ພິທີລົງນາມບົດບັນທຶກຄວາມຮ່ວມມື Memorandum of Collaboration (MOC) ລະຫວ່າງສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ແລະ ບໍລິສັດ ຊິດສະຕໍລີ ຈຳກັດ (Systory Co.,ltd) ວັນທີ 07 ສິງຫາ 2024
ໃນວັນທີ 07 ສິງຫາ 2024, ທີ່ຄະນະວິທະຍາສາດສິ່ງແວດລ້ອມ. ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ໄດ້ລົງນາມໃນບົດບັນທຶກຄວາມຮ່ວມມື (MOC) ກັບ ບໍລິສັດ ຊິດສະຕໍລີ ຈຳກັດ ເພື່ອຮ່ວມມືກັນພັດທະນາ ແລະ ຄຸ້ມຄອງບັນດາລະບົບຖານຂໍ້ມູນກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງໄດ້ຮັບມອບຈາກ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ເມື່ອວັນທີ 21 ມິຖຸນາ 2024 ທີ່ຜ່ານມາ ເຊັ່ນ: ລະບົບຕິດຕາມການຂົນສົ່ງ ແລະ ບຳບັດ-ຈຳກັດສິ່ງເສດເຫຼືອ (Waste Manifest system), ລະບົບຖານຂໍ້ມູນການຄຸ້ມຄອງສິ່ງແວດລ້ອມໂຮງງານ, ລະບົບຄຸ້ມຄອງສານເຄມີ, ລະບົບແຈ້ງ ແລະ ຕິດຕາມການຂົນສົ່ງສິ່ງເສດເຫຼືອຂ້າມແດນ ແລະ ລະບົບຄຸ້ມຄອງເອເລັກໂຕນິກອື່ນໆ ເຊິ່ງເປັນຂີດໝາຍ ແລະ ບາດກ້າວອັນສຳຄັນໃນການພັດທະນາລະບົບຖານຂໍ້ມູນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝຫຼາຍຂື້ນ.