archives

ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023

       ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່

Continue Reading  

ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ

       ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ

Continue Reading  

ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd

       ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ

Continue Reading  

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ

ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ມີຄວາມໝາຍດັ່ງຕໍ່ໄປນີ້:

  • ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ມີທັງໝົດ 20 ໝວດ
  • ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ
  • ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz)

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳສາມາດປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

     1. ຂັ້ນຕອນທີ 1

    • ປຽບທຽບຂະບວນການ ຫຼື ກິດຈະກຳສະເພາະທີ່ເຮັດໃຫ້ເກີດສິ່ງເສດເຫຼືອໃນໝວດທີ 01 ຮອດ 12 ແລະ 17

Continue Reading  

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້:

          1. ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln) ວັດສະດຸທີ່ບໍ່ໃຊ້ແລ້ວທີ່ຈະເອົາໄປເປັນວັດຖຸດິບທົດແທນໃນເຕົາເຜົາປູນຊີມັງຈະຕ້ອງມີອົງປະກອບຂອງວັດຖຸດິບທີ່ໃຊ້ໃນການຜະລິດປູນຊີມັງ ໄດ້ແກ່: ແຄວຊຽມ, ອະລູມິນາ, ເຫຼັກ ຫຼື ຊິລິກ້າ

          2. ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery) ການເອົາສິ່ງເສດເຫຼືອທີ່ມີຄ່າຄວາມຮ້ອນ ແລະ ມີສະພາບເໝາະສົມໄປເປັນເຊື້ອໄຟທົດແທນໃນເຕົາເຜົາປູນຊີມັງ

          3. ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement

Continue Reading  

ການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota)

          ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມປະລິມານສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມປະລິມານສິ່ງເຫຼືອປະເພດເປັນພິດອັນຕະລາຍ ກໍ່ໃຫ້ກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ

          5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 

          6. ກົດປຸ່ມ ຮູບຕາ ທີ່ຊະນິດສິ່ງເສດເຫຼືອທີ່ຕ້ອງການເພີ່ມປະລິມານ  

          7.

Continue Reading  

ການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories)

          ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste Categories) ເຂົ້າໄປໃນລາຍການສິ່ງເສດເຫຼືອ (Waste Catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມຊະນິດສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມສິ່ງເສດເຫຼືອຊະນິດເປັນພິດອັນຕະລາຍຕ້ອງກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ

          5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 

          6. ກົດປຸ່ມ “ແກ້ໄຂ”

Continue Reading  

ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest)

          ພາຍຫຼັງຜູ້ສ້າງສິ່ງເສດເຫຼືອ (WG) ສ້າງລາຍການສິ່ງເສດເຫຼືອ (Create catalog) ແລ້ວ ກ່ອນຈະເຮັດການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ຕ້ອງແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > Manifest

          4. ກົດປຸ່ມ “+ Create Manifest”

          5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ທີ່ຈະເຮັດການຂົນສົ່ງ ໂດຍມີໃຫ້ເລືອກຢູ່

Continue Reading  

ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)

          ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ມີດັ່ງຕໍ່ໄປນີ້:

               1. ຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມບຸກຄົນເພື່ອມານຳໃຊ້ລະບົບດັ່ງກ່າວ;

               2. ສ້າງລາຍການສິ່ງເສດເຫຼືອໃນລະບົບ (Create Catalog): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມຂໍ້ມູນຊະນິດ, ປະລິມານຄາດການສິ່ງເສດເຫຼືອອຸດສາຫະກຳທີ່ເກີດຂື້ນຕໍ່ປີ ພ້ອມດ້ວຍປຶກສາຫາລືກັບວິຊາການຂອງ EMAC ເພື່ອກຳນົດລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue and Hazardous Waste List ຫຼື EWC-HWL (Click ເພື່ອເບີ່ງລະຫັດສິ່ງເສດເຫຼືອ) ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => 

Continue Reading  

ການສ້າງລາຍການສິ່ງເສດເຫຼືອ (Create Catalog)

          ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ “ສ້າງລາຍການສິ່ງເສດເຫຼືອ”

          5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ

Continue Reading