ການບຳບັດນ້ຳເປື້ອນດ້ວຍວິທີທາງກາຍະພາບ
ລະບົບບຳບັດທາງກາຍະພາບ ໝາຍເຖິງ ລະບົບບຳບັດທີ່ອາໄສການເຮັດວຽກຂອງການດັກ, ການກອງ, ການໃຊ້ແຮງດຶງດູດຂອງໂລກໃນການຕົກຕະກອນ, ການເຮັດໃຫ້ລອຍຕົວ ເປັນຕົ້ນ ລະບົບບຳບັດທາງກາຍະພາບມີວັດຖຸປະສົງເພື່ອດັກເສດອາຫານ, ເສດຂີ້ເຫຍື້ອຕ່າງໆ ທີ່ຕິດມາກັບນ້ຳເປື້ອນດ້ວຍການໃຊ້ຕາໜ່າງ: ເຮັດການຕົກຕະກອນທາດແຂວນລອຍ ເຊັ່ນ: ເສດອາຫານ, ທາດອົງຄະທາດອື່ນໆ ໂດຍໃຊ້ຖັງຕົກຕະກອນເບື້ອງຕົ້ນ ເພື່ອແຍກທາດທີ່ຕົກຕະກອນໄດ້ອອກຈາກລະບົບບຳບັດກ່ອນ ຫຼື ການໃຊ້ວິທີການລອຍຕົວດ້ວຍອາກາດ (Dissolved Air Flotation: DAF) ເພື່ອເສດເສັ້ນໃຍຈາກນ້ຳເປື້ອນໂຮງງານຍ້ອມຜ້າ ຫຼື ແຍກພວກໄຂມັນ ແລະ ນ້ຳມັນ ຈາກນ້ຳເປື້ອນໂຮງງານປາກະປ໋ອງ ເປັນຕົ້ນ ດັ່ງນັ້ນຈະພົບວ່າລະບົບບຳບັດນ້ຳເປື້ອນທາງກາຍະພາບສ່ວນໃຫຍ່ເປັນຂະບວນການບຳບັດນ້ຳເປື້ອນຂັ້ນຕົ້ນ (Primary Treatment Processes)
ຫຼັກການເຮັດວຽກຂອງລະບົບບຳບັດນ້ຳເປື້ອນທາງກາຍະພາບ
ລະບົບບຳບັດນ້ຳເປື້ອນທາງກາຍະພາບນິຍົມໃຊ້ເປັນຂະບວນການບຳບັດຂັ້ນຕົ້ນ (Primary Treatment ຫຼື Preliminary Treatment) ໂດຍມີວັດຖຸປະສົງທີ່ຈະຫຼຸດທາດອົງຄະທາດ ແລະ ທາດອະນົງຄະທາດທີ່ຕົກຕະກອນໄດ້ ທາດແຂວນລອຍ ທາດ ຫຼື ເສັ້ນໃຍທີ່ລອຍໂຕ ຫຼື ພວກໄຂມັນ ແລະ ນ້ຳມັນທີ່ຕິດມາກັບນ້ຳເປື້ອນ ລວມເຖິງລະບົບທີ່ເຮັດໜ້າທີ່ໃນການສູບຜ່ານໄປບຳບັດໃນຂະບວນການບຳບັດຂັ້ນຕໍ່ໄປ ຫຼັກການເຮັດວຽກໂດຍຫຍໍ້ມີດັ່ງນີ້:
1. ຕາໜ່າງ (Screen): ລັກສະນະເປັນໂລຫະອຽງ 45-60 ອົງສາ ກັບພື້ນຮ່ອງລະບາຍນ້ຳເປື້ອນ ເພື່ອດັກເສດຂີ້ເຫຍື້ອ, ເສດອາຫານ, ສານແຂວນລອຍທີ່ມີຂະໜາດໃຫຍ່ທີ່ຕິດມາກັບນ້ຳເປື້ອນ ນິຍົມເອົາໄວ້ດ້ານໜ້າຂອງອ່າງຮັບນ້ຳເປື້ອນ (Sump) ເພື່ອປ້ອງກັນວັດຖຸຂະໜາດໃຫຍ່ທີ່ອາດຈະຕິດມາກັບນ້ຳເປື້ອນ ທີ່ອາດຈະສ້າງຄວາມອັນຕະລາຍຕໍ່ເຄື່ອງສູບນ້ຳ (Pump) ໄດ້.
2. ເຄື່ອງຕັດຍ່ອຍ (Comminutor): ມີໜ້າທີ່ຕັດ ແລະ ຍ່ອຍທາດແຂວນລອຍຂະໜາດໃຫຍ່ໃຫ້ນ້ອຍລົງ ຈື່ງນິຍົມໃຊ້ຕໍ່ເນື່ອງກັບຕະໜ່າງ ເຊິ່ງເມື່ອທາດແຂວນລອຍຂະໜາດໃຫຍ່ຖືກຕັດ ແລະ ຍ່ອຍໃຫ້ນ້ອຍລົງ ຈະບໍ່ເປັນອັນຕະລາຍຕໍ່ການເຮັດວຽກຂອງໃບພັດຂອງເຄື່ອງສູບນ້ຳ.
3. ເຄື່ອງດັກຊາຍ (Grit Chamber): ມີໜ້າທີ່ດັກຊາຍໃຫ້ຕົກຕະກອນໃນຖັງນີ້ ໂດຍປ່ອຍໃຫ້ທາດອົງຄະທາດເຊິ່ງມີຄວາມໄວໃນການຕົກຕະກອນໜ້ອຍກວ່າໄຫຼຜ່ານຖັງນີ້ໄປ ເພື່ອໄປຕົກຕະກອນໃນຖັງຕົກຕະກອນເບື້ອງຕົ້ນຕໍ່ໄປ ການອອກແບບຖັງດັກຊາຍ ນິຍົມອອກແບບໄດ້ 2 ວິທີ ຄື: ຖັງດັກຊາຍແບບຕື່ມອາກາດ (Aerated Grit Chamber) ແລະ ຖັງດັກຊາຍແບບນ້ຳໄຫຼແນວຮາບພຽງ (Horizontal-Flow Grit Chamber).
4. ຖັງປັບສະເໝີ (Equalization Tank): ມີວັດຖຸປະສົງຫຼັກເພື່ອປັບອັດຕາການໄຫຼຂອງນ້ຳເປື້ອນທີ່ປ່ຽນແປງ ຫຼື ບໍ່ຄົງທີ່ໃຫ້ອອກຈາກຖັງໃນອັດຕາການໄຫຼທີ່ຄົງທີ່ ເພື່ອເຮັດໃຫ້ຂະບວນການໃນຂັ້ນຕອນຕໍ່ໄປ ເຊັ່ນ: ຖັງຕົກຕະກອນ ເບື້ອງຕົ້ນ ຫຼື ຖັງຕື່ມອາກາດເຮັດວຽກໄດ້ສະດວກ ແລະ ມີປະສິດທິພາບ ດັ່ງນັ້ນອົງປະກອບທີ່ສຳຄັນຫຼາຍທີ່ຂາດບໍ່ໄດ້ຂອງຖັງຄືຕ້ອງມີເຄື່ອງສູບນ້ຳອອກຈາກຖັງນຳ ໂດຍປັບອັດຕາການສູບນ້ຳອອກຈາກຖັງໃຫ້ຄົງທີ່ ກໍລະນີຖັງປັບສະເໝີທີ່ມີນ້ຳເປື້ອນທີ່ມີຄຸນສົມບັດນ້ຳເປື້ອນປ່ຽນແປງໄດ້ງ່າຍ ຄວນຫາເຄື່ອງກວນ ເພື່ອເຮັດໜ້າທີ່ກວນ ແລະ ປັບສະພາບນ້ຳໃນຖັງໃຫ້ມີຄຸນສົມບັດເທົ່າກັນນຳ ຖ້ານ້ຳເປື້ອນເປັນປະເພດທາດອົງຄະທາດ ຄວນມີເຄື່ອງຕື່ມອາກາດໃນຖັງເພື່ອເຮັດໜ້າທີ່ກວນນ້ຳ ແລະ ຕື່ມອາກາດລົງໃນຖັງເພື່ອປ້ອງກັນພາວະບໍ່ໃຊ້ອາກາດທີ່ອາດຈະເກີດຂື້ນໃນຖັງ ແລະ ເຮັດໃຫ້ເກີດກິ່ນເໝັນໄດ້.
5. ການລອຍໂຕດ້ວຍຟອງອາກາດ (Dissolved Air Flotation): ການບຳບັດນ້ຳເປື້ອນວິທີນີ້ເໝາະສຳລັບນ້ຳເປື້ອນຈາກໂຮງງານທີ່ມີໄຂມັນ, ນ້ຳມັນ ຫຼື ເສັ້ນໃຍທີ່ມີລັກສະນະເບົາ ໂດຍເອົານ້ຳເປື້ອນມາອັດດ້ວຍຟອງອາກາດ ແລ້ວປ່ອຍໃນຖັງເປີດທີ່ມີຄວາມດັນບັນຍາກາດຟອງອາກາດຈະຍູ້ທາດດັ່ງກ່າວໃຫ້ລອຍໂຕຂື້ນມາທີ່ໜ້ານ້ຳຂອງຖັງ ແລະ ສາມາດກວາດອອກໄດ້ໂດຍໃຊ້ເຄື່ອງກວດຕະກອນລອຍ (Skimmer).
6. ຖັງດັກໄຂມັນ ແລະ ນ້ຳມັນ (Grease & Oil trap): ມີລັກສະນະເປັນຖັງສີ່ຫຼ່ຽມມີແຜ່ນກັ້ນ (Baffle) ເພື່ອດັກໄຂມັນທີ່ລອຍໃນຖັງບໍ່ໃຫ້ໄປຕິດກັບນ້ຳເປື້ອນ ແລະ ສາມາດກັກໄຂມັນທີ່ຢູ່ເທິງໜ້ານ້ຳໄປບຳບັດໃນຂັ້ນຕໍ່ໄປໄດ້ ຖັງດັກໄຂມັນຊະນິດນີ້ເໝາະສຳລັບແຫຼ່ງກຳເນີດນ້ຳເປື້ອນຂະໜາດນ້ອຍ.
7. ຖັງຕົກຕະກອນ (Sedimentation Tank): ການຕົກຕະກອນເປັນການແຍກຕະກອນທາດແຂງທີ່ມີນ້ຳໜັກຫຼາຍນອກຈາກນ້ຳເປື້ອນ ໂດຍການເກັບກັກນ້ຳເປື້ອນໄວ້ໄລຍະໜື່ງໃນຖັງຕົກຕະກອນເພື່ອຫຼຸດຄວາມໄວໃນການໄຫຼຂອງນ້ຳເປື້ອນ ຖ້າຈົນຕະກອນຕ່າງໆຈົມລົງສູ່ກົ້ນຖັງ.