December 26, 2023 admin_emac ການເຄື່ອນໄຫວ
ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ
Continue Reading
ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ
August 25, 2023 admin_emac ຂ່າວປະຊາສຳພັນ, ການຄຸ້ມຄອງສິ່ງແວດລ້ອມຂອງໂຮງງານອຸດສາຫະກຳ
ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ
ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ກຳນົດມາດຕະການປັບໃໝ່ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພດັ່ງຕໍ່ໄປນີ້:
1.ນຳເຂົ້າ ຫຼື
August 15, 2023 yoyo ຂ່າວສິ່ງແວດລ້ອມ
ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ (Paul J. RICHARDS / AFP)
ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ ເຊິ່ງວິທີດຽວທີ່ຈະຮັກສາເຜົ່າພັນຂອງໝີຂົ້ວໂລກໄດ້ຄືການຢຸດພາວະໂລກຮ້ອນ
ນັກວິທະຍາສາດເຜີຍແຜ່ຜົນງານວິໄຈລົງວາລະສານວິຊາການເນເຈີໄຄເມດເຊງ (Nature Climate Change) ລະບຸວ່າການປ່ຽນແປງພູມອາກາດເຮັດໃຫ້ໝີຂາວທີ່ກຳລັງຂາດອາຫານໃນຕອນນີ້ສ່ຽງທີ່ຈະສູນພັນພາຍໃນຊົ່ວອາຍຸຄົນປະຈຸບັນ ບາງພື້ນທີ່ຍັງພົບບັນຫາຊ້ຳຊ້ອນວ່າທະເລນ້ຳກ້ອນກຳລັງຫຼຸດລົງ ເຮັດໃຫ້ໝີຂາວມີເວລາໃນການລ່າແມວນ້ຳນ້ອຍລົງ ເຊິ່ງຮ່າງກາຍທີ່ຈ່ອຍຂອງໝີຂາວນັ້ນ ເຮັດໃຫ້ໝີມີໂອກາດຢູ່ລອດໜ້ອຍລົງໃນຊ່ວງລະດູໜາວອັນຮ້າຍແຮງຂອງອາກຕິກທີ່ບໍ່ມີອາຫານ
Steven Amstrup ຜູ້ເລີ່ມການສຶກສາເລື່ອງນີ້ ແລະ ເປັນນັກວິທະຍາສາດຫຼັກຂອງອົງກອນໝີຂາວລະຫວ່າງປະເທດ (Polar Bears International) ກ່າວວ່າ
ລາຍງານໃໝ່ເຕືອນ ລະດັບຄາບອນໄຊ (CO2) ຕອນນີ້ທີ່ກຳລັງສູງຂື້ນເລື້ອຍໆ ອາດນຳພາໄປສູ່ການສູນພັນຄັ້ງໃຫຍ່ຄືກັນກັບທີ່ເຄີຍເກີດຂື້ນ 19 ຄັ້ງໃນ ຊ່ວງ 534 ລ້ານປີທີ່ຜ່ານມາເຊິ່ງມີປະລິມານ CO2 ສູງເຊັ່ນດຽວກັນ
William Jackson Davis ນັກຊີວະວິທະຍາໄດ້ຂຽນລາຍງານໃນວາລະສານ Earth’s Future ໄວ້ວ່າ CO2 ໃນຊັ້ນບັນຍາກາດລະດັບສູງຈະເຮັດໃຫ້ເກີດການສູນເສຍຄວາມຫຼາກຫຼາຍທາງຊີວະພາບດ້ວຍການເຮັດໃຫ້ມະຫາສະໝຸດເປັນກົດຫຼາຍຂື້ນເພາະດູດຊັບ CO2 ທີ່ຫຼາຍຂື້ນ
ບໍ່ພຽງແຕ່ເທົ່ານັ້ນມັນຍັງໄປຍາດຈັບໂຕກັບແຄວຊຽມຄາບໍເນດໄອອອນ ທາດທີ່ຈຳເປັນຕໍ່ການສ້າງໂຄງກະດູກ ແລະ ເປືອກຫອຍຂອງສິ່ງທີ່ມີຊີວິດນ້ອຍໆ ເຊິ່ງເຮັດໃຫ້ພວກມັນມີຈຳນວນຫຼຸດລົງ ເພາະບໍ່ສາມາດສ້າງຮ່າງກາຍໄດ້ ຈາກນັ້ນກໍ່ຈະກະທົບກັບຕ່ອງໂສ້ອາຫານທັງໝົດ ນຳພາໄປສູ່ການສູນພັນຄັ້ງໃຫຍ່ ຈາກການຂາດອາຫານ
August 15, 2023 admin_emac ການຄວບຄຸມມົນລະພິດທາງນ້ຳ, ຂ່າວປະຊາສຳພັນ
ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ
August 9, 2023 yoyo ການເຄື່ອນໄຫວ
ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ:
July 26, 2023 yoyo ການເຄື່ອນໄຫວ
ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ, ແຂວງຄໍາມ່ວນ
ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື
ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ ເມື່ອວັນທີ 6 ພຶດສະພາ 2023 ທີ່ສະໂມສອນ ເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນການສະແດງເຖິງເປົ້າໝາຍຊັດເຈນຕາມວັດຖຸປະສົງການຮ່ວມມືກັນໃນລະດັບພາຄີ ພາຍໃຕ້ການພັດທະນາໂຄງການຂອງສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ເຂດເສດຖະກິດພິເສດ ແຂວງ
ໃນວັນທີ 24 ພຶດສະພາ 2023, ເວລາ 09:00 ໂມງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດທີ່ ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ທ່ານ ຮສ.