ຂໍ້ມູນຂ່າວສານ

ຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານຂອງສອງປະເທດ ລາວ-ຍີ່ປຸ່ນ

ຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ        ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ),  ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທີ່ ສວນປະຕູໄຊ ເພື່ອສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຍີ່ປຸ່ນ-ລາວ            ໂດຍໃນງານຈະມີອາສາສະມັກປະຈຳຢູ່ແຕ່ລະຈຸດຈັດເກັບຂີ້ເຫຍື້ອເພື່ອແນະນຳຄົນທີ່ມາຮ່ວມງານໄດ້ຄັດແຍກຂີ້ເຫຍື້ອຢ່າງຖືກຕ້ອງ ຕາມສະໂລແກນ “ບໍ່ມີຂີ້ເຫຍື້ອ ແລະ ຂີ້ເຫຍື້ອເປັນເງິນ / WASTE IS MONEY & ZERO WASTE” ເຊິ່ງການຈັດຕັ້ງປະຕິບັດໃນຄັ້ງນີ້ແມ່ນໄດ້ຮັບຄວາມຮ່ວມໄມ້ຮ່ວມມືບັນດາແຂກທີ່ມາຮ່ວມງານເປັນຢ່າງດີ

Continue Reading »

ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ວ່າດ້ວຍຄວາມຮ່ວມມືວິຊາການກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ

ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ວ່າດ້ວຍຄວາມຮ່ວມມືວິຊາການກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ        ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.            ໂດຍຈຸດປະສົງຂອງ MOA ແມ່ນເພື່ອຮ່ວມມືດ້ານວິຊາການ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ມີປະສິດທິພາບສູງ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງ ຕາມລະບຽບການກຳນົດ ຄື: ສ້າງ ແລະ ພັດທະນາຖານຂໍ້ມູນດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ຈາກບັນດາໂຮງງານອຸດສາຫະກຳ ແລະ ໂຄງການຕ່າງໆ; ສ້າງ ແລະ ປັບປຸງນິຕິກຳດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ພັດທະນາສະຖານທີ/ສູນຄົ້ນຄວ້າ, ວິໄຈ ການກຳຈັດສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ; ສ້າງຫຼັກສູດຝຶກອົບຮົມການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ.

Continue Reading »

ພິທີເຊັນບົດບັນທຶກການຮ່ວມມື (MOU) ການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ

ພິທີເຊັນບົດບັນທຶກການຮ່ວມມື (MOU) ການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ        ໃນວັນທີ 3 ເມສາ 2025 ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມພິທີເຊັນໂດຍ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດສາຫະກຳ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.            ໂດຍຈຸດປະສົງຂອງ MOU ແມ່ນເພື່ອຮ່ວມມືດ້ານວິຊາການ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ມີປະສິດທິພາບສູງ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງ ຕາມລະບຽບການກຳນົດ ຄື:  ສ້າງ ແລະ ພັດທະນາຖານຂໍ້ມູນດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານອຸດສາຫະກຳ ເປັນຕົ້ນ: ການຄວບຄຸມມົນລະພິດ ແລະ ການຈັດການສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ; ສ້າງ ແລະ ປັບປຸງນິຕິກຳ ດ້ານການບໍລິຫານຈັດການສິ່ງແວດລ້ອມ, ຄວາມປອດໄພ ແລະ ສິ່ງເສດເຫຼືອຂອງໂຮງງານອຸດສາຫະກຳ; ພັດທະນາສະຖານທີ/ສູນຄົ້ນຄວ້າ, ວິໄຈ ການກຳຈັດສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ; ສ້າງຫຼັກສູດຝຶກອົບຮົມການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ.

Continue Reading »

ຝຶກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ປະຈຳປີ 2024

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ປະຈຳປີ 2024        ໃນວັນທີ 30 ພະຈິກ 2024, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ

Continue Reading »

ພິທີລົງນາມ ບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory) ວັນທີ 07 ສິງຫາ 2024

ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024        ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21 ມິຖຸນາ 2024 ທີ່ຜ່ານມາ ເຊັ່ນ: ລະບົບຕິດຕາມການຂົນສົ່ງ ແລະ ບຳບັດ-ຈຳກັດສິ່ງເສດເຫຼືອ (Waste Manifest system), ລະບົບຖານຂໍ້ມູນການຄຸ້ມຄອງສິ່ງແວດລ້ອມໂຮງງານ, ລະບົບຄຸ້ມຄອງສານເຄມີ, ລະບົບແຈ້ງ ແລະ ຕິດຕາມການຂົນສົ່ງສິ່ງເສດເຫຼືອຂ້າມແດນ ແລະ ລະບົບຄຸ້ມຄອງເອເລັກໂຕນິກອື່ນໆ ເຊິ່ງເປັນຂີດໝາຍ ແລະ ບາດກ້າວອັນສຳຄັນໃນການພັດທະນາລະບົບຖານຂໍ້ມູນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝຫຼາຍຂື້ນ.

Continue Reading »

ກົມອຸດສາຫະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024

ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024        ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.        ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜຍແຜ່ນະໂຍບາຍ ແລະ ລະບຽບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ຈາກອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ຂໍ້ກຳນົດວ່າດ້ວຍການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍມາດຕະຖານອາກາດທີ່ປ່ອຍຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍງານສິ່ງແວດລ້ອມ ແລະ ເຄມີ ປະຈຳໂຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳປຸງແຕ່ງ. ຜ່ານການສະເໜີໂດຍ ທ່ານ ສຸລິພອນ ກົງແສງຈິດ, ຫົວໜ້າ ພະແນກສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກຳ.         ນອກຈາກນັ້ນຍັງໄດ້ມີການນຳສະເໜີລະບົບຕິດຕາມຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (Waste Manifest System) ໂດຍ ປອ. ດາວອນ ແກ້ວມະນີ ຜູ້ອຳນວຍການສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເຊິ່ງລະບົບດັ່ງກ່າວຈະເປັນເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ໂຮງງານອຸດສາຫະກຳ ແລະ ໜ່ວຍງານພາກລັດ ໃນການຈັດເກັບຂໍ້ມູນ ແລະ ລາຍງານການບຳບັດ-ກຳຈັດສິ່ງເສດເຫຼືອ, ຊ່ວຍໃຫ້ໂຮງງານໄດ້ຈັດຕັ້ງປະຕິບັດຕາມນິຕິກຳຂອງ ສປປ.ລາວ ທີ່ວາງອອກຢ່າງຖືກຕ້ອງ, ຄົບຖ້ວນ ແລະ ວ່ອງໄວ ແລະ ຍັງໄດ້ນຳສະເໜີສະຖານີຄົ້ນຄວ້າ-ວິໄຈ ການບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳທີ່ສາມາດໃຫ້ຄຳແນະນຳ, ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອທຸກຊະນິດ ໂດຍສະເພາະສິ່ງເສດເຫຼືອເຄມີ, ພະຊະນະບັນຈຸເຄມີ… ດ້ວຍວິທີທີ່ໄດ້ມາດຕະຖານ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອີກດ້ວຍ.         ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ມີໂອກາດແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ການລາຍງານການຈຳກັດສິ່ງເສດເຫຼືອອຸດສາຫະກຳຮ່ວມກັນອີກດ້ວຍ.

Continue Reading »