ມາດຕະຖານການກວດກາວັດແທກແສງສະຫວ່າງ ໃນສະຖານທີ່ເຮັດວຽກ
ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 3 ມາດຕາທີ 27 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງຕິດຕາມກວດກາ ແລະ ວັດແທກແສງສະຫວ່າງຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ສຳລັບໂຮງງານສະເພາະ.
ຄ່າມາດຕະຖານແສງສະຫວ່າງສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີ 2 ປະເພດຄື:
- ຄ່າມາດຕະຖານແສງສະຫວ່າງສຳລັບພື້ນທີ່ທົ່ວໄປ ເຊິ່ງປະກອບດ້ວຍ: ປະຕູທາງເຂົ້າ-ອອກ ໂຮງງານ, ທາງຍ່າງ ແລະ ຂັ້ນໄດ, ປ້ອມຍາມ, ຈຸດຄ່ຽນຖ່າຍສິນຄ້າ ແລະ ຫ້ອງນິລະໄພ, ຫ້ອງການ, ຫ້ອງຮັບແຂກ ແລະ ໂຮງອາຫານ, ຫ້ອງປະຊຸມ ແລະ ບໍລິເວນອັດເອກະສານ, ບໍລິເວນທີ່ນຳໃຊ້ຄອມພິວເຕີ ແລະ ບໍລິເວນໂຕະປະຊາສຳພັນ ກຳນົດໄວ້ໃນມາດຕາທີ 14 ຂອງຂໍ້ຕົກລົງ
- ຄ່າມາດຕະຖານແສງສະຫວ່າງສຳລັບພື້ນທີ່ການຜະລິດ ເຊິ່ງປະກອບດ້ວຍ: ພື້ນທີ່ທົ່ວໄປຂອງໂຮງງານ ແລະ ພື້ນທີ່ຜະລິດຂອງໂຮງງານສະເພາະ ກຳນົດໄວ້ໃນມາດຕາທີ 15 ຂອງຂໍ້ຕົກລົງ
ການວັດແທກແສງສະຫວ່າງມີສອງຮູບແບບ ຄື:
- ການວັດແທກແສງສະຫວ່າງແບບສະເລ່ຍ ແມ່ນການວັດແທກແສງສະຫວ່າງໃນຫຼາຍຈຸດ ແລ້ວນຳຄ່າທີ່ວັດແທກໄດ້ແຕ່ລ່ະສ່ວນມາບວກແລ້ວຫານເອົາຄ່າສະເລ່ຍ.
- ການວັດແທກແສງສະຫວ່າງ ແບບສະເພາະຈຸດເຮັດວຽກ ແມ່ນການວັດແທກແສງສະຫວ່າງຢູ່ບໍລິເວນທີ່ຜູ້ອອກແຮງງານໃຊ້ສາຍຕາເບີ່ງວັດຖຸໃດໜື່ງໃນການເຮັດວຽກ.