ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ?
SDS ໝາຍເຖິງ ເອກະສານທີ່ໃຫ້ລາຍລະອຽດຂໍ້ມູນອັນຕະລາຍຂອງທາດເຄມີ ທາງໃນດ້ານສຸຂະພາບ, ອັກຄີໄພ, ການເກີດປະຕິກິລິຍາ, ສິ່ງແວດລ້ອມ ແລະ ຂໍ້ມູນທີ່ມີປະໂຫຍດໃນການເຮັດວຽກກັບສານເຄມີນັ້ນໆ ບໍ່ວ່າຈະເປັນຂໍ້ມູນພື້ນຖານຂອງສານເຄມີ, ການໃຊ້, ການເຄື່ອນຍ້າຍ, ການຈັດເກັບ, ການກຳຈັດ, ການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນ, ການປະຖົມພະຍາບານ ເບື້ອງຕົ້ນ, ຂໍ້ປະຕິບັດກໍລະນີເກີດເຫກສຸກເສີນ
ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ
ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້: ການຈັດເກັບແບບແຍກບໍລິເວນ (Separate storage) ແລະ ການຈັດເກັບແບບແຍກຫ່າງ (Segregate storage)
ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ
ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR) ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ้. ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ