ການເຄື່ອນໄຫວ

ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd

       ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ

Continue Reading  

ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022

ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ  – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ: 

  1. ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ
  2. ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ

Continue Reading  

ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ

     ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ,​ ແຂວງຄໍາມ່ວນ

     ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື

Continue Reading  

ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ?

     ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ ເມື່ອວັນທີ 6 ພຶດສະພາ 2023 ທີ່ສະໂມສອນ ເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນການສະແດງເຖິງເປົ້າໝາຍຊັດເຈນຕາມວັດຖຸປະສົງການຮ່ວມມືກັນໃນລະດັບພາຄີ ພາຍໃຕ້ການພັດທະນາໂຄງການຂອງສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ເຂດເສດຖະກິດພິເສດ ແຂວງ

Continue Reading  

ກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດ

       ໃນວັນທີ 24 ພຶດສະພາ 2023, ເວລາ 09:00 ໂມງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດທີ່ ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ທ່ານ ຮສ.

Continue Reading