#Industry

ມາດຕະຖານການກວດກາວັດແທກແສງສະຫວ່າງ ໃນສະຖານທີ່ເຮັດວຽກ

            ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 3 ມາດຕາທີ 27 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງຕິດຕາມກວດກາ ແລະ ວັດແທກແສງສະຫວ່າງຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ສຳລັບໂຮງງານສະເພາະ.

            ຄ່າມາດຕະຖານແສງສະຫວ່າງສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີ 2 ປະເພດຄື:

Continue Reading  

ການຄວມຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ (Industrial Hygiene)

1. ຄວາມໝາຍຂອງການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ

           ການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳເປັນຈັດຕັ້ງປະຕິບັດມາດຕະການປ້ອງກັນ ຫຼື ແກ້ໄຂບັນຫາສິ່ງແວດລ້ອມໃນການເຮັດວຽກ ໂດຍໃຊ້ຫຼັກວິຊາການດ້ານວິທະຍາສາດ ເພື່ອຫຼຸດອັນຕະລາຍທີ່ອາດຈະເກີດຂື້ນຕໍ່ສຸຂະພາບຂອງແຮງງານລົງໃຫ້ໜ້ອຍທີ່ສຸດ.

2. ຫຼັກການຄວບຄຸມ ແລະ ປ້ອງກັນດ້ານສຸຂະອະນາໄມອຸດສາຫະກຳ ມີ 3 ຫຼັກການຄື:
  1. ການຄວບຄຸມ ແລະ ປ້ອງກັນທີ່ແຫຼ່ງກຳເນີດ ຫຼື ຕົ້ນເຫດທີ່ເຮັດໃຫ້ເກີດອັນຕະລາຍ: ເປັນການຄວບຄຸມບໍ່ໃຫ້ທາດພິດ ຫຼື ອັນຕະລາຍຕໍ່ສຸຂະພາບຂອງແຮງງານແຜ່ກະຈາຍອອກໄປສູ່ບັນຍາກາດການເຮັດວຽກ ເຊັ່ນ: ການປ່ຽນແປງຂະບວນການຜະລິດໃຫ້ປອດໄພຂື້ນ, ການໃຊ້ລະບົບລະບາຍອາກາດສະເພາະຈຸດດູດເອົາທາດພິດອອກຈາກພື້ນທີ່ເຮັດວຽກ ເປັນຕົ້ນ;

Continue Reading  

ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ

            ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 4 ມາດຕາທີ 22 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງໄດ້ວັດແທກອຸນຫະພູມ ເປັນປົກກະຕິ ຢ່າງໜ້ອຍ 1 ຄັ້ງຕໍ່ປີ. ແລະ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳສະເພາະ ທີ່ຕ້ອງໄດ້ວັດແທກອຸນຫະພູມຢ່າງໜ້ອຍ 2 ຄັ້ງ/ປີ ເຊິ່ງມີດັ່ງຕໍ່ໄປນີ້:

  1.   ໂຮງງານຜະລິດນ້ຳຕານຊາຍດິບ ແລະ ນ້ຳຕານຊາຍຂາວ

Continue Reading  

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

           ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້.

2. ປະເພດຂອງໂຮງງານອຸດສາຫະກໍາ

          ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ,

Continue Reading  

ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ

     ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ

ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້: 

       1.ນຳເຂົ້າ ຫຼື

Continue Reading  

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023

ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ

Continue Reading