archives

ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ພາຍໃນເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ

       ເພື່ອຕອບສະໜອງຕໍ່ແນວຄິດການພັດທະນາຂອງລັດຖະບານ ແລະ ທິດທາງສູ່ລະດັບສາກົນສຳລັບການພັດທະນາທີ່ຍືນຍົງ (Sustainable Development) ມີຄວາມຈຳເປັນຕ້ອງກະກຽມຄວາມພ້ອມລະບົບໂຄງຮ່າງພື້ນຖານດ້ານການປົກປັກຮັກສາສິ່ງແວດລ້ອມທີ່ຈຳເປັນ ເພື່ອຮັບປະກັນຢ່າງເຂັ້ມແຂງ ແລະ ເປັນກົນໄກໃນການເຄື່ອນໄຫວຄຸ້ມຄອງ ແລະ ຄວບຄຸມຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ທີ່ຈະເກີດຂື້ນ ດັ່ງນັ້ນ, ຈື່ງຈຳເປັນຕ້ອງລິເລີ່ມສ້າງ ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ພ້ອມທັງພັດທະນາ ໂຮງງານຕົ້ນແບບກ່ຽວກັບອຸດສາຫະກຳຊັບພະຍາກອນໝຸນວຽນ ເຊີ່ງມີຈຸດປະສົງເພື່ອຕອບສະໜອງນະໂຍບາຍສົ່ງເສີມການລົງທຶນພາຍໃນ ເຂດເສດຖະກຳພິເສດແຂວງ ສະຫວັນນະເຂດ ແລະ ຊຸກຍູ້ສົ່ງເສີມມາດຕະຖານອຸດສາຫະກຳ ພາຍໃນຂອງປະເທດລາວອີກດ້ວຍ.

     ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດຕັ້ງຢູ່ຈຸດ B1 ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ

…

Continue Reading  

Uniform Waste Manifest ແມ່ນຫຍັງ?

Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ

Uniform Waste Manifest ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ manifest system ຂອງ EMAC ປະກອບດ້ວຍ 4 ພາກສ່ວນຄື

1. ພາກສ່ວນທີ 1 : ຫົວເອກະສານ

1.1 ຊື່ເອກະສານ: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອ / UNFORM

…

Continue Reading  

ໜ່ວຍບໍລິການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ເປັນໜ່ວຍງານທີ່ມີພາລະບົດບາດໃນການໃຫ້ຄຳປຶກສາ ແລະ ໃຫ້ບໍລິການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ໂດຍມີຂອບເຂດການໃຫ້ບໍລິການດັ່ງນີ້:

 

ກວດກາວັດແທກຄຸນນະພາບນ້ຳ

  • ບໍລິການກວດຄຸນນະພາບນ້ຳປະປາ, ນ້ຳດື່ມ, ນ້ຳກ້ອນ… ຕາມມາດຕະຖານສາກົນ
  • ບໍລິການກວດກາວັດແທກຄຸນນະພາບ ນ້ຳໜ້າດິນ, ນ້ຳໃຕ້ດິນ, ນ້ຳເປື້ອນ ແລະ ອື່ນໆ

ກວດກາວັດແທກສະພາບແວດລ້ອມໃນບັນຍາກາດ (Ambient)

  • ຝຸ່ນລະອອງໃນບັນຍາກາດ Total Suspended Particulate (TSP)
  • ຝຸ່ນລະອອງຂະໜາດນ້ອຍໃນບັນຍາກາດ Particulate Matter (PM10, PM5, PM2.5) 
  • ອາຍລະເຫີຍຈາກສານເຄມີ ແລະ ກ໊າສຕ່າງໆ (24 Hrs) ເຊັ່ນ: (SOx, NOx, CO, etc.)
…

Continue Reading  

ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ

ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ (Paul J. RICHARDS / AFP) 

ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ ເຊິ່ງວິທີດຽວທີ່ຈະຮັກສາເຜົ່າພັນຂອງໝີຂົ້ວໂລກໄດ້ຄືການຢຸດພາວະໂລກຮ້ອນ

ນັກວິທະຍາສາດເຜີຍແຜ່ຜົນງານວິໄຈລົງວາລະສານວິຊາການເນເຈີໄຄເມດເຊງ (Nature Climate Change) ລະບຸວ່າການປ່ຽນແປງພູມອາກາດເຮັດໃຫ້ໝີຂາວທີ່ກຳລັງຂາດອາຫານໃນຕອນນີ້ສ່ຽງທີ່ຈະສູນພັນພາຍໃນຊົ່ວອາຍຸຄົນປະຈຸບັນ ບາງພື້ນທີ່ຍັງພົບບັນຫາຊ້ຳຊ້ອນວ່າທະເລນ້ຳກ້ອນກຳລັງຫຼຸດລົງ ເຮັດໃຫ້ໝີຂາວມີເວລາໃນການລ່າແມວນ້ຳນ້ອຍລົງ ເຊິ່ງຮ່າງກາຍທີ່ຈ່ອຍຂອງໝີຂາວນັ້ນ ເຮັດໃຫ້ໝີມີໂອກາດຢູ່ລອດໜ້ອຍລົງໃນຊ່ວງລະດູໜາວອັນຮ້າຍແຮງຂອງອາກຕິກທີ່ບໍ່ມີອາຫານ

Steven Amstrup ຜູ້ເລີ່ມການສຶກສາເລື່ອງນີ້ ແລະ ເປັນນັກວິທະຍາສາດຫຼັກຂອງອົງກອນໝີຂາວລະຫວ່າງປະເທດ (Polar Bears International) ກ່າວວ່າ

…

Continue Reading  

ລາຍງານໃໝ່ເຕືອນ ຖ້າຍັງບໍ່ຢຸດປ່ອຍຄາບອນ ໂລກຈະພົບກັບການສູນພັນຄັ້ງໃຫຍ່

ລາຍງານໃໝ່ເຕືອນ ລະດັບຄາບອນໄຊ (CO2) ຕອນນີ້ທີ່ກຳລັງສູງຂື້ນເລື້ອຍໆ ອາດນຳພາໄປສູ່ການສູນພັນຄັ້ງໃຫຍ່ຄືກັນກັບທີ່ເຄີຍເກີດຂື້ນ 19 ຄັ້ງໃນ ຊ່ວງ 534 ລ້ານປີທີ່ຜ່ານມາເຊິ່ງມີປະລິມານ CO2 ສູງເຊັ່ນດຽວກັນ

William Jackson Davis ນັກຊີວະວິທະຍາໄດ້ຂຽນລາຍງານໃນວາລະສານ Earth’s Future ໄວ້ວ່າ CO2 ໃນຊັ້ນບັນຍາກາດລະດັບສູງຈະເຮັດໃຫ້ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບດ້ວຍການເຮັດໃຫ້ມະຫາສະໝຸດເປັນກົດຫຼາຍຂື້ນເພາະດູດຊັບ CO2 ທີ່ຫຼາຍຂື້ນ

ບໍ່ພຽງແຕ່ເທົ່ານັ້ນມັນຍັງໄປຍາດຈັບໂຕກັບແຄວຊຽມຄາບໍເນດໄອອອນ ທາດທີ່ຈຳເປັນຕໍ່ການສ້າງໂຄງກະດູກ ແລະ ເປືອກຫອຍຂອງສິ່ງທີ່ມີຊີວິດນ້ອຍໆ ເຊິ່ງເຮັດໃຫ້ພວກມັນມີຈຳນວນຫຼຸດລົງ ເພາະບໍ່ສາມາດສ້າງຮ່າງກາຍໄດ້ ຈາກນັ້ນກໍ່ຈະກະທົບກັບຕ່ອງໂສ້ອາຫານທັງໝົດ ນຳພາໄປສູ່ການສູນພັນຄັ້ງໃຫຍ່ ຈາກການຂາດອາຫານ

…

Continue Reading  

ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022

ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ  – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ: 

  1. ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ
  2. ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ
…

Continue Reading  

ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ

     ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ,​ ແຂວງຄໍາມ່ວນ

     ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື

…

Continue Reading  

ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ?

     ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ ເມື່ອວັນທີ 6 ພຶດສະພາ 2023 ທີ່ສະໂມສອນ ເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນການສະແດງເຖິງເປົ້າໝາຍຊັດເຈນຕາມວັດຖຸປະສົງການຮ່ວມມືກັນໃນລະດັບພາຄີ ພາຍໃຕ້ການພັດທະນາໂຄງການຂອງສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ເຂດເສດຖະກິດພິເສດ ແຂວງ

…

Continue Reading  

ກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດ

       ໃນວັນທີ 24 ພຶດສະພາ 2023, ເວລາ 09:00 ໂມງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດທີ່ ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ທ່ານ ຮສ.

…

Continue Reading