ຂໍ້ມູນວິຊາການ

ເອກະສານຂໍ້ມູນຄວາມປອດໄພ (Safety Data Sheet : SDS) ແມ່ນຫຍັງ

          ໝາຍເຖິງ ເອກະສານທີ່ໃຫ້ລາຍລະອຽດຂໍ້ມູນອັນຕະລາຍຂອງທາດເຄມີ ທາງໃນດ້ານສຸຂະພາບ, ອັກຄີໄພ, ການເກີດປະຕິກິລິຍາ, ສິ່ງແວດລ້ອມ ແລະ ຂໍ້ມູນທີ່ມີປະໂຫຍດໃນການເຮັດວຽກກັບສານເຄມີນັ້ນໆ  ບໍ່ວ່າຈະເປັນຂໍ້ມູນພື້ນຖານຂອງສານເຄມີ, ການໃຊ້, ການເຄື່ອນຍ້າຍ, ການຈັດເກັບ, ການກຳຈັດ, ການໃຊ້ອຸປະກອນຄຸ້ມຄອງຄວາມປອດໄພສ່ວນບຸກຄົນ, ການປະຖົມພະຍາບານ ເບື້ອງຕົ້ນ, ຂໍ້ປະຕິບັດກໍລະນີເກີດເຫກສຸກເສີນ (ຮົ່ວໄຫຼ ຫຼື ໄຟໄໝ້)

          SDS ມີຫຼາຍຮູບແບບໂດຍ OSHA ແນະນຳໃຫ້ໃຊ້ຮູບແບບ American National Standards Institute (ANSI)

ສ່ວນປະກອບຂອງເອກະສານຂໍ້ມູນຄວາມປອດໄພຂອງ ANSI

       ເອກະສານຂໍ້ມູນຄວາມປອດໄພທີ່ ANSI

Continue Reading  

ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃໝ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນ ສປປ ລາວ (R1-R13)

               ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີດັ່ງນີ້:

Continue Reading  

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ

ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ມີຄວາມໝາຍດັ່ງຕໍ່ໄປນີ້:

  • ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ມີທັງໝົດ 20 ໝວດ
  • ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ
  • ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz)

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳສາມາດປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

     1. ຂັ້ນຕອນທີ 1

    • ປຽບທຽບຂະບວນການ ຫຼື ກິດຈະກຳສະເພາະທີ່ເຮັດໃຫ້ເກີດສິ່ງເສດເຫຼືອໃນໝວດທີ 01 ຮອດ 12 ແລະ 17

Continue Reading  

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ

ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້:

          1. ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln) ວັດສະດຸທີ່ບໍ່ໃຊ້ແລ້ວທີ່ຈະເອົາໄປເປັນວັດຖຸດິບທົດແທນໃນເຕົາເຜົາປູນຊີມັງຈະຕ້ອງມີອົງປະກອບຂອງວັດຖຸດິບທີ່ໃຊ້ໃນການຜະລິດປູນຊີມັງ ໄດ້ແກ່: ແຄວຊຽມ, ອະລູມິນາ, ເຫຼັກ ຫຼື ຊິລິກ້າ

          2. ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery) ການເອົາສິ່ງເສດເຫຼືອທີ່ມີຄ່າຄວາມຮ້ອນ ແລະ ມີສະພາບເໝາະສົມໄປເປັນເຊື້ອໄຟທົດແທນໃນເຕົາເຜົາປູນຊີມັງ

          3. ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement

Continue Reading  

ການເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota)

          ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມປະລິມານສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມປະລິມານສິ່ງເຫຼືອປະເພດເປັນພິດອັນຕະລາຍ ກໍ່ໃຫ້ກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ

          5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 

          6. ກົດປຸ່ມ ຮູບຕາ ທີ່ຊະນິດສິ່ງເສດເຫຼືອທີ່ຕ້ອງການເພີ່ມປະລິມານ  

          7.

Continue Reading  

ການເພີ່ມຊະນິດສິ່ງເສດເຫຼືອ (Add Waste categories)

          ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste Categories) ເຂົ້າໄປໃນລາຍການສິ່ງເສດເຫຼືອ (Waste Catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ ຮູບຕາ ທີ່ລາຍການສິ່ງເສດເຫຼືອ ທີ່ຕ້ອງການເພີ່ມຊະນິດສິ່ງເສດເຫຼືອ ຕົວຢ່າງຕ້ອງການເພີ່ມສິ່ງເສດເຫຼືອຊະນິດເປັນພິດອັນຕະລາຍຕ້ອງກົດທີ່ລາຍການສິ່ງເສດເຫຼືອເປັນພິດອັນຕະລາຍ

          5. ເລືອກໜ້າ “ສິ່ງເສດເຫຼືອທີ່ຢູ່ໃນລາຍການ” 

          6. ກົດປຸ່ມ “ແກ້ໄຂ”

Continue Reading  

ການແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest)

          ພາຍຫຼັງຜູ້ສ້າງສິ່ງເສດເຫຼືອ (WG) ສ້າງລາຍການສິ່ງເສດເຫຼືອ (Create catalog) ແລ້ວ ກ່ອນຈະເຮັດການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ຕ້ອງແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > Manifest

          4. ກົດປຸ່ມ “+ Create Manifest”

          5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ ທີ່ຈະເຮັດການຂົນສົ່ງ ໂດຍມີໃຫ້ເລືອກຢູ່

Continue Reading  

ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC)

          ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ມີດັ່ງຕໍ່ໄປນີ້:

               1. ຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມບຸກຄົນເພື່ອມານຳໃຊ້ລະບົບດັ່ງກ່າວ;

               2. ສ້າງລາຍການສິ່ງເສດເຫຼືອໃນລະບົບ (Create Catalog): ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງກະກຽມຂໍ້ມູນຊະນິດ, ປະລິມານຄາດການສິ່ງເສດເຫຼືອອຸດສາຫະກຳທີ່ເກີດຂື້ນຕໍ່ປີ ພ້ອມດ້ວຍປຶກສາຫາລືກັບວິຊາການຂອງ EMAC ເພື່ອກຳນົດລະຫັດສິ່ງເສດເຫຼືອຕາມລະບົບຂອງ European Waste Catalogue and Hazardous Waste List ຫຼື EWC-HWL (Click ເພື່ອເບີ່ງລະຫັດສິ່ງເສດເຫຼືອ) ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້ => 

Continue Reading  

ການສ້າງລາຍການສິ່ງເສດເຫຼືອ (Create Catalog)

          ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

          1. ເຂົ້າສູ່ລະບົບຜ່ານ https://wg.emac-lao.com/login/

          2. ໃສ່ອີເມວ ແລະ ລະຫັດຜ່ານທີ່ໄດ້ຮັບຈາກການຂື້ນທະບຽນກັບສູນວິຊາການດ້ານຈັດການສິ່ງແວດລ້ອມ EMAC

          3. ເຂົ້າໄປແຖບດ້ານຂ້າງ > ລາຍລະອຽດຂອງສິ່ງເສດເຫຼືອ > ລາຍການສິ່ງເສດເຫຼືອ

          4. ກົດປຸ່ມ “ສ້າງລາຍການສິ່ງເສດເຫຼືອ”

          5. ເລືອກປະເພດຂອງລາຍການສິ່ງເສດເຫຼືອ

Continue Reading  

ການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍ

          ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້: 

  1. ການຈັດເກັບແບບແຍກບໍລິເວນ (Separate storage) ຮູບແບບການຈັດເກັບແບບນີ້ຈະຕ້ອງເຮັດດການແຍກສິ່ງທີ່ເກັບອອກຈາກກັນດ້ວຍຝາທົນໄຟ ຫຼື ໄລຍະທາງ ຂື້ນກັບວ່າເປັນການຈັດເກັບພາຍໃນອາຄານ ຫຼື ຢູ່ກາງແຈ້ງຄື:
    • ຖ້າຈັດເກັບໃນອາຄານສາງສິນຄ້າດຽວກັນ ທາດເຄມີ ແລະ ວັດຖຸອັນຕະລາຍນັ້ນຈະຕ້ອງຖືກຈັດແຍກອອກຈາກທາດອື່ນໆ ໂດຍມີຝາທົນໄຟເຊິ່ງສາມາດທົນໄຟໄດ້ຢ່າງນ້ອຍ 90 ນາທີ
    • ຖ້າຈັດເກັບຢູ່ກາງແຈ້ງ (ພາຍນອກອາຄານສາງສິນຄ້າ) ຕ້ອງຈັດເກັບສາງດັ່ງກ່າວແຍກອອກຈາກບໍລິເວນອື່ນດ້ວຍໄລຍະທາງທີ່ເໝາະສົມ
  2. ການຈັດເກັບແບບແຍກຫ່າງ (Segregate storage) ຮູບແບບນີ້ເປັນການຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍຕັ້ງແຕ່ 2 ປະເພດຂື້ນໄປໃນບໍລິເວນດຽວກັນ ເຊິ່ງຕ້ອງມີມາດຕະການປ້ອງກັນທີ່ພຽງພໍສຳລັບການຈັດເກັບ ໂດຍຕ້ອງເອົາຂໍ້ກຳນົດພິເສດຕື່ມສຳລັບການຈັດເກັບສະເພາະປະເພດຕາມຄຸນສົມບັດສະເພາະ ມາພິຈາລະນາປະກອບຕາມເງື່ອນໄຂທີ່ກຳນົດໄວ້ໃນຕາຕະລາງການຈັດເກັບທາດເຄມີ ແລະ

Continue Reading