ການບຳບັດ-ກຳຈັດສິ່ງເສດເຫຼືອ

ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization)

ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9 ຖ້າ pH ຕ່ຳຈະຕ້ອງປັບສະພາບດ້ວຍດ່າງ ເຊິ່ງດ່າງທີ່ນິຍົມເອົາມາໃຊ້ຄື: NaOH, CaO, ຫຼື NH3 ເປັນຕົ້ນ ແລະ ຖ້ານ້ຳເປື້ອນມີຄ່າ pH ສູງ ຕ້ອງປັບສະພາບ pH ໃຫ້ເປັນກາງໂດຍໃຊ້ກົດ ເຊິ່ງກົດທີ່ນິຍົມເອົາມາໃຊ້ຄື: H2SO4, HCL, CO2 

ຈຸດດີຂອງວິທີການເຮັດໃຫ້ເປັນກາງ

          1. ຊ່ວຍເຮັດໃຫ້ສິ່ງເສດເຫຼືອມີສະພາບທີ່ເໝາະສົມໃນການບຳບັດຂັ້ນຕໍ່ໄປ

Continue Reading  

ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15)

               ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນມີ 15 ວິທີດັ່ງນີ້:

ໝາຍເຖິງ ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ

ໝາຍເຖິງກິດຈະກຳການກຳຈັດສິ່ງເສດເຫຼືອເທິງໜ້າດິນ ເຊິ່ງບໍ່ກໍ່ໃຫ້ເກີດປະໂຫຍດຕໍ່ການກະສິກຳ ຫຼື ການປັງປຸງລະບົບນິເວດອື່ນໆ ການກຳຈັດກາກຕະກອນ ແລະ ສິ່ງເສດເຫຼືອທີ່ເປັນທາດແຫຼວທີ່ບໍ່ເປັນອັນຕະລາຍ ເຊັ່ນ: ການກຳຈັດກາກຕະກອນຈາກການອະນາໄມທໍ່

Continue Reading  

ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນ ສປປ ລາວ (R1-R13)

               ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີດັ່ງນີ້:

Continue Reading  

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້:

          1. ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln) ວັດສະດຸທີ່ບໍ່ໃຊ້ແລ້ວທີ່ຈະເອົາໄປເປັນວັດຖຸດິບທົດແທນໃນເຕົາເຜົາປູນຊີມັງຈະຕ້ອງມີອົງປະກອບຂອງວັດຖຸດິບທີ່ໃຊ້ໃນການຜະລິດປູນຊີມັງ ໄດ້ແກ່: ແຄວຊຽມ, ອະລູມິນາ, ເຫຼັກ ຫຼື ຊິລິກ້າ

          2. ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery) ການເອົາສິ່ງເສດເຫຼືອທີ່ມີຄ່າຄວາມຮ້ອນ ແລະ ມີສະພາບເໝາະສົມໄປເປັນເຊື້ອໄຟທົດແທນໃນເຕົາເຜົາປູນຊີມັງ

          3. ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement

Continue Reading