ຂໍ້ມູນວິຊາການ

ມາດຕະຖານການກວດກາວັດແທກແສງສະຫວ່າງ ໃນສະຖານທີ່ເຮັດວຽກ

            ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 3 ມາດຕາທີ 27 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງຕິດຕາມກວດກາ ແລະ ວັດແທກແສງສະຫວ່າງຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ສຳລັບໂຮງງານສະເພາະ.

            ຄ່າມາດຕະຖານແສງສະຫວ່າງສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີ 2 ປະເພດຄື:

…

Continue Reading  

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງາມຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024

ອິງຕາມການສະເໜີຂອງກົມອຸດສາຫະກຳ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ

…

Continue Reading  

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ

ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017.

ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້

  • A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ
…

Continue Reading  

ມາດຕະຖານຄວບຄຸມທາງນ້ຳຈາກໂຮງງານ

ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017 ກຳນົດໄວ້ດັ່ງນີ້:

  • ຕາຕະລາງທີ 14: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ຈາກໂຮງງານທົ່ວໄປ
  • ຕາຕະລາງທີ 14.5: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ລົງສູ່ຮ່ອງນ້ຳສາທາລະນະ
…

Continue Reading  

ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ

ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes)

ຫຼັກການເຮັດວຽກຂອງລະບົບບຳບັດນ້ຳເປື້ອນທາງກາຍະພາບ

ລະບົບບຳບັດນ້ຳເປື້ອນທາງກາຍະພາບນິຍົມໃຊ້ເປັນຂະບວນການບຳບັດຂັ້ນຕົ້ນ (Primary Treatment ຫຼື Preliminary

…

Continue Reading  

ບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ

ຂໍ້ຕົກລົງຂອງກະຊວງສາທາລະນະສຸກວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສະບັບເລກທີ 08/ກຊສ, ລົງວັນທີ 4 ມັງກອນ 2005 ກຳນົດປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ອອກເປັນ 3 ບັນຊີດັ່ງນີ້: 

ບັນຊີປະເພດຢາເສບຕິດ ທີ່ເປັນຢາປົວພະຍາດ ຫຼື ວັດຖຸຜະລິດຢາ ມີທັງໝົດ 6 ລາຍການຄື:

  1. Codeine phosphate / phosphate de codelne.
…

Continue Reading  

ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization)

ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9 ຖ້າ pH ຕ່ຳຈະຕ້ອງປັບສະພາບດ້ວຍດ່າງ ເຊິ່ງດ່າງທີ່ນິຍົມເອົາມາໃຊ້ຄື: NaOH, CaO, ຫຼື NH3 ເປັນຕົ້ນ ແລະ ຖ້ານ້ຳເປື້ອນມີຄ່າ pH ສູງ ຕ້ອງປັບສະພາບ pH ໃຫ້ເປັນກາງໂດຍໃຊ້ກົດ ເຊິ່ງກົດທີ່ນິຍົມເອົາມາໃຊ້ຄື: H2SO4, HCL, CO2 

ຈຸດດີຂອງວິທີການເຮັດໃຫ້ເປັນກາງ

          1. ຊ່ວຍເຮັດໃຫ້ສິ່ງເສດເຫຼືອມີສະພາບທີ່ເໝາະສົມໃນການບຳບັດຂັ້ນຕໍ່ໄປ

…

Continue Reading  

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene)

1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ

           ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ.

2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື:
  1. ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ;
…

Continue Reading  

Industrial Waste Transportation Procedures of the Environmental Management Academic Center (EMAC)

The industrial waste transportation procedure of the Environmental Management Academic Center (EMAC) is as follows:

               1. Register to use the manifest system (EMAC ID Register): A waste generator  (WG)

…

Continue Reading  

ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ (D1-D15)

               ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນມີ 15 ວິທີດັ່ງນີ້:

ໝາຍເຖິງ ການຝັງກົບ ຫຼື ການຖີ້ມໃນສະໜາມຂີ້ເຫຍື້ອສະເພາະ

ໝາຍເຖິງກິດຈະກຳການກຳຈັດສິ່ງເສດເຫຼືອເທິງໜ້າດິນ ເຊິ່ງບໍ່ກໍ່ໃຫ້ເກີດປະໂຫຍດຕໍ່ການກະສິກຳ ຫຼື ການປັງປຸງລະບົບນິເວດອື່ນໆ ການກຳຈັດກາກຕະກອນ ແລະ ສິ່ງເສດເຫຼືອທີ່ເປັນທາດແຫຼວທີ່ບໍ່ເປັນອັນຕະລາຍ ເຊັ່ນ: ການກຳຈັດກາກຕະກອນຈາກການອະນາໄມທໍ່

…

Continue Reading