ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງາມຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024

ອິງຕາມການສະເໜີຂອງກົມອຸດສາຫະກຳ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ

Continue Reading  

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene)

1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ

           ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ.

2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື:
  1. ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ;

Continue Reading  

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

           ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້.

2. ປະເພດຂອງໂຮງງານອຸດສາຫະກໍາ

          ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ,

Continue Reading  

ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ

     ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ

ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້: 

       1.ນຳເຂົ້າ ຫຼື

Continue Reading  

ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ

ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບ 0948/ອຄ, ລົງວັນທີ 12 ຕຸລາ 2021 ໂດຍມີຈຸດປະສົງເພື່ອຜັນຂະຫຍາຍ ມາດຕາ 24 ຂອງກົດໝາຍວ່າອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ເຊິ່ງແບ່ງຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອອກເປັນ 3 ລະດັບ ດັ່ງນີ້: 

  1. ລະດັບໜື່ງ ແມ່ນໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບຕໍ່າ ຊຶ່ງຕ້ອງປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຄວບຄຸມໂຮງງານໃຫ້ເຂັ້ມງວດ
  2. ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ

Continue Reading  

ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ອິງຕາມການສະເໜີຂອງກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023 ໂດຍມີຈຸດປະສົງເພື່ອກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້:

  • ມາດຕາ 1 ຈຸດປະສົງ
  • ມາດຕາ 2 ບັນຊີໂຄງການລົງທຶນ

Continue Reading