ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ອິງຕາມການສະເໜີຂອງກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023 ໂດຍມີຈຸດປະສົງເພື່ອກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້:
- ມາດຕາ 1 ຈຸດປະສົງ
- ມາດຕາ 2 ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ
- ມາດຕາ 3 ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ
- ມາດຕາ 4 ການດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໃນໂຄງການລົງທຶນ ຫຼື ກິດຈະການທີ່ບໍ່ໄດ້ກຳນົດໄວ້ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ແລະ ກິດຈະການຕ່າງໆ
- ມາດຕາ 5 ການຈັດຕັ້ງປະຕິບັດ
- ມາດຕາ 6 ຜົນສັກສິດ
ໃນການຈັດຕັ້ງປະຕິບັດແມ່ນມອບໃຫ້ກົມສິ່ງແວດລ້ອມປະສານສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້.
ເຊິ່ງຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງສະບັບເລກທີ 8056/ກຊສ, ລົງວັນທີ 17 ທັນວາ 2013 ວ່າດ້ວຍການຮັບຮອງ ແລະ ການປະກາດໃຊ້ບັນຊີໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຈະຕ້ອງດຳເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ໂດຍຂໍ້ກຳນົດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ