ມາດຕະຖານການກວດກາວັດແທກແສງສະຫວ່າງ ໃນສະຖານທີ່ເຮັດວຽກ
ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 3 ມາດຕາທີ 27 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງຕິດຕາມກວດກາ ແລະ ວັດແທກແສງສະຫວ່າງຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ສຳລັບໂຮງງານສະເພາະ.
ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ
ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017. ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້ A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ B: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 10,000 ຕາລາງແມັດ ແຕ່ບໍ່ເກີນ 55,000 ຕາລາງແມັດ C: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 5,000 ຕາລາງແມັດ ແຕ່ບໍ່ເກີນ 10,000 ຕາລາງແມັດ
ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກໂຮງງານທົ່ວໄປ
ມາດຕະຖານຄວບຄຸມທາງນ້ຳຈາກໂຮງງານ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017 ກຳນົດໄວ້ດັ່ງນີ້: ຕາຕະລາງທີ 14: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ຈາກໂຮງງານທົ່ວໄປ ຕາຕະລາງທີ 14.5: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ລົງສູ່ຮ່ອງນ້ຳສາທາລະນະ
ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ
ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ