ບັນຊີລາຍຊື່ສານເຄມີ ແລະ ວັດຖຸອັນຕະລາຍ

ບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນບັນຊີເຄມີອຸດສາຫະກຳ

ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ, ລົງວັນທີ 4 ມັງກອນ 2005 ກຳນົດປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ອອກເປັນ 3 ບັນຊີດັ່ງນີ້:
1. ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ
2. ບັນຊີປະເພດວັດຖຸອອກລິດຕໍ່ຈິດ-ປະສາດທີ່ເປັນຢາປົວພະຍາດ ຫຼື ວັດຖຸດິບຜະລິດຢາ.
3. ບັນຊີປະເພດສານເຄມີຕົ້ນ ແລະ ສານເຄມີສຳຮອງທີ່ມັກລັກລອບນຳເຂົ້າໃນການຜະລິດຢາເສບຕິດ, ສານເຄມີຕົ້ນ ແລະ ສານເຄມີສຳຮອງ

Continue Reading »

ບັນຊີເຄມີອຸດສາຫະກຳ

ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ຈັດແບ່ງເຄມີອຸດສາຫະກຳອອກເປັນ 4 ປະເພດດັ່ງນີ້: ເຄມີອັນຕະລາຍປະເພດໜື່ງ ແມ່ນ ເຄມີທີ່ມຄຸນລັກສະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສອງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສາມ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍປານກາງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສີ່ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ

Continue Reading »