ຈັດການຂີ້ເຫຍື້ອໃນງານ "Sabaidee JAPAN 2025" ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ

       ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ),  ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທີ່ ສວນປະຕູໄຊ ເພື່ອສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຍີ່ປຸ່ນ-ລາວ 

          ໂດຍໃນງານຈະມີອາສາສະມັກປະຈຳຢູ່ແຕ່ລະຈຸດຈັດເກັບຂີ້ເຫຍື້ອເພື່ອແນະນຳຄົນທີ່ມາຮ່ວມງານໄດ້ຄັດແຍກຂີ້ເຫຍື້ອຢ່າງຖືກຕ້ອງ ຕາມສະໂລແກນ “ບໍ່ມີຂີ້ເຫຍື້ອ ແລະ ຂີ້ເຫຍື້ອເປັນເງິນ / WASTE IS MONEY & ZERO WASTE” ເຊິ່ງການຈັດຕັ້ງປະຕິບັດໃນຄັ້ງນີ້ແມ່ນໄດ້ຮັບຄວາມຮ່ວມໄມ້ຮ່ວມມືບັນດາແຂກທີ່ມາຮ່ວມງານເປັນຢ່າງດີ