ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ຈັດກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ຄັ້ງວັນທີ 06 ສິງຫາ 2024
ໃນວັນທີ 06 ສິງຫາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ເປັນໂຮງງານອຸດສາຫະກຳຈຳນວນທັງໝົດ 14 ໂຮງງານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜຍແຜ່ນະໂຍບາຍ ແລະ ລະບຽບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ຈາກອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ຂໍ້ກຳນົດວ່າດ້ວຍການປ່ອຍນ້ຳເປື້ອນ ແລະ ນ້ຳເສຍຄຸນຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍມາດຕະຖານອາກາດທີ່ປ່ອຍຈາກໂຮງງານອຸດສາຫະກຳປຸງແຕ່ງ, ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໜ່ວຍງານສິ່ງແວດລ້ອມ ແລະ ເຄມີ ປະຈຳໂຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳປຸງແຕ່ງ. ຜ່ານການສະເໜີໂດຍ ທ່ານ ສຸລິພອນ ກົງແສງຈິດ, ຫົວໜ້າ ພະແນກສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກຳ.
ນອກຈາກນັ້ນຍັງໄດ້ມີການນຳສະເໜີລະບົບຕິດຕາມຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (Waste Manifest System) ໂດຍ ປອ. ດາວອນ ແກ້ວມະນີ ຜູ້ອຳນວຍການສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເຊິ່ງລະບົບດັ່ງກ່າວຈະເປັນເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ໂຮງງານອຸດສາຫະກຳ ແລະ ໜ່ວຍງານພາກລັດ ໃນການຈັດເກັບຂໍ້ມູນ ແລະ ລາຍງານການບຳບັດ-ກຳຈັດສິ່ງເສດເຫຼືອ, ຊ່ວຍໃຫ້ໂຮງງານໄດ້ຈັດຕັ້ງປະຕິບັດຕາມນິຕິກຳຂອງ ສປປ.ລາວ ທີ່ວາງອອກຢ່າງຖືກຕ້ອງ, ຄົບຖ້ວນ ແລະ ວ່ອງໄວ ແລະ ຍັງໄດ້ນຳສະເໜີສະຖານີຄົ້ນຄວ້າ-ວິໄຈ ການບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳທີ່ສາມາດໃຫ້ຄຳແນະນຳ, ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອທຸກຊະນິດ ໂດຍສະເພາະສິ່ງເສດເຫຼືອເຄມີ, ພະຊະນະບັນຈຸເຄມີ… ດ້ວຍວິທີທີ່ໄດ້ມາດຕະຖານ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອີກດ້ວຍ.
ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ມີໂອກາດແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ການລາຍງານການຈຳກັດສິ່ງເສດເຫຼືອອຸດສາຫະກຳຮ່ວມກັນອີກດ້ວຍ.