ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ

ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ (Paul J. RICHARDS / AFP) 

ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ ເຊິ່ງວິທີດຽວທີ່ຈະຮັກສາເຜົ່າພັນຂອງໝີຂົ້ວໂລກໄດ້ຄືການຢຸດພາວະໂລກຮ້ອນ

ນັກວິທະຍາສາດເຜີຍແຜ່ຜົນງານວິໄຈລົງວາລະສານວິຊາການເນເຈີໄຄເມດເຊງ (Nature Climate Change) ລະບຸວ່າການປ່ຽນແປງພູມອາກາດເຮັດໃຫ້ໝີຂາວທີ່ກຳລັງຂາດອາຫານໃນຕອນນີ້ສ່ຽງທີ່ຈະສູນພັນພາຍໃນຊົ່ວອາຍຸຄົນປະຈຸບັນ ບາງພື້ນທີ່ຍັງພົບບັນຫາຊ້ຳຊ້ອນວ່າທະເລນ້ຳກ້ອນກຳລັງຫຼຸດລົງ ເຮັດໃຫ້ໝີຂາວມີເວລາໃນການລ່າແມວນ້ຳນ້ອຍລົງ ເຊິ່ງຮ່າງກາຍທີ່ຈ່ອຍຂອງໝີຂາວນັ້ນ ເຮັດໃຫ້ໝີມີໂອກາດຢູ່ລອດໜ້ອຍລົງໃນຊ່ວງລະດູໜາວອັນຮ້າຍແຮງຂອງອາກຕິກທີ່ບໍ່ມີອາຫານ

Steven Amstrup ຜູ້ເລີ່ມການສຶກສາເລື່ອງນີ້ ແລະ ເປັນນັກວິທະຍາສາດຫຼັກຂອງອົງກອນໝີຂາວລະຫວ່າງປະເທດ (Polar Bears International) ກ່າວວ່າ ໝີຂາວຕ້ອງພົບກັບຊ່ວງເວລາອົດອາຫານ ຫຼື ຈຳສີນທີ່ດົນຂື້ນ ກ່ອນທີ່ນ້ຳກ້ອນຈະກັບມາກໍ່ໂຕໃຫ້ໝີໄດ້ມີໂອກາດອອກໄປລ່າອາຫານໄດ້ອີກຄັ້ງ

ການສຶກສາຄັ້ງພົບວ່າຈາກທ່າອ່ຽງປະຈຸບັນກຸ່ມປະຊາກອນໝີຂາວ 12 ໃນ 13 ກຸ່ມຍ່ອຍ ຈະຖືກທຳລາຍລົງພາຍໃນ 80 ປີ ເນື່ອງຈາກການປ່ຽນແປງດ້ວຍອັດຕາເລັ່ງຂອງແຖບອາກຕິກ ເຊີ່ງຮ້ອນຂື້ນກວ່າບໍລິເວນອື່ນໆ ຂອງໂລກເຖິງ 2 ເທື່ອ ໂດຍ Amstrup ລະບຸວ່າໃນປີ 2100 ຫຼາຍແຫຼ່ງອາໄສຂອງໝີຂາວເກືອບບໍ່ມີຄວາມຫວັງທີ່ຈະມີປະຊາກອນເກີດໃຫມ່ ຫຼື ເກີດຂື້ນໄດ້ໜ້ອຍ ຍົກເວັ້ນປະຊາກອນກຸ່ມຍ່ອຍທີ່ເກາະ Queen Elizabeth ໃນໝູ່ເກາະອາກຕິກຂອງແຄນນາດາ

ຮູບສາຍອະນາຄົດຄາດຄະເນລ່ວງໜ້າວ່າອຸນຫະພູມໜ້າດິນສະເລ່ຍຂອງໂລກຈະເພີ່ມຂື້ນໄປ 3.3 ອົງສາເຊ ນັບຈາກຍຸກກ່ອນປະຕິວັດອຸດສາຫະກໍາ ໂດຍ 1 ອົງສາເຊທີ່ເພີ່ມຂື້ນ ກະຕຸ້ນໃຫ້ເກີດຄື່ນຄວາມຮ້ອນທີ່ຮຸນແຮງ, ໄພແລ້ງ ທີ່ເຮັດໃຫ້ເກີດຄວາມຮ້າຍແຮງຫຼາຍຂື້ນ ຫຼາຍຂື້ນເນື່ອງຈາກລະດັບນ້ຳທະເລທີ່ເພີ່ມສູງຂື້ນ

ເຖິງແມ່ນວ່າມະນຸດຈະຊ່ວຍການຫຼຸດຜ່ອນການເພີ່ມຂື້ນຂອງອຸນຫະພູມໜ້າດິນຂອງໂລກສະເລ່ຍໄວ້ຢູາ 2.4 ອົງສາເຊ ເຊິ່ງສູງກວ່າເປົ້າໝາຍຕາມຂໍ້ຕົກລົງປາຮີ (Paris Agreement) ພຽງ 0.5 ອົງສາເຊ ແຕ່ຄວາມຮ້າຍແຮງຂອງໄພທຳມະຊາດຕ່າງໆ ຍັງຄົງຄືເກົ່າ ພຽງແຕ່ອາດຈະຫຼຸດການສູນພັນຂອງໝີຂາວໄວ້ໄດ້ແດ່ບໍ່ຫຼາຍກໍ່ໜ້ອຍ

Amstrup ສະຫຼຸບວ່າ ສິ່ງທີ່ຄຸກຄາມໝີຂາວບໍ່ແມ່ນການເພີ່ມຂື້ນຂອງອຸນຫະພູມໜ້າດິນສະເລ່ຍຂອງໂລກໂດຍກົງ ແຕ່ເປັນເພາະໝີຂາວບໍ່ສາມາດປັບໂຕ ຕໍ່ການປ່ຽນແປງສະພາບແວດລ້ອມທີ່ເກີດຂື້ນຢ່າງກະທັນຫັນ ເຊິ່ງປະຕິຫານອາດຈະຍັງຄົງມີຢູ່ ຖ້າທະເລນ້ຳກ້ອນບໍ່ລະລາຍເລີຍ ເຖິງແມ່ນວ່າອຸນຫະພູມຈະເພີ່ມສູງຂື້ນ ແຕ່ວ່າໃນຄວາມເປັນຈິງ ແຫຼ່ງອາໄສຂອງໝີຂາວກໍ່ຍັງຄົງລະລາຍຢູ່ດີ

ນອກຈາກນັ້ນ, ມີສັດບົກຂະໜາດໃຫຍ່ທີ່ເປັນສັດປະຈຳຖີ່ນຫຼາຍກວ່າເຄີ່ງໜື່ງຂອງໂລກທີ່ຖືກຈັດໃຫ້ຢູ່ໃນສະຖານະຖືກຄຸກຄາມໃກ້ສູນພັນ ແຕ່ມີພຽງໝີຂາວຊະນິດດຽວທີ່ຖືກຈັດວ່າສ່ຽງສູນພັນເນື່ອງຈາກການປ່ຽນແປງພູມອາກາດ ແຕ່ວ່ານັກວິໄຈກໍ່ເຕືອນວ່າສະຖານະດັ່ງກ່າວອາດຢູ່ໄດ້ບໍ່ດົນ ແລະ ເຮົາຍັງຕ້ອງສຶກສາຕໍ່ໄປວ່າການປ່ຽນແປງ ພູມອາກາດນັ້ນສົ່ງຜົນກະທົບຕໍ່ສັດຊະນິດອື່ນແບບໃດແດ່ໃນອີກຫຼາຍສິບປີຂ້າງໜ້າ

ໝີຂາວມີວິວັດທະນາການເພື່ອການຢູ່ລອດມາເປັນລ້ານປີ ຊື່ທາງວິທະຍາສາດຂອງໝີຂາວຄື (Ursus maritimus) ປະຈຸບັນມີໝີຂາວເຫຼືອຢູ່ໃນທຳມະຊາດ 25,000 ໂຕ ເຊີ່ງການວິໄຈລ່າສຸດທີ່ມີພື້ນຖານຈາກການວິໄຈຂອງ Amstrup ເມື່ອປະມານ 10 ປີກ່ອນ ເປັນການວີໄຈທີ່ຊີ້ເຖິງຈຸດຈົບຂອງໝີຂາວ ໂດຍມີການຊ້ອນທັບກັນຂອງ 2 ຊຸດຂໍ້ມູນ

ຊຸດຂໍ້ມູນທຳອິດຄືໄລຍະເວລາອົດອາຫານ ຫຼື ຈຳສິນທີ່ດົນນານຂື້ນ ໂດຍປ່ຽນແປງໄປຕາມສະພາບພື້ນທີ່ຂອງແຕ່ລະພູມິພາກ ໂດຍມີໄລຍະເວລາຕັ້ງແຕ່ເຄິ່ງປີ ຫຼື ອາດຈະດົນນານກວ່ານັ້ນ ອີກຊຸດຂໍ້ມູນຄື ຄາດການການປ່ຽນແປງພູມອາກາດທີ່ຕິດຕາມການຫຼຸດລົງຂອງທະເລນ້ຳກ້ອນໄປຈົນໝົດສະຕະວັດ ໂດຍອ້າງອິງຮູບສາຍອະນາຄົດການສຶກສາຂອງຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ຂອງສະຫະປະຊາຊາດ

Peter Molnar ຫົວໜ້າທີມສຶກສາໃນການວິໄຈນີ້ຈາກມະຫາວິທະຍາໄລ Toronto ແຄນນາດາ ອະທິບາຍເຖິງການຄິດໄລ່ອັດຕາການລອດຊີວິດຂອງໝີຂາວວ່າ ພິຈາລະນາຈາກຄວາມຕຸ້ຍຈອຍຂອງໝີຂາວທີ່ຈະເປັນໄປໄດ້ ແລະ ສ້າງແບບຈຳລອງການໃຊ້ພະລັງງານຂອງໝີຂາວ ຈາກນັ້ນຈື່ງຄິດໄລ່ຫາຈຳນວນວັນທີ່ໝີຂະໜາດໃຫຍ່ເຕັມທີ່ ແລະ ລູກໝີສາມາດອົດອາຫານ ຫຼື ຈຳສີນໄດ້ກ່ອນທີ່ຈະເລີ່ມຕາຍ

ຕົວຢ່າງທີ່ນັກວິໄຈພົບຄື ກໍລະນີໝີຂາວໂຕຜູ້ໃນກຸ່ມປະຊາກອນທີ່ອ່າວ West Hudson ມີນ້ຳໜັກໜ້ອຍຄວາມປົກກະຕິ 20% ເມື່ອເລີ່ມຕົ້ນລະດູການຈຳສິນ ໝີຂາວໂຕດັ່ງກ່າວຈະມີພະລັງງານພຽງພໍສຳລັບຈຳສີນພຽງ 125 ມື້ ແທນທີ່ຈະເປັນ 200 ມື້ ຂະນະທີ່ລູກໝິີເກີິດໃຫມ່ຍັງໄດ້ຮັບຜົນກະທົບຫຼາຍກວ່າ ໂດຍການສຶກສາພົບວ່າແມ່ໝີຕຸ້ຍບໍ່ພໍທີ່ຈະຜະລິດນ້ຳນົມທີ່ເຕັມໄປດ້ວຍສານອາຫານໄດ້ ແຕ່ວ່າມີຂາວໂຕແມ່ທີ່ບໍ່ມີລູກກໍ່ສາມາດທົນຕໍ່ການອົດອາຫານໄດ້ຫຼາຍຂື້ນ.