ການເຄື່ອນໄຫວ

ຈັດການຂີ້ເຫຍື້ອໃນງານ "Sabaidee JAPAN 2025" ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ

       ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ),  ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ 

Continue Reading  

ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ວ່າດ້ວຍຄວາມຮ່ວມມືວິຊາການກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ

       ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ

Continue Reading  

ພິທີເຊັນບົດບັນທຶກການຮ່ວມມື (MOU) ການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ

       ໃນວັນທີ 3 ເມສາ 2025 ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມພິທີເຊັນໂດຍ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດສາຫະກຳ, ທ່ານ ເອກະສິດ

Continue Reading  

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ປະຈຳປີ 2024

       ໃນວັນທີ 30 ພະຈິກ 2024, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ

Continue Reading  

ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024

       ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21

Continue Reading  

ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024

       ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.

 

Continue Reading  

ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024

       ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD

Continue Reading  

ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System)

       ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ.

        ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ

Continue Reading  

ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023

       ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່

Continue Reading  

ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ

       ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ

Continue Reading