ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ
ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes)
ຫຼັກການເຮັດວຽກຂອງລະບົບບຳບັດນ້ຳເປື້ອນທາງກາຍະພາບ
ລະບົບບຳບັດນ້ຳເປື້ອນທາງກາຍະພາບນິຍົມໃຊ້ເປັນຂະບວນການບຳບັດຂັ້ນຕົ້ນ (Primary Treatment ຫຼື Preliminary