ພິທີລົງນາມ ບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory) ວັນທີ 07 ສິງຫາ 2024
ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024 ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21 ມິຖຸນາ 2024 ທີ່ຜ່ານມາ ເຊັ່ນ: ລະບົບຕິດຕາມການຂົນສົ່ງ ແລະ ບຳບັດ-ຈຳກັດສິ່ງເສດເຫຼືອ (Waste Manifest system), ລະບົບຖານຂໍ້ມູນການຄຸ້ມຄອງສິ່ງແວດລ້ອມໂຮງງານ, ລະບົບຄຸ້ມຄອງສານເຄມີ, ລະບົບແຈ້ງ ແລະ ຕິດຕາມການຂົນສົ່ງສິ່ງເສດເຫຼືອຂ້າມແດນ ແລະ ລະບົບຄຸ້ມຄອງເອເລັກໂຕນິກອື່ນໆ ເຊິ່ງເປັນຂີດໝາຍ ແລະ ບາດກ້າວອັນສຳຄັນໃນການພັດທະນາລະບົບຖານຂໍ້ມູນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝຫຼາຍຂື້ນ.
ກົມອຸດສາຫະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024
ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024 ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.
ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024
ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024 ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD (ຫົກສິບເກົ້າພັນໂດລາສະຫະລັດ) ໃຫ້ແກ່ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນຜູ້ຄຸ້ມຄອງຖານຂໍ້ມູນ ແລະ ພັດທະນາສືບຕໍ່ໄປ.
ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System)
ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System) ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ. ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ 2024 ເພື່ອໃຫ້ວຽກງານປະສົບຜົນສຳເລັດຕາມຈຸດປະສົງທີ່ຄາດໝາຍໄວ້.
ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023
ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023 ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່ ເຊີ່ງໄດ້ແລກປ່ຽນບົດຮຽນກ່ຽວກັບປະເພດຂອງວັດສະດຸຮີໄຊເຄີ້ນ, ການຄັດແຍກ-ບໍລິຫານຈັດການ, ແນວທາງການນຳເອົາສິ່ງເສດເຫຼືອໄປແປຮູບເປັນເຊື້ອໄຟທົດແທນ ຫຼື RDF ແລະ ເຄື່ອງມື, ເຕັກໂນໂລຊີທັນສະໄໝເຊັ່ນ: ເຄື່ອງບົດຫຼອດໄຟຟ້າ, ເຄື່ອງບີບອັດພາຊະນະບັນຈຸ, ເຄື່ອງຕັດສາຍໄຟ ແລະ ອື່ນໆ
ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງລາວແຫ່ງຊາດລາວ ໃນການກຳຈັດຖ່ານໄຟສາຍ
ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ