ຂໍ້ມູນວິຊາການ

ບັນຊີເຄມີອຸດສາຫະກຳໃນສປປ ລາວ

          ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ຈັດແບ່ງເຄມີອຸດສາຫະກຳອອກເປັນ 4 ປະເພດດັ່ງນີ້: 

  1. ເຄມີອັນຕະລາຍປະເພດໜື່ງ ແມ່ນ ເຄມີທີ່ມຄຸນລັກສະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ ຫຼື ນຳໃຊ້, ຍົກເວັ້ນການນຳໃຊ້ເພື່ອການຄົ້ນຄວ້າ, ພັດທະນາເຕັກໂນໂລຊີ, ການປ້ອງກັນ, ການສະກັດກັ້ນ, ການກຳຈັດ ແລະ ການລະງັບອັນຕະລາຍທີ່ເກີດຂື້ນຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ການນຳໃຊ້ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ

Continue Reading  

ຄຸນລັກສະນະຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

          ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້:

    1. ສາມາດລະເບີດ;
    2. ໄວໄຟ (ເກີດໄຟໄດ້ງ່າຍ);
    3. ມີປະຕິກິລິຍາກັບອາກາດ (ອອກຊິໄດສ໌);
    4. ເປັນພິດເບື່ອ (ທັນທີທັນໃດ ຫຼື ຊຳເຮື້ອ, ອາດກໍ່ໃຫ້ເກີດມະເຮັງ, ສາມາດກໍ່ໃຫ້ເກີດການປ່ຽນພັນທຸກຳໄດ້);
    5. ສາມາດພາໃຫ້ຕິດເຊື້ອໄດ້;
    6. ສາມາດເກີດໝ້ຽງໄດ້;

Continue Reading  

ການຈຳແນກປະເພດທາດເຄມີອັນຕະລາຍເພື່ອການເກັບຮັກສາ

          ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR)

          ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ

          ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ. 

          ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ

          ສຳລັບຄຸນສົມບັດກ່ຽວກັບການລະຄາຍເຄືອງ, ຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມເປັນອັນຕະລາຍຕໍ່ສິ່ງແວດລ້ອມບໍ່ເອົາມາພິຈາລະນາໃນການແຍກປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ປະເພດທາດເຄມີອັນຕະລາຍສຳລັບການຈັດເກັບ ມີດັ່ງນີ້:

          1. ປະເພດ 1 ວັດຖຸລະເບີດ (Explosive substances) ໝາຍເຖິງ ວັດຖຸລະເບີດທີ່ກຳນົດໃນບົດແນະນຳຂອງອົງການສະຫະປະຊາຊາດ (UN-Recommendations on the 

Continue Reading  

ມາດຕະຖານການກວດກາວັດແທກອຸນຫະພູມ ໃນສະຖານທີ່ເຮັດວຽກ

            ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 4 ມາດຕາທີ 22 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງໄດ້ວັດແທກອຸນຫະພູມ ເປັນປົກກະຕິ ຢ່າງໜ້ອຍ 1 ຄັ້ງຕໍ່ປີ. ແລະ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳສະເພາະ ທີ່ຕ້ອງໄດ້ວັດແທກອຸນຫະພູມຢ່າງໜ້ອຍ 2 ຄັ້ງ/ປີ ເຊິ່ງມີດັ່ງຕໍ່ໄປນີ້:

  1.   ໂຮງງານຜະລິດນ້ຳຕານຊາຍດິບ ແລະ ນ້ຳຕານຊາຍຂາວ

Continue Reading  

ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

1. ຄວາມໝາຍຂອງໂຮງງານອຸດສາຫະກຳປຸງແຕ່ງເຫຼັກ

           ໂຮງງານອຸດສາຫະກຳປຸງແຕ່ງປຸງແຕ່ງ ໝາຍເຖິງ ໂຮງງານທີ່ນຳໃຊ້ວັດຖຸດິບ ເຊັ່ນ: ແຮ່ເຫຼັກ, ເຫຼັກແທ່ງ, ເຫຼັກເສດ ເປັນຕົ້ນຕໍ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມມາເປັນຜະລິດຕະພັນເຫຼັກ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ, ເຊິ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈຳໜ່າຍເປັນສິນຄ້າໄດ້.

2. ປະເພດຂອງໂຮງງານອຸດສາຫະກໍາ

          ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແມ່ນປະເພດໂຮງງານປຸງແຕ່ງເຫຼັກ ທີ່ເປັນແບບອຸດສາຫະກຳ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ນຳໃຊ້ເຄື່ອງຈັກເປັນຕົ້ນຕໍເຂົ້າໃນຂະບວນການຜະລິດ ເຊັ່ນ: ຂັ້ນຕອນການຫຼອມ, ການຫຼໍ່, ການເຜົາ,

Continue Reading  

Uniform Waste Manifest ແມ່ນຫຍັງ?

Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ

Uniform Waste Manifest ໃນລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ manifest system ຂອງ EMAC ປະກອບດ້ວຍ 4 ພາກສ່ວນຄື

1. ພາກສ່ວນທີ 1 : ຫົວເອກະສານ

1.1 ຊື່ເອກະສານ: ໃບຕິດຕາມການຂົນສົ່ງສິ່ງເສດເຫຼືອ / UNFORM

Continue Reading  

ມາດຕະການປັບໃໝກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ

     ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ

ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້: 

       1.ນຳເຂົ້າ ຫຼື

Continue Reading  

ການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຂອງໂຮງງານອຸດສາຫະກຳປຸງແຕ່ງ

ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍການຈັດລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງ ສະບັບ 0948/ອຄ, ລົງວັນທີ 12 ຕຸລາ 2021 ໂດຍມີຈຸດປະສົງເພື່ອຜັນຂະຫຍາຍ ມາດຕາ 24 ຂອງກົດໝາຍວ່າອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ເຊິ່ງແບ່ງຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານອອກເປັນ 3 ລະດັບ ດັ່ງນີ້: 

  1. ລະດັບໜື່ງ ແມ່ນໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມເປັນອັນຕະລາຍໃນລະດັບຕໍ່າ ຊຶ່ງຕ້ອງປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຄວບຄຸມໂຮງງານໃຫ້ເຂັ້ມງວດ
  2. ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ

Continue Reading  

ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ອິງຕາມການສະເໜີຂອງກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 0358/ກຊສ, ລົງວັນທີ 24 ກຸມພາ 2023 ໂດຍມີຈຸດປະສົງເພື່ອກຳນົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂໍ້ຕົກລົງດັ່ງກ່າວປະກອບດ້ວຍມາດຕາຕ່າງໆດັ່ງນີ້:

  • ມາດຕາ 1 ຈຸດປະສົງ
  • ມາດຕາ 2 ບັນຊີໂຄງການລົງທຶນ

Continue Reading  

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023

ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ

Continue Reading