January 6, 2026 admin_emac ການເຄື່ອນໄຫວ
ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຈັດການກວດສຸຂະພາບປະຈຳປີ 2025 ໃຫ້ແກ່ ພະນັກງານ, ແຮງງານ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ຕາມກົດໝາຍທີ່ ສປປ ລາວ ກຳນົດ
Continue Reading
ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ, ການອົບພະຍົບຜູ້ບາດເຈັບ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ
April 6, 2025 admin_emac ການເຄື່ອນໄຫວ
ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ), ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ
April 5, 2025 admin_emac ການເຄື່ອນໄຫວ
ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ
ໃນວັນທີ 3 ເມສາ 2025 ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມພິທີເຊັນໂດຍ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດສາຫະກຳ, ທ່ານ ເອກະສິດ
December 13, 2024 admin_emac ການເຄື່ອນໄຫວ
ໃນວັນທີ 30 ພະຈິກ 2024, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ
August 8, 2024 admin_emac ການເຄື່ອນໄຫວ
ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21
ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.
ເພື່ອໃຫ້ ສປປ ລາວ ມີລະບົບຖານຂໍ້ມູນກາງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນວັນທີ 21 ມິຖຸນາ 2024 ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ (EMAC Database), ລະບົບຕິດຕາມການຂົນສົ່ງ Waste Manifest system ມູນຄ່າ 69,000 USD
January 20, 2024 admin_emac ການເຄື່ອນໄຫວ
ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ.
ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ