ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ປະຈຳປີ 2025

       ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ, ການອົບພະຍົບຜູ້ບາດເຈັບ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ