ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ
ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ມີຄວາມໝາຍດັ່ງຕໍ່ໄປນີ້: ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ມີທັງໝົດ 20 ໝວດ ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz) ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳສາມາດປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ຂັ້ນຕອນທີ 1 ປຽບທຽບຂະບວນການ ຫຼື ກິດຈະກຳສະເພາະທີ່ເຮັດໃຫ້ເກີດສິ່ງເສດເຫຼືອໃນໝວດທີ 01 ຮອດ 12 ແລະ 17 ຮອດ 20 ຖ້າຂະບວນການ ຫຼື ກິດຈະກຳຢູ່ໃນຂອບເຂດຂອງໝວດດັ່ງກ່າວ ໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ ຖ້າຂະບວນການ ຫຼື ກິດຈະກຳນັ້ນຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍ ໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ ໃນຂັ້ນຕອນນີ້ບໍ່ຄວນເລືອກໃຊ້ລະຫັດທົ່ວໄປ (xx xx 99) ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 2 ຕໍ່ໄປ 2. ຂັ້ນຕອນທີ 2 ປຽບທຽບປະເພດຂອງສິ່ງເສດເຫຼືອສະເພາະໃນໝວດ 13 ຮອດ 15 ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດດັ່ງກ່າວໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ ອາດຈະໃຊ້ລະຫັດທົ່ວໄປ (xx xx 99) ໄດ້ຕາມຄວາມເໝາະສົມ (ການກຳນົດລະຫັດທົ່ວໄປ ຈະຕ້ອງເປັນທາງເລືອກສຸດທ້າຍ ແລະ ຄວນຫຼີກລ້ຽງການນຳໃຊ້ລະຫັດດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດ) ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 3 ຕໍ່ໄປ 3. ຂັ້ນຕອນທີ 3 ກວດເບີ່ງວ່າສິ່ງເສດເຫຼືອຢູ່ໃນຂອບເຂດໝວດຍ່ອຍ ພາຍໃນໝວດໃຫຍ່ 16 ຫຼື ບໍ່ ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດຍ່ອຍດັ່ງກ່າວໃຫ້ຊອກຫາລະຫັດທີ່ເໝາະສົມ ຖ້າບໍ່ມີລະຫັດທີ່ເໝາະສົມໃນດຳເນີນການໃນຂັ້ນຕອນທີ 4 ຕໍ່ໄປ 4. ຂັ້ນຕອນທີ 4 ກັບໄປຂັ້ນຕອນທີ 1 ແລະ ກຳນົດລາຍການທົ່ວໄປ xx xx 99 ຈາກໝວດໃຫຍ່ ແລະ ໝວດຍ່ອຍທີ່ເໝາະສົມກັບຂະບວນການ ຫຼື ກິດຈະກຳທີ່ເຮັດໃຫ້ເກີດສິ່ງເສດເຫຼືອ ກຳນົດລະຫັດ xx xx 99 ກວດກາໃຫ້ແນ່ໃຈວ່າໄດ້ພິຈາລະນາຕາມຂັ້ນຕອນ 1 ຮອດ 3 ແລ້ວ Click ເພື່ອເບີ່ງບັນຊີລາຍຊື່ສິ່ງເສດເຫຼືອ
ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ
ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ສາມາດລະເບີດ; ໄວໄຟ (ເກີດໄຟໄດ້ງ່າຍ); ມີປະຕິກິລິຍາກັບອາກາດ (ອອກຊິໄດສ໌); ເປັນພິດເບື່ອ (ທັນທີທັນໃດ ຫຼື ຊຳເຮື້ອ, ອາດກໍ່ໃຫ້ເກີດມະເຮັງ, ສາມາດກໍ່ໃຫ້ເກີດການປ່ຽນພັນທຸກຳໄດ້); ສາມາດພາໃຫ້ຕິດເຊື້ອໄດ້; ສາມາດເກີດໝ້ຽງໄດ້; ແລະ ເປັນພິດຕໍ່ລະບົບນິເວດ ນອກຈາກນັ້ນ, ກ່ອງ ຫຼື ພັດສະດຸຫຸ້ມຫໍ່ ທີ່ຖືກປົນເປື້ອນກັບ ບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດກໍ່ຈັດເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໂດຍບົດແນະນຳສະບັບດັ່ງກ່າວຍັງໄດ້ກຳນົດລະດັບຄວາມເຂັ້ມຂຸ້ນ ຫຼື ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້: ຈຸດສາມາດເກີດໄຟໄດ້ ≤ 55ºC; ບັນຈຸທາດເຄມີປະເພດເປັນພິດສູງ ຢູ່ໃນລະດັບຄວາມເຂັ້ມຂຸ້ມລວມ ≥ 0.1%; ບັນຈຸທາດເຄມີປະເພດເປັນພິດ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 3%; ບັນຈຸທາດເຄມີອັນຕະລາຍ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 25%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 1%; ບັນຈຸທາດເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 5%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາຢ່າງຮ້າຍແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 10%; ບັນຈຸທາດເຄມີທີ່ເຮັດໃຫ້ລະຄາຍເຄືອງຕາ, ລະບົບຫາຍໃຈ ແລະ ຜິວໜັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 20% ແລະ ບັນຈຸທາດເຄມີທີ່ເຮັດໃຫ້ເກີດມະເຮັງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 0.1%. ໃນກໍລະນີສິ່ງເສດເຫຼືອບັນຈຸຫຼາຍທາດເຄມີອັນຕະລາຍເຊິ່ງມີຄຸນລັກສະນະຄວາມເປັນອັນຕະລາຍທີ່ຄ້າຍກັນຄວາມເຂັ້ມຂຸ້ນຈະຖືກຄິດໄລ່ລວມເຂົ້າກັນ. ພາຊະນະບັນຈຸເປົ່າທີ່ຖືກປົນເປື້ອນຈາກທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາໃຫ້ເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ. ດິນ ແລະ ວັດຖຸອື່ນ ທີ່ຖືກປົນເປື້ອນ ທາດເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເວັ້ນແຕ່ເຈົ້າຂອງທີ່ດິນ ແລະ ວັດຖຸອື່ນໆເຫຼົ່ານັ້ນ ສາມາດຢັ້ງຢືນໄດ້ວ່າຄຸນລັກສະນະແມ່ນຕ່ຳກວ່າລະດັບຄວາມເຂັ້ມຂຸ້ນທີ່ໄດ້ກຳນົດໂດຍບັນດາຂະແໜງການທີ່ກ່ຽວຂ້ອງ ດາວໂຫລດເອກະສານອ້າງອິງ ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ download