ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ

            ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ ຄິດໄລ່ໄດ້ຈາກສູດດັ່ງນີ້:

  • WBGT = 0.7 NWB + 0.3 GT (ໃນກໍລະນີກວດກາວັດແທກໃນອາຄານ ຫຼື ນອກອາຄານທີ່ບໍ່ມີແດດ)
  • WBGT = 0.7 NWB + 0.2 GT + 0.1 DB (ໃນກໍລະນີກວດກາວັດແທກນອກອາຄານ ແລະ ມີແດດ)

ໂດຍ

  • NWB ໝາຍເຖິງ Natural Wet Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບປຽກຕາມທຳມະຊາດ ແທນການວັດອຸນຫະພູມທີ່ຜິວໜັງ ເຊິ່ງຖ້າເຫື່ອສາມາດລະເຫີຍໄດ້ ອຸນຫະພູມນີ້ຈະຕ່ຳກວ່າອຸນຫະພູມອາກາດ
  • GT ໝາຍເຖິງ Globe Temperature (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບໂກບ ເປັນການວັດຄວາມຮ້ອນຈາກການແຜ່ລັງສີ
  • DB ໝາຍເຖິງ Dry Bulb (ມີຫົວໜ່ວຍເປັນອົງສາເຊ) ອຸນຫະພູມຈາກເຄື່ອງວັດອຸນຫະພູມແບບແຫ້ງ ເປັນການວັດອຸນຫະພູມອາກາດ ເຊິ່ງຖ່າຍເທຄວາມຮ້ອນໂດຍຜ່ານການພາ

            ໃນປະຈຸບັນ ເພື່ອຄວາມສະດວກໃນການກວດກາວັດແທກ ບໍລິສັດຜູ້ຜະລິດອຸປະກອນກວດກາວັດແທກດັດສະນີວັດແທກຄວາມຮ້ອນ ໄດ້ຄິດຄົ້ນເຄື່ອງມືເອເລັກໂຕຣນິກທີ່ສາມາດອ່ານຄ່າ WBGT ໄດ້ທັນທີ ໂດຍບໍ່ຕ້ອງຄິດໄລ່ຄ່າ WBGT ໂດຍການໃຊ້ສູດຄິດໄລ່. ເຊິ່ງເຄື່ອງມືວັດລະດັບຄວາມຮ້ອນ WBGT ຊະນິດທີ່ສາມາດອ່ານຄ່າ ແລະ ຄິດໄລ່ຄ່າ WBGT ໄດ້ໂດຍກົງຕ້ອງມີຄຸນລັກສະນະຂອງເຄື່ອງສອດຄ້ອງກັບມາດຕະຖານ ISO 7243

            ການຕິດຕັ້ງເຄື່ອງວັດແທກອຸນຫະພູມໃນສະຖານທີ່ເຮັດວຽກຕ້ອງຢູ່ໃນລະດັບໜ້າເອິກ ຂອງພະນັກງານຜູ້ທີ່ເຮັດວຽກໃນຈຸດດັ່ງກ່າວ ໂດຍກວດກາວັດແທກໃນຊ່ວງເວລາທີ່ມິີຄວາມຮ້ອນສູງຂອງການເຮັດວຽກເປັນໄລຍະເວລາ 2 ຊົ່ວໂມງ ສາມາດເກີດຂື້ນໄດ້ 2 ກໍລະນີຄື:

  1. ພື້ນທີ່ເຮັດວຽກມີຄວາມຮ້ອນສະໝໍ່າສະເໝີທົ່ວບໍລິເວນເຮັດວຽກ ໃຫ້ວັດແທກອຸນຫະພູມໃນຈຸດດຽວ
  2. ພື້ນທີ່ເຮັດວຽກມີຄວາມຮ້ອນບໍ່ສະໝໍ່າສະເໝີ ໃຫ້ວັດແທກອຸນຫະພູມໃນແຕ່ລະຊ່ວງເວລາຂອງການເຮັດວຽກທີ່ມີອຸນຫະພູມປ່ຽນແປງ ຫຼື ພະນັກງານເຮັດວຽກຫຼາຍຈຸດ ໃຫ້ວັດແທກທຸກຈຸດ ທີ່ຜູ້ອອກແຮງງານເຮັດວຽກ ແລ້ວຊອກຫາຄ່າສະເລ່ຍດັ່ງນີ້:

    

 ໂດຍ

  • WBGT1 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 1, t1 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 1 
  • WBGT2 = ຄ່າດັດສະນີ WBGT ທີ່ຈຸດເຮັດວຽກທີ 2, t2 = ໄລຍະເວລາສຳຜັດຄວາມຮ້ອນຈຸດທີ 2 
  • t1+t2+t3+…+tn = 2 ຊົ່ວໂມງທີ່ມີອຸນຫະພູມເວັດບັດໂກບ (WBGT) ສູງສຸດ

            ຄ່າມາດຕະຖານອຸນຫະພູມຈະຂື້ນກັບຄວາມໜັກເບົາຂອງວຽກທີ່ເຮັດດັ່ງນີ້:

  • ວຽກເບົາ ແມ່ນເຜົາຜານພະລັງງານບໍ່ກາຍ 200 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການເຮັດວຽກໃນວຽກຫ້ອງການ, ຂັບລົດຍົກ, ກວດສອບຄຸນນະພາບ, ປະກອບວັດສະດຸເບົາ, ຕັດຜ້າ, ຫຍິບ, ຖັກ, ແສ່ວ, ຄວບຄຸມເຄື່ອງຈັກ, ຍ່າງດ້ວຍຄວາມໄວບໍ່ກາຍ 3.2 ກິໂລແມັດ/ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 34 ອົງສາເຊ
  • ວຽກປານກາງ ແມ່ນເຜົາຜານພະລັງງານແຕ່ 201-350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ການຂັບລົດເຄນ, ບັງຄັບເຄື່ອງຈັກຂະໜາດໃຫຍ່, ການປະກອບວັດສະດຸທີ່ມີນ້ຳໜັກຫຼາຍ, ຈັດເຄື່ອງ, ຍົກເຄື່ອງທີ່ມີນ້ຳໜັກບໍ່ກາຍ 20 ກິໂລກຮາມ, ຍູ້ລໍ້, ລີດຜ້າ, ຍ່າງດ້ວຍຄວາມໄວແຕ່ 3.2-4.8 ກິໂລແມັດຕໍ່ຊົ່ວໂມງ ຕ້ອງມີອຸນຫະພູມບໍ່ເກີນ 32 ອົງສາເຊ
  • ວຽກໜັກ ໃຊ້ພະລັງງານບໍ່ກາຍ 350 ກິໂລແຄລລີ້/ຊົ່ວໂມງເຊັ່ນ: ລາກ ຫຼື ຍົກສິ່ງຂອງທີ່ມີນ້ຳໜັກຫຼາຍກວ່າ 20 ກິໂລກຮາມ, ການເລື່ອຍໄມ້, ການອະນາໄມເສດແຮ່ໃນເຕົາຫຼອມໂລຫະ ຕ້ອງມີອຸນຫະພູມບໍ່ເກີນ 30 ອົງສາເຊ

            ພະລັງງານທີ່ໃຊ້ເຂົ້າໃນການເຮັດວຽກສາມາດປະເມີນຢ່າງລະອຽດໄດ້ຈາກທ່າທາງການເຄື່ອນໄຫວຂອງຮ່າງກາຍເຊັ່ນ: ນັ່ງ, ຢືນ, ຍ່າງ… ແລະ ກິດຈະກຳເຊັ່ນ: ການເຮັດວຽກເບົາ ຫຼື ໜັກດ້ວຍມື, ແຂນຂ້າງດຽວ ຫຼື ແຂນສອງຂ້າງ ແລະ ເຮັດວຽກດ້ວຍຮ່າງກາຍທຸກສ່ວນ. ເຊິ່ງຈະມີສູດຄິດໄລສະເພາະຕ່າງຫາກ

ແຫຼ່ງທີ່ມາ:

  1. ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 09 ກຸມພາ 2023
  2. Hot Environment Measurement (Thailand)