ພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ວ່າດ້ວຍຄວາມຮ່ວມມືວິຊາການກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ
ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.

ໂດຍຈຸດປະສົງຂອງ MOA ແມ່ນເພື່ອຮ່ວມມືດ້ານວິຊາການ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ມີປະສິດທິພາບສູງ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງ ຕາມລະບຽບການກຳນົດ ຄື:
- ສ້າງ ແລະ ພັດທະນາຖານຂໍ້ມູນດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ຈາກບັນດາໂຮງງານອຸດສາຫະກຳ ແລະ ໂຄງການຕ່າງໆ;
- ສ້າງ ແລະ ປັບປຸງນິຕິກຳດ້ານການບໍລິຫານຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ
- ພັດທະນາສະຖານທີ/ສູນຄົ້ນຄວ້າ, ວິໄຈ ການກຳຈັດສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ;
- ສ້າງຫຼັກສູດຝຶກອົບຮົມການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ.