ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳ

ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ມີຄວາມໝາຍດັ່ງຕໍ່ໄປນີ້:

  • ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ມີທັງໝົດ 20 ໝວດ
  • ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ
  • ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz)

ການກຳນົດລະຫັດສິ່ງເສດເຫຼືອອຸດສາຫະກຳສາມາດປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

     1. ຂັ້ນຕອນທີ 1

    • ປຽບທຽບຂະບວນການ ຫຼື ກິດຈະກຳສະເພາະທີ່ເຮັດໃຫ້ເກີດສິ່ງເສດເຫຼືອໃນໝວດທີ 01 ຮອດ 12 ແລະ 17 ຮອດ 20 ຖ້າຂະບວນການ ຫຼື ກິດຈະກຳຢູ່ໃນຂອບເຂດຂອງໝວດດັ່ງກ່າວ ໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ
    • ຖ້າຂະບວນການ ຫຼື ກິດຈະກຳນັ້ນຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍ ໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ
    • ໃນຂັ້ນຕອນນີ້ບໍ່ຄວນເລືອກໃຊ້ລະຫັດທົ່ວໄປ (xx xx 99)
    • ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 2 ຕໍ່ໄປ

     2. ຂັ້ນຕອນທີ 2

    • ປຽບທຽບປະເພດຂອງສິ່ງເສດເຫຼືອສະເພາະໃນໝວດ 13 ຮອດ 15 ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດດັ່ງກ່າວໃຫ້ເບີ່ງໝວດຍ່ອຍທີ່ຢູ່ໃນໝວດທີ່ກ່ຽວຂ້ອງນັ້ນ
    • ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດໃຫຍ່ ແລະ ໝວດຍ່ອຍໃຫ້ຊອກຫາລະຫັດທີ່ເໝາະສົມພາຍໃຕ້ໝວດຍ່ອຍນັ້ນ
    • ອາດຈະໃຊ້ລະຫັດທົ່ວໄປ (xx xx 99) ໄດ້ຕາມຄວາມເໝາະສົມ (ການກຳນົດລະຫັດທົ່ວໄປ ຈະຕ້ອງເປັນທາງເລືອກສຸດທ້າຍ ແລະ ຄວນຫຼີກລ້ຽງການນຳໃຊ້ລະຫັດດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດ)
    • ຖ້າບໍ່ມີລະຫັດທີ່ເໝາະສົມໃຫ້ດຳເນີນການໃນຂັ້ນຕອນທີ 3 ຕໍ່ໄປ 

     3. ຂັ້ນຕອນທີ 3

    • ກວດເບີ່ງວ່າສິ່ງເສດເຫຼືອຢູ່ໃນຂອບເຂດໝວດຍ່ອຍ ພາຍໃນໝວດໃຫຍ່ 16 ຫຼື ບໍ່
    • ຖ້າປະເພດສິ່ງເສດເຫຼືອຢູ່ໃນຂອບເຂດຂອງໝວດຍ່ອຍດັ່ງກ່າວໃຫ້ຊອກຫາລະຫັດທີ່ເໝາະສົມ
    • ຖ້າບໍ່ມີລະຫັດທີ່ເໝາະສົມໃນດຳເນີນການໃນຂັ້ນຕອນທີ 4 ຕໍ່ໄປ

     4. ຂັ້ນຕອນທີ 4

    • ກັບໄປຂັ້ນຕອນທີ 1 ແລະ ກຳນົດລາຍການທົ່ວໄປ xx xx 99 ຈາກໝວດໃຫຍ່ ແລະ ໝວດຍ່ອຍທີ່ເໝາະສົມກັບຂະບວນການ ຫຼື ກິດຈະກຳທີ່ເຮັດໃຫ້ເກີດສິ່ງເສດເຫຼືອ
    • ກຳນົດລະຫັດ xx xx 99 ກວດກາໃຫ້ແນ່ໃຈວ່າໄດ້ພິຈາລະນາຕາມຂັ້ນຕອນ 1 ຮອດ 3 ແລ້ວ

Click ເພື່ອເບີ່ງບັນຊີລາຍຊື່ສິ່ງເສດເຫຼືອ

Leave A Comment