ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍໜ່ວຍງາມຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 07 ຕຸລາ 2024

ອິງຕາມການສະເໜີຂອງກົມອຸດສາຫະກຳ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳປຸງແຕ່ງ ໄປຕາມທິດສີຂຽວ ແລະ ຍືນຍົງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍໝວດຕ່າງໆ ດັ່ງນີ້:

  • ໝວດທີ 1 ບົດບັນຍັດທົ່ວໄປ
  • ໝວດທີ 2 ການສ້າງຕັ້ງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
  • ໝວດທີ 3 ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ
  • ໝວດທີ 4 ສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ
  • ໝວດທີ 5 ຂໍ້ຫ້າມ
  • ໝວດທີ 6 ການຈັດຕັ້ງປະຕິບັດວຽກງານນຄຸ້ມຄອງໜ່ວຍງານສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
  • ໝວດທີ 7 ບົດບັນຍັດສຸດທ້າຍ

ຂໍ້ຕົກລົງສະບັບນີ້ມີເນື້ອໃນສຳຄັນດັ່ງນີ້:

  • ໂຮງງານທີ່ມີຄວາມສ່ຽງດ້ານສິ່ງແວດລ້ອມ ລະດັບສູງ ແລະ ກາງ ຕ້ອງສ້າງຕັ້ງ ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ (Click ເພື່ອເບີ່ງລາຍລະອຽດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ)
  • ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ປະກອບດ້ວຍ:
    1. ຄະນະອຳນວຍການຂອງໂຮງງານອຸດສາຫະກຳປຸງແຕ່ງ ເປັນຫົວໜ້າໜ່ວຍງານ
    2. ພະນັກງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຕ້ອງມີຢ່າງໜ້ອຍ 2 ຄົນ ຂື້ນໄປ (ໃນນັ້ນຕ້ອງມີ 1 ຄົນຂື້ນໄປ ທີ່ໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບການຢັ້ງຢືນເປັນ ຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ຈາກກົມອຸດສະຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ)
  • ກົມອຸດສາຫະກຳຈະດຳເນີນການຈັດຝຶກອົບຮົມຢ່າງໜ້ອຍ 1 ຄັ້ງຕໍ່ປີ
  • ພາຍຫຼັງສຳເລັດການຝຶກອົບຮົມ ຈະມີການສອບເສັງວັດລະດັບ ແລະ ຕ້ອງຜ່ານລະດັບຄາດໝາຍທີ່ກຳນົດໄວ້ ຈື່ງໄດ້ຮັບໃບຢັ້ງຢືນເປັນຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ
  •  ໃບຢັ້ງຢືນເປັນ ຜູ້ຮັບຜິດຊອບຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ມີອາຍຸນຳໃຊ້ 5 ປີ (ພາຍຫຼັງໝົດອາຍຸນຳໃຊ້ຈະໄດ້ລົງທະບຽນ, ຝຶກອົບຮົມ ແລະ ສອບເສັງຄືນໃໝ່)