Uniform Waste Manifest ແມ່ນຫຍັງ?
Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ
ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ
ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ
ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ
ກະຊວງອຸດສາຫະກຳ ແລະ ການຄ້າ ແບ່ງຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອອກເປັນ 3 ລະດັບ ດັ່ງນີ້:
1. ລະດັບໜື່ງ ແມ່ນໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບຕໍ່າ
2. ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບປານກາງ
3. ລະດັບສາມ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບສູງ
ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ (IEE) ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ (EIA) ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ (EMMP) ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະ ລະບົບນິເວດ, ບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.