ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງາມຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024
ອິງຕາມການສະເໜີຂອງກົມອຸດສາຫະກຳ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ