monthly archives: August 2024

ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ

ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes)

ຫຼັກການເຮັດວຽກຂອງລະບົບບຳບັດນ້ຳເປື້ອນທາງກາຍະພາບ

ລະບົບບຳບັດນ້ຳເປື້ອນທາງກາຍະພາບນິຍົມໃຊ້ເປັນຂະບວນການບຳບັດຂັ້ນຕົ້ນ (Primary Treatment ຫຼື Preliminary

Continue Reading  

ບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ

ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ, ລົງວັນທີ 4 ມັງກອນ 2005 ກຳນົດປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ອອກເປັນ 3 ບັນຊີດັ່ງນີ້: 

ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ ມີທັງໝົດ 6 ລາຍການຄື:

  1. Codeine phosphate / phosphate de codelne.

Continue Reading  

ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization)

ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9 ຖ້າ pH ຕ່ຳຈະຕ້ອງປັບສະພາບດ້ວຍດ່າງ ເຊິ່ງດ່າງທີ່ນິຍົມເອົາມາໃຊ້ຄື: NaOH, CaO, ຫຼື NH3 ເປັນຕົ້ນ ແລະ ຖ້ານ້ຳເປື້ອນມີຄ່າ pH ສູງ ຕ້ອງປັບສະພາບ pH ໃຫ້ເປັນກາງໂດຍໃຊ້ກົດ ເຊິ່ງກົດທີ່ນິຍົມເອົາມາໃຊ້ຄື: H2SO4, HCL, CO2 

ຈຸດດີຂອງວິທີການເຮັດໃຫ້ເປັນກາງ

          1. ຊ່ວຍເຮັດໃຫ້ສິ່ງເສດເຫຼືອມີສະພາບທີ່ເໝາະສົມໃນການບຳບັດຂັ້ນຕໍ່ໄປ

Continue Reading  

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene)

1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ

           ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ.

2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື:
  1. ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ;

Continue Reading  

ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024

       ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21

Continue Reading  

ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024

       ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.

 

Continue Reading  

ພິທີມອບ-ຮັບລະບົບຖານຂໍ້ມູນ (EMAC Database) ລະຫວ່າງບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2024

       ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD

Continue Reading