ພິທີເຊັນບົດບັນທຶກການຮ່ວມມື (MOU) ການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ
ໃນວັນທີ 3 ເມສາ 2025 ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມພິທີເຊັນໂດຍ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດສາຫະກຳ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.

ໂດຍຈຸດປະສົງຂອງ MOU ແມ່ນເພື່ອຮ່ວມມືດ້ານວິຊາການ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ມີປະສິດທິພາບສູງ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງ ຕາມລະບຽບການກຳນົດ ຄື:
- ສ້າງ ແລະ ພັດທະນາຖານຂໍ້ມູນດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພຂອງໂຮງງານອຸດສາຫະກຳ ເປັນຕົ້ນ: ການຄວບຄຸມມົນລະພິດ ແລະ ການຈັດການສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ;
- ສ້າງ ແລະ ປັບປຸງນິຕິກຳ ດ້ານການບໍລິຫານຈັດການສິ່ງແວດລ້ອມ, ຄວາມປອດໄພ ແລະ ສິ່ງເສດເຫຼືອຂອງໂຮງງານອຸດສາຫະກຳ;
- ພັດທະນາສະຖານທີ/ສູນຄົ້ນຄວ້າ, ວິໄຈ ການກຳຈັດສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ;
- ສ້າງຫຼັກສູດຝຶກອົບຮົມການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ.