ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ
ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້:
- ການຈັດເກັບແບບແຍກບໍລິເວນ (Separate storage) ຮູບແບບການຈັດເກັບແບບນີ້ຈະຕ້ອງເຮັດດການແຍກສິ່ງທີ່ເກັບອອກຈາກກັນດ້ວຍຝາທົນໄຟ ຫຼື ໄລຍະທາງ ຂື້ນກັບວ່າເປັນການຈັດເກັບພາຍໃນອາຄານ ຫຼື ຢູ່ກາງແຈ້ງຄື:
- ຖ້າຈັດເກັບໃນອາຄານສາງສິນຄ້າດຽວກັນ ທາດເຄມີ ແລະ ວັດຖຸອັນຕະລາຍນັ້ນຈະຕ້ອງຖືກຈັດແຍກອອກຈາກທາດອື່ນໆ ໂດຍມີຝາທົນໄຟເຊິ່ງສາມາດທົນໄຟໄດ້ຢ່າງນ້ອຍ 90 ນາທີ
- ຖ້າຈັດເກັບຢູ່ກາງແຈ້ງ (ພາຍນອກອາຄານສາງສິນຄ້າ) ຕ້ອງຈັດເກັບສາງດັ່ງກ່າວແຍກອອກຈາກບໍລິເວນອື່ນດ້ວຍໄລຍະທາງທີ່ເໝາະສົມ
- ການຈັດເກັບແບບແຍກຫ່າງ (Segregate storage) ຮູບແບບນີ້ເປັນການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍຕັ້ງແຕ່ 2 ປະເພດຂື້ນໄປໃນບໍລິເວນດຽວກັນ ເຊິ່ງຕ້ອງມີມາດຕະການປ້ອງກັນທີ່ພຽງພໍສຳລັບການຈັດເກັບ ໂດຍຕ້ອງເອົາຂໍ້ກຳນົດພິເສດຕື່ມສຳລັບການຈັດເກັບສະເພາະປະເພດຕາມຄຸນສົມບັດສະເພາະ ມາພິຈາລະນາປະກອບຕາມເງື່ອນໄຂທີ່ກຳນົດໄວ້ໃນຕາຕະລາງການຈັດເກັບທາດເຄມີ ແລະ