ການບຳບັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຮັດໃຫ້ເປັນກາງ (Neutralization)

ການເຮັດໃຫ້ເປັນກາງ (Neutralization) ເປັນການປັບສະພາບຄວາມເປັນກົດ-ດ່າງ ຫຼື pH ໃຫ້ຢູ່ໃນສະພາບທີ່ເປັນກາງເພື່ອໃຫ້ເກີດຄວາມເໝາະສົມທີ່ຈະເອົາໄປບຳບັດໃນຂັ້ນຕອນຕໍ່ໄປ ໂດຍສະເພາະຂະບວນການບຳບັດນ້ຳເປື້ອນດ້ວຍວິທີທາງຊີວະພາບ ເຊິ່ງຕ້ອງການນ້ຳເປື້ອນທີ່ມີຄ່າ pH ຢູ່ໃນລະຫວ່າງ 6.5-8.5 ແຕ່ກ່ອນທີ່ຈະປ່ອຍນ້ຳເປື້ອນທີ່ຜ່ານການບຳບັດດີແລ້ວລົງສູ່ທຳມະຊາດຕ້ອງປັບສະພາບ pH ໃຫ້ຢູ່ໃນລະຫວ່າງ 5-9 ຖ້າ pH ຕ່ຳຈະຕ້ອງປັບສະພາບດ້ວຍດ່າງ ເຊິ່ງດ່າງທີ່ນິຍົມເອົາມາໃຊ້ຄື: NaOH, CaO, ຫຼື NH3 ເປັນຕົ້ນ ແລະ ຖ້ານ້ຳເປື້ອນມີຄ່າ pH ສູງ ຕ້ອງປັບສະພາບ pH ໃຫ້ເປັນກາງໂດຍໃຊ້ກົດ ເຊິ່ງກົດທີ່ນິຍົມເອົາມາໃຊ້ຄື: H2SO4, HCL, CO2 

ຈຸດດີຂອງວິທີການເຮັດໃຫ້ເປັນກາງ

          1. ຊ່ວຍເຮັດໃຫ້ສິ່ງເສດເຫຼືອມີສະພາບທີ່ເໝາະສົມໃນການບຳບັດຂັ້ນຕໍ່ໄປ

          2. ເຄື່ອງຈັກອຸປະກອນທີ່ໃຊ້ບໍ່ຊັບຊ້ອນ

          3. ຄວບຄຸມໄດ້ໂດຍໃຊ້ເຄື່ອງມືອັດຕະໂນມັດ

ຈຸດອ່ອນຂອງວິທີການເຮັດໃຫ້ເປັນກາງ

          1. ສານເຄມີທີ່ໃຊ້ມີຄວາມສາມາດໃນການກັດຫ້ຽນສູງ ເຮັດໃຫ້ເຄື່ອງຈັກອຸປະກອນເສື່ອມສະພາບໄວ

          2. ເກີດເກືອລະລາຍນ້ຳທີ່ຫຼາຍຂື້ນ

          3. ສານເຄມີທີ່ໃຊ້ອາດຈະເຮັດໃຫ້ເກີດຜົນກະທົບຕໍ່ສຸຂະພາບ

Tags:
Leave A Comment