ຂໍ້ມູນວິຊາການ

ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ

ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້: ການຈັດເກັບແບບແຍກບໍລິເວນ (Separate storage) ແລະ ການຈັດເກັບແບບແຍກຫ່າງ (Segregate storage)

Continue Reading »

ບັນຊີເຄມີອຸດສາຫະກຳ

ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ຈັດແບ່ງເຄມີອຸດສາຫະກຳອອກເປັນ 4 ປະເພດດັ່ງນີ້: ເຄມີອັນຕະລາຍປະເພດໜື່ງ ແມ່ນ ເຄມີທີ່ມຄຸນລັກສະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສອງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສາມ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍປານກາງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສີ່ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ

Continue Reading »

ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້:

Continue Reading »

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ

ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR) ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ้. ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ

Continue Reading »

ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ

ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ

Continue Reading »

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ດັ່ງນີ້:
1. ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດ 3,000 – 5,000 ໂຕນ/ປີ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ
2. ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດຫຼາຍກວ່າ 5,000 ໂຕນ/ປີ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ

Continue Reading »