ຂໍ້ມູນວິຊາການ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳປຸງແຕ່ງ ໄປຕາມທິດສີຂຽວ ແລະ ຍືນຍົງ.

Continue Reading »

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017. ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້ A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ B: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 10,000 ຕາລາງແມັດ ແຕ່ບໍ່ເກີນ 55,000 ຕາລາງແມັດ C: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 5,000 ຕາລາງແມັດ ແຕ່ບໍ່ເກີນ 10,000 ຕາລາງແມັດ

Continue Reading »

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກໂຮງງານທົ່ວໄປ

ມາດຕະຖານຄວບຄຸມທາງນ້ຳຈາກໂຮງງານ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017 ກຳນົດໄວ້ດັ່ງນີ້: ຕາຕະລາງທີ 14: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ຈາກໂຮງງານທົ່ວໄປ ຕາຕະລາງທີ 14.5: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ລົງສູ່ຮ່ອງນ້ຳສາທາລະນະ

Continue Reading »

ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ

ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes)

Continue Reading »

ບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນບັນຊີເຄມີອຸດສາຫະກຳ

ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ, ລົງວັນທີ 4 ມັງກອນ 2005 ກຳນົດປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ອອກເປັນ 3 ບັນຊີດັ່ງນີ້:
1. ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ
2. ບັນຊີປະເພດວັດຖຸອອກລິດຕໍ່ຈິດ-ປະສາດທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ.
3. ບັນຊີປະເພດສານເຄມີຕົ້ນ ແລະ ສານເຄມີສຳຮອງທີ່ມັກລັກລອບນຳເຂົ້າໃນການຜະລິດຢາເສບຕິດ, ສານເຄມີຕົ້ນ ແລະ ສານເຄມີສຳຮອງ

Continue Reading »

ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization)

ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9

Continue Reading »