ເພີ່ມ” 9.3. ເຮັດຊ້ຳຂັ້ນຕອນທີ 9.1. – 9.2. ຈົນກວ່າຜູ້ຂົນສົ່ງສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ 10. ເພີ່ມລາຍຊື່ຜູ້ບຳບັດ-ກຳຈັດສິ່ງເສດເຫຼືອ (WD) ເຂົ້າໄປໃນລາຍການດັ່ງຕໍ່ໄປນີ້: 10.1. ເລືອກຜູ້ບຳບັດ-ກຳຈັດ (WD) ທີ່ຢູ່ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ 10.2. ກົດປຸ່ມ “+ ເພີ່ມ” 10.3. ເຮັດຊ້ຳຂັ້ນຕອນທີ 10.1. – 10.2. ຈົນກວ່າຜູ້ບຳບັດ-ກຳຈັດສິ່ງເສດເຫຼືອຈະຖືກເພີ່ມຈົນຄົບ 11. ກົດປຸ່ມ “+ ສ້າງ” ເພີ່ມບັນທຶກລາຍການ ໝາຍເຫດ: – ເມື່ອກົດ “+ ສ້າງ” ລາຍການສິ່ງເສດເຫຼືອດັ່ງກ່າວຈະຂື້ນສະຖານະ “Draft” ຜູ້ຄຸ້ມຄອງຂໍ້ມູນ (WS) ຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງລາຍການ, ເມື່ອລາຍການດັ່ງກ່າວໄດ້ຮັບການອະນຸມັດແລ້ວຈະປ່ຽນເປັນສະຖານະ “Active”
ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ
ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້: ການຈັດເກັບແບບແຍກບໍລິເວນ (Separate storage) ຮູບແບບການຈັດເກັບແບບນີ້ຈະຕ້ອງເຮັດດການແຍກສິ່ງທີ່ເກັບອອກຈາກກັນດ້ວຍຝາທົນໄຟ ຫຼື ໄລຍະທາງ ຂື້ນກັບວ່າເປັນການຈັດເກັບພາຍໃນອາຄານ ຫຼື ຢູ່ກາງແຈ້ງຄື: ຖ້າຈັດເກັບໃນອາຄານສາງສິນຄ້າດຽວກັນ ທາດເຄມີ ແລະ ວັດຖຸອັນຕະລາຍນັ້ນຈະຕ້ອງຖືກຈັດແຍກອອກຈາກທາດອື່ນໆ ໂດຍມີຝາທົນໄຟເຊິ່ງສາມາດທົນໄຟໄດ້ຢ່າງນ້ອຍ 90 ນາທີ ຖ້າຈັດເກັບຢູ່ກາງແຈ້ງ (ພາຍນອກອາຄານສາງສິນຄ້າ) ຕ້ອງຈັດເກັບສາງດັ່ງກ່າວແຍກອອກຈາກບໍລິເວນອື່ນດ້ວຍໄລຍະທາງທີ່ເໝາະສົມ ການຈັດເກັບແບບແຍກຫ່າງ (Segregate storage) ຮູບແບບນີ້ເປັນການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍຕັ້ງແຕ່ 2 ປະເພດຂື້ນໄປໃນບໍລິເວນດຽວກັນ ເຊິ່ງຕ້ອງມີມາດຕະການປ້ອງກັນທີ່ພຽງພໍສຳລັບການຈັດເກັບ ໂດຍຕ້ອງເອົາຂໍ້ກຳນົດພິເສດຕື່ມສຳລັບການຈັດເກັບສະເພາະປະເພດຕາມຄຸນສົມບັດສະເພາະ ມາພິຈາລະນາປະກອບຕາມເງື່ອນໄຂທີ່ກຳນົດໄວ້ໃນຕາຕະລາງການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍດັ່ງນີ້: ຊ່ອງທີ່ມີຕົວເລກໃຫ້ຈັດເກັບຕາມເງື່ອນໄຂດັ່ງຕໍ່ໄປນີ້ ການຈັດເກັບທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ສາມາດຈັດເກັບໄດ້ໂດຍມີເງື່ອນໄຂດັ່ງນີ້: ຕ້ອງຈັດໃຫ້ມີການລະບາຍ ແລະ ປະລິມານຈັດເກັບຕ້ອງບໍ່ກາຍ 60 ສ່ວນຮ້ອຍຂອງປະລິມານການຈັດເກັບທັງໝົດ ໂດຍປະລິມານລວມຂອງທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ຕ້ອງບໍ່ກາຍ 100,000 ລິດ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກະປ໋ອງສະເປ) ເກັບປະປົນກັບທາດພິດໄດ້ໂດຍມີເງື່ອນໄຂດັ່ງຕໍ່ໄປນີ້: ຫ້ອງທີ່ມີຝາທົນໄຟ ຂະໜາດເນື້ອທີ່ຕ້ອງບໍ່ກາຍ 60 ຕາແມັດ ແລະ ປະລິມານການຈັດເກັບທາດທີ່ບໍ່ກາຍ 60 ສ່ວນຮ້ອຍ ຂອງປະລິມານຈັດເກັບທັງໝົດ, ອຸນຫະພຸມຫ້ອງຕ້ອງບໍ່ກາຍ 50 ອົງສາເຊ ຕ້ອງມີການລະບາຍອາກາດ ແລະ ຕ້ອງມີທາງອອກສຸກເສີນ 2 ທາງ, ທາງອອກສຸກເສີນທັງສອງທາງຕ້ອງມີອຸປະກອນມອດໄຟປະເພດຜົງເຄມີແຫ້ງ ABC ຂະໜາດ 6 ກິໂລກຮາມ ບ່ອນລ່ະ 1 ເຄື່ອງ ຖ້າຫ້ອງເກັບມີຂະໜາດໃຫຍ່ກວ່າ 60 ຕາແມັດ ການເກັບວັດຖຸອັນຕະລາຍເຫຼົ່ານີ້ຕ້ອງຈັດເກັບແບບແຍກຫ່າງດ້ວຍວິທີການທີ່ເໝາະສົມ ຫຼື ແຍກບໍລິເວນ ວັດສະດຸທີ່ເປັນສາເຫດໃຫ້ເກີດການລຸກຕິດໄຟ ຫຼື ລຸກລາມຢ່າງໄວ ເຊັ່ນ: ວັດສະດຸທີ່ໃຊ້ເຮັດພາຊະນະບັນຈຸ ຄວນຈັດເກັບແຍກບໍລິເວນອອກຈາກທາດພິດ ຫຼື ທາດແຫຼວໄວໄຟ ຜະລິດຕະພັນທີ່ບໍ່ເຮັດປະຕິກິລິຍາກັບທາດອື່ນໆໃນຂະນະເກີດອຸປະຕິເຫດສາມາດເກັບປະປົນກັນໄດ້ໂດຍການຈັດເກັບແບບແຍກຫ່າງ ເຊັ່ນ: ແຍກອອກຈາກກັນໂດຍມີກຳແພງກັ້ນ, ເວັ້ນໄລຍະປອດໄພໃຫ້ຫ່າງ ເກັບໃນອ່າງທີ່ແຍກອອກຈາກກັນ ຫຼື ໃນຕູ້ເກັບທີ່ປອດໄພ ຫ້ອງເກັບຮັກສາວັດຖຸອັນຕະລາຍ ໃຫ້ຈັດເກັບອາຍພາຍໃຕ້ຄວາມດັນໄດ້ບໍ່ກາຍ 50 ທໍ່ ໃນຈຳນວນດັ່ງກ່າວອະນຸຍາດໃຫ້ເກັບເປັນອາຍພາຍໃຕ້ຄວາມດັນທີ່ມີຄຸນສົມບັດໄວໄຟ, ອອກຊິໄດຊ໌ ຫຼື ອາຍພິດ ເກັບລວມກັນໄດ້ບໍ່ກາຍ 25 ທໍ່, ທາດຕິດໄຟໄດ້ (ປະເພດ 8A ແລະ 11) (ຍົກເວັ້ນທາດແຫຼວໄວໄຟ) ອາດເອົາມາເກັບລວມໄວ້ ໂດຍຈັດເກັບແບບແຍກຫ່າງຈາກອາຍພາຍໃຕ້ຄວາມດັນດ້ວຍຝາ ທີ່ເຮັດຈາກວັດສະດຸທີ່ບໍ່ຕິດໄຟ ທີ່ມີຄວາມສູງຢ່າງນ້ອຍ 2 ແມັດ ແລະ ມີໄລຍະຫ່າງຈາກຝາ ຢ່າງນ້ອຍ 5 ແມັດ ອະນຸຍາດໃຫ້ເກັບປະປົນກັນໄດ້ ຖ້າມີຂໍ້ກຳນົດຄວາມປອດໄພສຳລັບສິນຄ້າຄ້າງສາງທັງໝົດໂດຍໃຫ້ເປັນໄປຕາມຂໍ້ກຳນົດການຈັດເກັບວັດຖຸອັນຕະລາຍປະເພດ 2B ອະນຸຍາດໃຫ້ເກັບປະປົນກັບທາດແຫຼວໄວໄຟທີ່ມີຈຸດວາບໄຟສູງກວ່າ 61 ອົງສາເຊ ຖ້າການເກັບປະປົນກັນດັ່ງກ່າວບໍ່ເຮັດໃຫ້ເກີດປະຕິກິລິຍາທີ່ເປັນອັນຕະລາຍ (ການລຸກຕິດໄຟ ແລະ/ຫຼື ໃຫ້ຄວາມຮ້ອນອອກມາ ຫຼື ໃຫ້ອາຍໄວໄຟ ຫຼື ໃຫ້ອາຍທີ່ເຮັດໃຫ້ເກີດພາວະການຂາດອົກຊີແຊນ ຫຼື ໃຫ້ອາຍພິດ ຫຼື ເຮັດໃຫ້ເກີດບັນຍາກາດຂອງການກັດຫ້ຽນ ຫຼື ເຮັດໃຫ້ເກີດທາດທີ່ບໍ່ສະຖຽນ ຫຼື ເພີ່ມຄວາມດັນຈົນເປັນອັນຕະລາຍ) ຖ້າພົບວ່າມີໂອກາດເກີດອັນຕະລາຍຕາມທີ່ກ່າວມາໃຫ້ຈັດເກັບໂດຍເວັ້ນໄລຍະຫ່າງທີ່ປອດໄພ (5 ແມັດ) ທາດຕິດໄຟທີ່ມີຄຸນສົມບັດເປັນພິດເກັບປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ຫ້າມເກັບທາດແຫຼວໄວໄຟ (ປະເພດ 3A) ປະປົນກັບທາດກັດຫ້ຽນທີ່ບັນຈຸໃນພາຊະນະທີ່ແຕກງ່າຍ ຍົກເວັ້ນມີມາດຕະການປ້ອງກັນບໍ່ໃຫ້ທາດເຮັດປະຕິກິລິຍາກັນໄດ້ ໃນກໍລະນີທີ່ເກີດອຸປະຕິເຫດຂື້ນ ອະນຸຍາດໃຫ້ເກັບມ້ຽນປະປົນກັນໄດ້ ຍົກເວັ້ນອາຍໄວໄຟ ຕ້ອງສ້າງມາດຕະການປ້ອງກັນຕື່ມເພື່ອໃຫ້ເກີດຄວາມປອດໄພໃນການເກັບຮັກສາ ແລະ ໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ວັດຖຸອັນຕະລາຍຂອງທາດແຂງໄວໄຟ (ປະເພດ 4.1A) ທີ່ມີຄຸນສົມບັດການລະເບີດອາດຈະເກັບປະປົນກັບວັດຖຸອັນຕະລາຍອື່ນຄື: ປະເພດ 3B, 4.1, 8A, 8B, 10, 11, 12 ຫຼື 13 ໄດ້ຖ້າໄລຍະຫ່າງທີ່ປອດໄພເຊີ່ງຈັດໄວ້ເພື່ອປ້ອງກັນອັນຕະລາຍທີ່ຈະມີຕໍ່ບໍລິເວນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ອາດຈະຕ້ອງກຳນົດໃຫ້ຫຼາຍຂື້ນ ເຊິ່ງຕ້ອງກວດກາເປັນແຕ່ລະກໍລະນີ ອະນຸຍາດໃຫ້ເກັບວັດຖຸອັນຕະລາຍເປີອອກໄຊອົງຄະທາດ (ປະເພດ 5.2) ປະປົນກັບທາດແຂງໄວໄຟ (ປະເພດ 4.1B) ໄດ້ ອະນຸຍາດໃຫ້ເກັບປະປົນກັບດິນຊັບ (Propellants) ແລະ ໂຕເລີ່ມປະຕິກິລິຍາ (Radical Initiators) ຖ້າທາດນັ້ນບໍ່ມີສ່ວນປະສົມຂອງໂລຫະໜັກ ການເກັບທາດອອກຊີໄດ ປະເພດ 5.1B ອາດຈະອະນຸຍາດໃຫ້ເກັບປະປົນກັບວັດຖຸອັນຕະລາຍປະເພດ 6.1A, 6.1B ໄດ້ ເຊີ່ງສາມາດເກັບໄດ້ປະລິມານສູງເຖິງ 20 ໂຕນ ໂດຍຕ້ອງມີມາດຕະການຄວາມປອດໄພດັ່ງນີ້: ອາຄານສາງສິນຄ້າຕ້ອງມີລະບົບເຕືອນໄພໄຟໄໝ້, ລະບົບມອດໄຟອັດຕະໂນມັດ ແລະ ທີມປະຈົນໄຟເຄີ່ງມືອາຊີບຂອງບໍລິສັດ (ພະນັກງານບໍລິສັດທີ່ເຮັດໜ້າທີ່ມອດໄຟຢ່າງດຽວພ້ອມມີລົດມອດໄຟຂອງບໍລິສັດ) ຖ້າມີທາດທີ່ບໍ່ຮອດ 1 ໂຕນ ບໍ່ຕ້ອງມີມາດຕະການເສີມດັ່ງກ່າວ. ການເກັບວັດຖຸອັນຕະລາຍປະເພດ ເປີອອກໄຊອົງຄະທາດລວມກັບວັດຖຸອັນຕະລາຍອື່ນໆ ຈຳເປັນຕ້ອງອອກແບບ ແລະ ກວດກາແຕ່ລະກໍລະນີວ່າໄລຍະຫ່າງປອດໄພ (ລະຫວ່າງອາຄານສາງສິນຄ້າ ແລະ ຊຸມຊົນ) ທີ່ກຳນົດຂື້ນອ້ອມຮອບອາຄານສາງສິນຄ້າມີພຽງພໍ ຫຼື ຕ້ອງກຳນົດໃຫ້ຫຼາຍຂື້ນ ເພື່ອປ້ອງກັນໂອກາດທີ່ຈະເກີດອັນຕະລາຍ ໃຫ້ພິຈາລະນາຕາມຂໍ້ກຳນົດດ້ານຄວາມປອດໄພສະເພາະວັດຖຸອັນຕະລາຍແຕ່ລະປະເພດ ວັດຖຸກຳມັນຕະພາບລັງສີ ຄວນແຍກຈັດເກັບຕາມຂໍ້ກຳນົດດ້ານຄວາມປອດໄພຂອງໜ່ວບງານ IAEA ແລະ ໄດ້ຮັບການອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ດາວໂຫລດເອກະສານອ້າງອິງ ມາດຕະຖານການເກັບຮັກສາສານເຄມີອັນຕະລາຍ (ພາສາໄທ) download ບົດຄວາມທີ່ກ່ຽວຂ້ອງ ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ Click